Home ຂ່າວການເມືອງ ເຊັນບົດບັນທຶກຮ່ວມມືດ້ານວິຊາການເພື່ອສະໜອງວັດຖຸດິບປ້ອນເຂົ້າໂຮງງານຜະລິດຝຸ່ນຊີວະພາບ ນວ

ເຊັນບົດບັນທຶກຮ່ວມມືດ້ານວິຊາການເພື່ອສະໜອງວັດຖຸດິບປ້ອນເຂົ້າໂຮງງານຜະລິດຝຸ່ນຊີວະພາບ ນວ

0

ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ຕາງໜ້າໂດຍພະແນກກະສິກຳ ແລະ ປ່າໄມ້ (ກປ) ນວ ແລະ ບໍລິສັດ ມາລີນີ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກ ວ່າດ້ວຍການຮ່ວມມືດ້ານວິຊາການ ການປູກ, ການລ້ຽງ, ເກັບກູ້ຜັກຕົບ ແລະ ຈົກເອົາດິນດຳ (ດິນຕົມ) ໃນຂອບເຂດຄອງນໍ້າວຽງຈັນ ແຕ່ຂົວ 450 ປີ ຫາ ປະຕູນໍ້າຫ້ວຍໝາກຮຽວ (ບໍ່ລວມເຂດພັດທະນາຄອງນໍ້າ, ເຂດປ່າສະຫງວນ) ເພື່ອເປັນວັດຖຸດິບ ນໍາໃຊ້ເຂົ້າໃນໂຮງງານຜະລິດຝຸ່ນຊີວະພາບ ນວ ຊຶ່ງອາຍຸຂອງການຈັດຕັ້ງປະຕິບັດ ບົດບັນທຶກສະບັບນີ້ ມີໄລຍະ 15 ປີ.

ພິທີເຊັນບົດບັນທຶກດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 15 ກຸມພາ ນີ້ ທີ່ສໍານັກງານຂອງພະແນກ ກະສິກຳ ແລະ ປ່າໄມ້ ນວ ລະຫວ່າງ ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກ ກປ (ນວ) ແລະ ທ່ານ ພຸດສະດຸ ອິນທະວົງ ປະທານບໍລິສັດ ມາລີນີ ຈໍາກັດ ໂດຍມີບັນດາທ່ານຮອງພະແນກກ່ຽວຂ້ອງ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກເມືອງ ແລະ ບັນດານາຍບ້ານ 14 ບ້ານທີ່ເຂດໂຄງການໄດ້ຜ່ານ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກ ກປ ໄດ້ຕາງໜ້າໃຫ້ ພາກລັດ ກໍຄື ພະແນກ ກປ ລາຍງານໃຫ້ຮູ້ວ່າ: ຄອງນໍ້າບຶງທາດຫຼວງ ຫາ ຫ້ວຍໝາກຮຽວ ມີຊື່ເອີ້ນເປັນທາງການວ່າ: ຄອງນໍ້າວຽງຈັນເປັນຄອງລະບາຍນໍ້າຈາກຕົວເມືອງ ນວ ລົງສູ່ປະຕູນໍ້າຫ້ວຍໝາກຮຽວອອກສູ່ນໍ້າຂອງ ຊຶ່ງໃນປີໃດ ຫາກເກີດມີຝົນຕົກແຮງຕິດຕໍ່ກັນຫຼາຍມື້,ລະດັບນໍ້າງື່ມແລະນໍ້າຂອງຂຶ້ນສູງ ບວກກັບຄອງມີສິ່ງອຸດຕັນກີດຂວາງການໄຫຼຂອງນໍ້າ(ຕະກອນດິນ,ຜັກຕົບແລະ ສິ່ງເສດເຫຼືອຕ່າງໆ) ເຮັດໃຫ້ເກີດມີສະພາບນໍ້າຖ້ວມຂັງເນື້ອທີ່ການຜະລິດ, ບ້ານເຮືອນປະຊາຊົນ ແລະ ເສັ້ນທາງຄົມມະນາຄົມ ອັນສົ່ງຜົນເສຍຫາຍທາງດ້ານເສດຖະກິດແລະຊີວິດການເປັນຢູ່ຂອງປະຊາຊົນຫຼາຍພໍສົມຄວນ.ຍ້ອນສາເຫດນີ້, ພະແນກ ກປ ກໍຄື ຫ້ອງການພັດທະນາ ແລະ ຄຸ້ມຄອງຄອງນໍ້າວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈຶ່ງເຫັນໄດ້ຄວາມສໍາຄັນ ໃນການແກ້ໄຂບັນຫາດັ່ງກ່າວ ໃຫ້ຫຼຸດນ້ອຍຖອຍລົງ, ນໍາໃຊ້ດິນຕະກອນ,ຜັກຕົບໃຫ້ເປັນວັດຖຸດິບປ້ອນໂຮງງານຝຸ່ນຊີວະພາບ ນວ ທີ່ພະແນກ ກປ ຮ່ວມມືກັບ ບໍລິສັດມາລີນີ ໂດຍອະນຸມັດໃຫ້ບໍລິສັດສໍາປະທານເຮັດການອະນາໄມ, ປູກ, ເກັບກູ້ຜັກຕົບ ຈົກເອົາດິນດໍາ ໃນຂອບເຂດ ຄອງນໍ້າວຽງຈັນ ແຕ່ຂົວຖະໜົນ 450 ປີ ເຂດບ້ານໄຮ່ຄໍາ ເມືອງໄຊເສດຖາ ຫາ ບ້ານສ້າງຫົວບໍ່ ຜ່ານບ້ານດົງຄວາຍ ເມືອງໄຊທານີ ຈົນຮອດບ້ານໝາກຮຽວ ເມືອງປາກງື່ມ ນວ, ມີຄວາມຍາວທັງໝົດ 31,1 ກິໂລແມັດ ຊຶ່ງຈະໄດ້ດຳເນີນຕາມ 9 ໜ້າວຽກ ທີ່ທັງສອງຝ່າຍໄດ້ຕົກລົງ.

ທ່ານ ພຸດສະດຸ ອິນທະວົງ ໄດ້ກ່າວວ່າ: ໂຄງການດັ່ງກ່າວນີ້, ເປັນໂຄງການທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ໂດຍຫຼັກໆແລ້ວ ແມ່ນໄດ້ດິນໄປເຮັດປຸ່ຍ ແລະ ໄດ້ລວງນໍ້າໃຫ້ໄຫຼສະດວກ ໂດຍທີ່ບໍ່ໄດ້ໃຊ້ງົບປະມານຂອງລັດ ຊຶ່ງຈະເຮັດໃຫ້ລັດເຮົາໄດ້ຮັບຜົນປະໂຫຍດເປັນສ່ວນໃຫຍ່. ດິນທີ່ຈົກມານັ້ນ ກໍຈະໄດ້ມີການວິໄຈຄັກແນ່ ແລະ ຜັກຕົບ ຕ້ອງໄດ້ມີການໄຈ້ແຍກແຕ່ລະປະເພດ ຊຶ່ງຈະໄດ້ໃຫ້ບ້ານໄດ້ມີສ່ວນຮ່ວມ. ແຕ່ໃນການດຳເນີນໂຄງການ ກໍອາດມີສິ່ງທ້າທາຍຫຼາຍຢ່າງເກີດຂຶ້ນ ຊຶ່ງພວກເຮົາຕ້ອງໄດ້ຮ່ວມກັນປຶກສາຫາລື ແລະ ຮ່ວມກັນແກ້ໄຂ ພ້ອມກັນດຳເນີນໂຄງການໃຫ້ມີປະສິດທິຜົນ ປະກົດຜົນເປັນຈິງ ປະກອບສ່ວນຕອບສະໜອງຄວາມຕ້ອງການຝຸ່ນຊີວະພາບ ໃຫ້ພາຍໃນປະເທດເຮົາ ຫຼຸດຜ່ອນການນໍາເຂົ້າ ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານເຮົາ.

(ຂ່າວ: ສຸກສະຫວັນ, ພາບ: ພູວຽງຄໍາ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version