Home Uncategorized ພົນໂທ ຄໍາລຽງ ອຸທະໄກສອນ ໂອ້ລົມພະນັກງານຫຼັກແຫຼ່ງກອງພົນທະຫານຮາບທີ 1

ພົນໂທ ຄໍາລຽງ ອຸທະໄກສອນ ໂອ້ລົມພະນັກງານຫຼັກແຫຼ່ງກອງພົນທະຫານຮາບທີ 1

0

ຕອນເຊົ້າວັນທີ 14 ກຸມພາ 2023 ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ຢູ່ກອງພົນທະຫານຮາບທີ1.

ພາຍຫລັງ ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທະຫານຮາບທີ1 ໄດ້ລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງກົມກອງ ໂດຍຫຍໍ້ໃຫ້ຮອງລັດຖະມົນຕີກະຊວງປ້ອງກັນປະເທດໄດ້ຮັບຊາບ; ໂອກາດທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍ່ໄດ້ໂອລົມຄະນະພັກ – ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈ ຕໍ່ຜົນງານຫຼາຍດ້ານທີ່ພະນັກງານ-ນັກຮົບກອງພົນທະຫານຮາບທີ1 ຍາດມາໄດ້ໃນໄລຍະຜ່ານມາ; ສະຫາຍໄດ້ຍົກໃຫ້ຮູ້ສະພາບການຂອງໂລກ ແລະ ພາກພື້ນທີ່ມີການຜັນແປໄປຢ່າງໄວວາ ແລະ ສະຫຼັບຊັບຊ້ອນເຊິ່ງຄາດເດົາໄດ້ຍາກ; ໂດຍສະເພາະແມ່ນສະພາບພາຍໃນປະເທດ ແລະ ຂອບເຂດກົມກອງຮັບຜິດຊອບພວມປະສົບກັບບັນຫາທ້າທາຍທົດສອບຫຼາຍປະການ; ຕໍ່ສະພາບການດັ່ງກ່າວ, ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນປັດຈຸບັນ ສະຫາຍ ໄດ້ໃຫ້ທິດຊີ້ນໍາຕໍ່ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ກອງພົນທະຫານຮາບທີ 1 ວ່າ: 1. ຕ້ອງເປັນເຈົ້າການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບເປັນປະຈໍາ ໂດຍຖືເອົາການຈັດຕັ້ງດໍາເນີນຊີວິດການເມືອງເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ຮູ້ຈໍາແນກມິດ-ສັດຕູຈະແຈ້ງ ແລະ ສາມາດຕອບຕ້ານກົນອຸບາຍ, ເລ່ຫຼ່ຽມ ຂອງກຸ່ມຄົນບໍ່ຫວັງດີ ໄດ້ຢ່າງມີປະສິດທິຜົນສູງ; 2. ເອົາໃຈວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໂດຍການປະສານສົມທົບແໜ້ນກັບພາກສ່ວນທີ່ກ່ຽວຂ້ອງເຄື່ອນໄຫວກວດກາສາລະເວຕິດຕາມການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ ທີ່ຍັງເລື່ອນລອຍຢູ່ຈຸດຫຼໍ່ແຫຼມຕ່າງໆ, ຕິດພັນກັບການລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ແລະ ກໍ່ສ້າງຮາກຖານການເມືອງແບບມູນເຊື້ອເຊິ່ງກົມກອງຕັ້ງທັບຢູ່ບອນໃດແມ່ນໃຫ້ລົງຮາກຖານຢູ່ບ່ອນນັ້ນ ເພື່ອຊ່ວຍເຫຼືອປະຊາຊົນແກ້ໄຂຄວາມທຸກຍາກ; 3. ສຸມໃສ່ປັບປຸງກໍ່ສ້າງກົມກອງໃຫ້ເຂັ້ມແຂງຮອບດ້ານ ໂດຍຕັ້ງໜ້າປະຕິບັດ 7 ລະບອບ 18 ວຽກ, ຂໍ້ກໍານົດ, ກົດລະບຽບຕ່າງໆ ຢ່າງເຂັ້ມງວດ; 4. ປັບປຸງແບບແຜນວິທີເຮັດວຽກຢ່າງມີວິທະຍາສາດບົນພື້ນຖານປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ມອບໝາຍວຽກໃຫ້ບຸກຄົນຮັບຜິດຊອບ ພ້ອມທັງມີການຊຸກຍູ້, ຕິດຕາມ, ກວດກາ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ມີຄວາມສາມັກຄີຮອບດ້ານ; 5. ເອົາໃຈໃສ່ກໍ່ສ້າງພັກທັງ 04 ດ້ານ ໂດຍຖືເອົາຄຸນນະພາບເປັນກົກ; ກໍ່ສ້າງພະນັກງານ 03 ຮຸ່ນ ໂດຍອີງໃສ່ຄວາມຮູ້ຄວາມສາມາດຕົວຈິງ, ຕິດພັນກັບຂະບວນການກໍ່ສ້າງກົມກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຂະບວນການອື່ນໆ; 6. ເອົາໃຈໃສ່ວຽກງານແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ ໂດຍຍູ້ແຮງຂະບວນການປູກຝັງ-ລ້ຽງສັດຢູ່ແຕ່ລະກົມກອງໃຫ້ຫຼາຍຂຶ້ນ, ຕິດພັນກັບທິດຊີ້ນໍາ ກຸ້ມຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; 7. ເພີ່ມທະວີການຄຸ້ມຄອງປົກປັກຮັກສາ, ບົວລະບັດພັດເຊັດພາຫະນະເຕັກນິກ, ອາວຸດ-ກະສູນ ບໍ່ໃຫ້ເປ່ເພເສຍຫາຍໂດຍບໍ່ມີເຫດຜົນ ເພື່ອຮັບປະກັນກຽມພ້ອມເຮັດສໍາເລັດໜ້າທີ່; 8. ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກ່ວາເກົ່າ, ມອບວຽກໃດໃຫ້ກໍ່ສາມາດເຮັດສໍາເລັດໜ້າທີ່; ມີຫົວຄິດປະດິດສ້າງ ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ; ເພື່ອພ້ອມກັນສ້າງກອງທັບປະຊາຊົນລາວໃຫ້ເປັນກອງທັບປະຕິວັດ ແລະ ມີລະບຽບແບບແຜນທັນສະໄໝ ຂຶ້ນເລື້ອຍໆ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທະຫານຮາບທີ1 ຄົບຮອບ 38 ປີ; ດ້ວຍຄວາມເປັນຫ່ວງເປັນໃຍ, ໂອກາດການມາຢ້ຽມຢາມ ແລະ ເຮັດວຽກ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍ່ໄດ້ນໍາເອົາວັດຖຸປັດໃຈຈໍານວນໜຶ່ງມາມອບໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບກອງພົນທະຫານຮາບທີ 1 ເພື່ອໝູນໃຊ້ເຂົ້າໃນການພັດທະນາກົມກອງ.

ຂຽນໂດຍ: ໂກຮັງ ພັນທະວົງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version