Monday, September 23, 2024
Homeຂ່າວຕ່າງປະເທດສສ ຫວຽດນາມ ມອບເຄື່ອງອຸປະກອນການແພດ 2 ໂຕນ ໃຫ້ແກ່ຕວັກກີ

ສສ ຫວຽດນາມ ມອບເຄື່ອງອຸປະກອນການແພດ 2 ໂຕນ ໃຫ້ແກ່ຕວັກກີ

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ ວັນ​ທີ12 ກຸມພາ​ນີ້ີ້ ຄະນະປະຕິບັດງານກູ້ໄພກູ້ຊີບສາກົນ ຂອງກະຊວງຕຳຫລວດ ສສ ຫວຽດນາມ ໄດ້ມອບເຄື່ອງອຸປະກອນການແພດ ປະລິມານ 2 ໂຕນ ໃຫ້ແກ່ຕວກກີ ຜ່ານອົງການຮັບມືກັບໄພພິບັດ ແລະ ກໍລະນີຮີບດ່ວນ (AFAD) ຂອງປະເທດນີ້. ເຄື່ອງອຸປະຖຳດັ່ງກ່າວລວມມີ: ຢາສຸກເສີນ, ຢາຈຳເປັນ​ເຮືອນ, ເຄື່ອງວັດຖຸ ອຸປະກອນການແພດຕ່າງໆ, ພາຫະນະ, ທາດເຄມີ ປ້ອງກັນ, ຕ້ານພະຍາດລະບາດ ​ແລະ ອື່ນໆ​ອີກ. ທ່ານ Isamail Sahin ຮອງຜູ້ອຳນວຍການ ອົງການຮັບມືກັບໄພພິບັດ ແລະ ກໍລະນີຮີບດ່ວນ (AFAD) ປະຈຳ Adiyaman, ໄດ້ຕີລາຄາສູງການໜູນຊ່ວຍຢ່າງທັນການ ຂອງ ສສ ຫວຽດນາມ ແລະ ພົບປະກັບ ທ່ານ ພັນເອກ ຫງວຽນ ມິນເຄືອງ, ເພື່ອສະແດງຄຳຂອບອົກ ຂອບໃຈຕໍ່ການຊ່ວຍເຫລືອ ຂອງລັດຖະບານ ແລະ ປະຊາຊົນຫວຽດນາມ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments