Home ຂ່າວໜ້າໜຶ່ງ ຮອງນາຍົກເນັ້ນໃຫ້ ຮສສ ເອົາໃຈໃສ່ບາງບັນຫາເພື່ອຜັນຂະຫຍາຍບັນດາເປົ້າໝາຍ ແລະ ວຽກຈຸດສຸມ

ຮອງນາຍົກເນັ້ນໃຫ້ ຮສສ ເອົາໃຈໃສ່ບາງບັນຫາເພື່ອຜັນຂະຫຍາຍບັນດາເປົ້າໝາຍ ແລະ ວຽກຈຸດສຸມ

0

ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ປະຈໍາປີ 2022 ໃນວັນທີ 10 ກຸມພາ 2023 ໂດຍເນັ້ນບາງຈຸດໃຫ້ຄະນະນໍາ ແລະ ພະນັກງານຫລັກແຫລ່ງ ຂອງຂະແໜງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ເອົາໃຈໃສ່ບາງບັນຫາເພື່ອຜັນຂະຫຍາຍ ບັນດາເປົ້າໝາຍ, ແຜນວຽກຈຸດສຸມ ແລະ ຄາດໝາຍແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັັ້ງທີ V ໄລຍະແຕ່ ປີ 2021-2025 ຂອງຂະແໜງດັ່ງກ່າວ ແລະ ແຜນການ ປີ 2023 ເປັນຕົ້ນ ວຽກງານກໍ່ສ້າງພັກ ໃຫ້ຖືສຳຄັນ ແລະ ເອົາໃຈໃສ່ການກໍ່ສ້າງພັກທາງດ້ານການເມືອງ ໂດຍນຳໃຊ້ຫລາຍຮູບການ, ວິທີການທີ່ອຸດົມສົມບູນ ສອດຄ່ອງເໝາະສົມ ເພື່ອໂຄສະນາເຜີຍແຜ່, ສຶກສາອົບຮົມພະນັກງານ, ສະມາຊິກພັກໃຫ້ຮັບຮູ້, ເຂົ້າໃຈ, ກຳແໜ້ນເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດໃນແຕ່ລະໄລຍະ.

ພ້ອມທັງເປັນເຈົ້າການກໍ່ສ້າງພັກທາງດ້ານແນວຄິດ, ໃນນີ້ສຳຄັນກວ່າໝູ່ແມ່ນ ເອົາໃຈໃສ່ປັບປຸງຍົກລະດັບທິດສະດີການເມືອງ-ການປົກຄອງ ໂດຍສະເພາະແມ່ນ ທິດສະດີມາກ-ເລນິນ, ທິດສະດີທີ່ກ້າວໜ້າອື່ນໆ, ທິດສະດີການເມືອງ ແລະ ມູນເຊື້ອຂອງພັກເຮົາ ແລະ ຍູ້ແຮງຄວາມຕື່ນຕົວເປັນເຈົ້າການເຝຶກຝົນຫລໍ່ຫລອມຕົນເອງ ຂອງສະ ມາຊິກພັກ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້ຄວາມສາມາດ, ແບບແຜນວິທີນຳພາ ແລະ ແບບແຜນວິທີເຮັດວຽກ; ເອົາໃຈໃສ່ກໍ່ສ້າງພັກ ທາງດ້ານການຈັດຕັ້ງ ໂດຍປະຕິບັດເຂັ້ມງວດ 5 ຫລັກການ 3 ທິດນຳແຫ່ງການຈັດຕັ້ງຂອງພັກ; ຕັ້ງໜ້າປັບປຸງແບບແຜນນຳພາ ຂອງອົງຄະນະພັກ ເປັນຕົ້ນ ພັກນຳພາດ້ວຍແນວ ທາງ ແລະ ລະບຽບກົດໝາຍ ຕິດພັນກັບການຂະຫຍາຍຄວາມເປັນແບບຢ່າງນຳໜ້າຂອງພັກ ໂດຍສະເພາະ ປະຕິບັດແນວທາງ, ແບບຢ່າງໃນການປະຕິບັດລະບຽບກົດໝາຍ, ການປ່ຽນແປງແກ້ໄຂຂໍ້ຂາດຕົກບົກພ່ອງ ແລະ ການນຳພາແຫ່ງການເຝຶກຝົນຫລໍ່ຫລອມຕົນເອງໃຫ້ດີຂຶ້ນ.

ສຳລັບວຽກງານການຈັດຕັ້ງ ແລະ ພະນັກງານ ໃຫ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ໃຫ້ມີຄວາມກະທັດຮັດ, ຄ່ອງຕົວ ບໍ່ສ້າງໃຫ້ມີຄວາມຊ້ຳຊ້ອນກັນລະຫວ່າງວຽກງານຕໍ່ກັນ. ບັນຫາໜຶ່ງແມ່ນຕ້ອງເອົາໃຈໃສ່ວຽກພະນັກງານ, ຄະນະພັກແຕ່ລະຂັ້ນຕ້ອງປັບປຸງຢ່າງຈິງຈັງວຽກງານພະນັກງານເປັນປັດໄຈສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງໃນທຸກຂອດຂອງວຽກງານພະນັກງານນັບແຕ່ການສ້າງ ແລະ ປະຕິບັດແຜນກຳນົດພະນັກງານ, ການເລືອກເຟັ້ນ ແລະ ຊັບຊ້ອນພະນັກງານ, ການປະຕິບັດນະໂຍບາຍ ແລະ ສະຫວັດດີການ ຕໍ່ພະນັກງານ, ການເພີ່ມທະວີການຄຸ້ມຄອງຕິດຕາມກວດກາ ແລະ ປະຕິບັດວິໃນຕໍ່ພະນັກງານຢ່າງຖືກຕ້ອງເຂັ້ມງວດ ເຮັດໄດ້ແນວນັ້ນ ພວກເຮົາຈິ່ງຈະສາມາດຍົກສູງບົດບາດພະນັກງານ ທີ່ເປັນປັດໄຈຕັດສິນ ຫັນເຂົ້າສູ່ການຈັດຕັ້ງປະຕິບັດແນວທາງນະ ໂຍບາຍຂອງພັກ-ລັດ; ເປັນຂໍກະແຈແຫ່ງການປະຕິບັດບົດບາດນຳພາຂອງພັກຕໍ່ ວຽກງານວິຊາສະເພາະຂອງພວກສະຫາຍ. ສິ່ງສຳຄັນໃນບັນຫາພະນັກງານ ບັນດາສະຫາຍຕ້ອງຕັດສິນໃຈແກ້ດ້ວຍຕົນເອງ ບໍ່ຄອງຄອຍລໍຖ້າໃຫ້ການຈັດຕັ້ງແກ້ ເພື່ອຈະບໍ່ໃຫ້ມີຜົນກະທົບໂດຍກົງຕໍ່ຕົວພະນັກງານເອງ ແລະ ການຈັດຕັ້ງ. ສ່ວນວຽກງານວິຊາສະ ເພາະ ຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງ 11 ຂອງພັກ ຕໍ່ວຽກງານໃນຂົງເຂດຂອງພວກສະຫາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ, ສອງວາລະແຫ່ງຊາດຂອງລັດຖະບານ ກໍຄື ມະຕິກອງປະຊຸມໃຫຍ່ຂອງພວກສະຫາຍໄດ້ວາງອອກ ເປັນຕົ້ນ ການພັດທະນາສີມືແຮງງານໃຫ້ສືບຕໍ່ ພະຍາຍາມຈັດຕັ້ງປະຕິບັດໄດ້ ຕາມຄາດໝາຍທີ່ວາງໄວ້ ປັບປຸງພື້ນຖານໂຄງລ່າງ, ອຸປະກອນເຕັກນິກທັນສະໄໝ, ທັງວິທີການ ແລະ ຫລັກສູດ ພັດທະນາສີມືແຮງງານ ໃຫ້ຫລາກຫລາຍ ເພື່ອຕອບສະໜອງໃຫ້ຕະຫລາດແຮງງານໃນຕໍ່ໜ້າ ທັງການປະສານງານ ລະຫວ່າງ ສະຖາບັນ ຫລື ສູນພັດທະນາສີມືແຮງງານ ກັບ ຫົວໜ່ວຍແຮງງານ, ໂຄງການຕ່າງໆ ເພື່ອໃຫ້ຝືກຜູ້ອອກແຮງງານ ເຂົ້າສູ່ຕະຫລາດແຮງງານມີວຽກເຮັດງານທຳ ເພື່ອຍົກສູງຊີວິດການເປັນຢູ່ຂອງຜູ້ອອກແຮງງານໃຫ້ນັບມື້ດີຂຶ້ນ; ກໍ່ສ້າງ ແລະ ປັບປຸງລະບົບຖານຂໍ້ມູນຂ່າວສານຕະຫລາດແຮງງານ ເພື່ອສັງລວມຂໍ້ມູນແຮງງານໃນຂອບເຂດທົ່ວປະເທດ ເພື່ອນຳໃຊ້ຂໍ້ມູນເຫລົ່ານັ້ນເຂົ້າໄປວາງແຜນພັດທະນາເສດຖະກິດ-ສັງຄົມ ໄດ້ຢ່າງຊັດເຈນ ແລະ ສະໜອງໃຫ້ຂະແໜງການເງິນ ເກັບອາກອນເງິນເດືອນ ຂອງຜູ້ອອກແຮງງານໄດ້ຢ່າງຄົບຖ້ວນ; ເອົາໃຈໃສ່ຄຸ້ມຄອງແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ທັງແຮງງານທີ່ໄປອອກແຮງງານແບບຖືກຕ້ອງ ແລະ ບໍຖືກກົດໝາຍຢູ່ປະເທດໃກ້ຄຽງ ໂດຍມີການປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງພາຍໃນ ແລະ ພາກສ່ວນກ່ຽວຂ້ອງຢູ່ປະເທດປາຍທາງ ໃຫ້ມີກົນໄກທີ່ສາມາດຄຸ້ມຄອງແຮງງານເຫລົ່ານີ້ ເພື່ອບໍໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ; ເອົາໃຈໃສ່ຂະຫຍາຍອັດຕາສ່ວນເຂົ້າປະກັນສັງຄົມ ໃນພາກວິສາຫະກິດ ທັງປຸກລະດົມ ແລະ ສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ລະບົບປະກັນສັງຄົມ ຢ່າງເລິກເຊີ່ງ ແລະ ກວ້າງຂວາງ ເພື່ອເປັນການປະຕິບັດນະໂຍບາຍອຸດໜູນບຳນານ ໃນໄລຍະຍາວ ເຊິ່ງອັນນີ້ມັນເປັນສ່ວນໜຶ່ງຂອງນະໂຍບາຍສັງຄົມ ຂອງປະເທດເຮົາ; ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານໃນພາລະກິດການປະຕິວັດຊາດ ຕາມແຜນການ ຢ່າງຖືກຕ້ອງ ຊັດເຈນ ທາງດ້ານຂໍ້ມູນ ຫລີກເວັ້ນການຊ້ຳຊ້ອນ ຫລື ບໍ່ຖືກເປົ້າໝາຍ; ການຄຸ້ມຄອງວຽກສັງຄົມສົງເຄາະ ແລະ ການຄຸ້ມຄອງໄພພິບັດ ລວມທັງການສະໜອງໃຫ້ການຊ່ວຍເຫລືອສຸກເສີນໃຫ້ຜູ້ປະສົບໄພພິບັດຕ່າງໆ, ຜູ້ດ້ອຍໂອກາດ ແລະ ຜູ້ທຸກຍາກຢ່າງທັນການ ເພື່ອບັນເທົາທຸກໃຫ້ກັບຜູ້ທີ່ມີຜົນກະທົບດັ່ງທີ່ກ່າວມາຂ້າງເທິງ; ວຽກຄຸ້ມຄອງລະເບີດບໍ່ທັນແຕກ ເປັນໜຶ່ງໃນເປົ້າໝາຍການພັດທະນາແບບຍືນຍົງ (SDG) ເຊິ່ງການຈັດຕັ້ງປະຕິບັດວຽກງານເກັບກູ້ລະ ເບີດບໍ່ທັນແຕກທີ່ຕົກຄ້າງ ຕ້ອງໄດ້ເອົາໃຈ ໃສ່ປຸກລະດົມແຫລ່ງທຶນຈາກພາຍໃນ ແລະ ຕ່າງປະທດໃຫ້ມີຄວາມເຂັ້ມແຂງກວ່າເກົ່າ ເພື່ອສະໜອງຕໍ່ການປະຕິ ບັດ ຕາມເປົ້າໝາຍພັດທະນາແບບຍືນຍົງ; ຖືສຳຄັນໃນການສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍ ດ້ານແຮງງານ ແລະ ສະຫວັດດີການສັງຄົມ ແລະ ເນັ້ນການຈັດຕັ້ງຜັນຂະຫຍາຍນະໂຍບາຍ ແລະ ຍຸດທະ ສາດ ເຂົ້າໃນການວາງແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ທັງສ້າງຄວາມກົມກຽວ ການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ ນັບມື້ນັບດີ ແລະ ຄ່ອງຕົວຂຶ້ນ.

ສ່ວນການກໍ່ສ້າງຮາກຖານການເມືອງ, ແຂ່ງຂັນຮັກຊາດພັດທະນາ ທ່ານຮອງນາຍົກ ເນັ້ນໃຫ້ເອົາໃຈໃສ່ສືບຕໍ່ເປັນກຳລັງແຮງສັງລວມໃຫ້ກັບພັກ ເພື່ອສ້າງ ແລະ ຮັບປະກັນຊີວິດການເປັນຢູ່ ຂອງພະນັກງານ-ລັດຖະກອນ ແລະ ເປັນການປະກອບສ່ວນສຳຄັນໃນການສ້າງຂະບວນການໃນດ້ານຕ່າງໆ ເປັນຕົ້ນຂະບວນການອອກແຮງງານ, ຂະບວນການປ້ອງກອບສ່ວນຊ່ວຍເຫລືອສັງຄົມ, ຂະບວນການແຂ່ງຂັນຮັກຊາດພັດທະນາ ແລະ ຂະບວນການອື່ນໆ ຂອງອົງການຈັດຕັ້ງຊາວໝຸ່ມ ແລະ ແມ່ຍິງ. ນອກຈາກນີ້, ວຽກງານຮ່ວມມືສາກົນ ແມ່ນໃຫ້ເພີ່ມທະວີການພົວພັນຮ່ວມມື, ເຊື່ອມໂຍງ ແລະ ເຊື່ອມຈອດພາຍໃນ ກັບພາກພື້ນ ແລະ ສາກົນ ໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝ ເພື່ອເປັນກຳລັງແຮງຍູ້ໜູນພາຍໃນ ໃນທຸກດ້ານ ນັບທັງດ້ານທຶນຮອນ, ເຕັກນິກວິຊາການ ແລະ ອື່ນໆ ອັນສຳຄັນທີ່ສຸດແມ່ນເພື່ອຍົກບົດບາດອິດທິພົນ ຂອງປະເທດເຮົາໃຫ້ສູງເດັ່ນຂຶ້ນບົນເວທີພາກພື້ນ ແລະ ສາກົນ ເທື່ອລະກ້າວ.

ຂ່າວ: ມະນີທອນ

ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version