Home ຂ່າວໜ້າໜຶ່ງ ໜັງສືພິມກອງທັບ ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປະຈຳປີ 2022

ໜັງສືພິມກອງທັບ ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປະຈຳປີ 2022

0

ວັນທີ 10 ກຸມພາ 2023 , ກອງບັນນາທິການໜັງສືພິມກອງທັບ ໄດ້ຈັດກອງປະຊຸມສະຫຼູບ ການເຄື່ອນໄຫວວຽກງານຮອບດ້ານປະຈຳປີ 2022 ແລະ ວາງທິດທາງແຜນການປະຈໍາປີ 2023 ຂຶ້ນ ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນເອກ ຄໍາສາວ ແກ້ວວິເສດ ຫົວໜ້າບັນນາທິການໜັງສືພິມກອງທັບ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າພະແນກການ, ແຂກຖືກເຊີນ, ພ້ອມດ້ວຍພະນັກງານ-ນັກຮົບ ທົົ່ວກອງບັນນາທິການໜັງສືພິມກອງທັບເຂົ້າຮ່ວມ.

ສະຫາຍ ພັນໂທ ອາໄພ ອະໄພຍະວົງ ຮອງຫົວໜ້າບັນນາທິການໜັງສືພິມກອງທັບໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ໃນໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາກອງບັນນາທິການໜັງສືພິມ ກອງທັບປະຊາຊົນລາວ ໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ເຂົ້າໃນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວິສາສະເພາະຕາມການມອບໝາຍຂອງຂັ້ນເທິງດ້ວຍຄວາມຮັບຜິດຊອບສູງ ເຊິ່ງໄດ້ປະກອບສ່ວນໂດຍກົງເຂົ້າໃນວຽກງານໂຄສະນາສຶກສາອົບຮົມ ແລະ ປຸກລະດົມຊຸກຍູ້ຂະບວນການໃນທົ່ວກອງທັບ ກໍຄືທົ່ວປວງຊົນລາວບັນດາເຜົ່າໃຫ້ຟົດຟື້ນແຂງແຮງ, ປັດຈຸບັນ ບັນດາເນື້ອໃນຄໍລໍາ ແລະ ສີສັນຂອງໜັງສືພິມກອງທັບ ໄດ້ມີການປັບປຸງໃຫ້ມີຄວາມ ອຸດົມສົມບູນ ທາງດ້ານເນື້ອໃນຢ່າງຄົບຖ້ວນ ສາມາດສ່ອງແສງໃຫ້ເຫັນເຖິງໝາກຜົນແຫ່ງການນຳພາ ອັນປີຊາສາມາດ ສະຫຼາດສອງໃສຂອງພັກປະຊາຊົນປະຕິວັດລາວ ໃນການນຳພາປະຊາຊົນລາວ ບັນດາເຜົ່າປະຕິບັດ 2 ໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ປຸກລະດົມຊຸກຍູ້ຂະບວນການຈັດຕັ້ງຜັນຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ, ຍູ້ແຮງຂະບວນການພັດທະນາປັບປຸງກໍ່ສ້າງກົມກອງໃນທົ່ວກອງທັບ ໃຫ້ມີລະບຽບແບບແຜນ ແລະ ທັນສະໄ ໝ, ໂຄສະນາເຜີຍແຜ່ ການຈັດຕັ້ງຜັນລະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ກອງປະຊຸມ ໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ແລະ ການສະເຫລີມສະຫລອງປີສາມັກຄີ ມິດຕະພາບລາວ-ຫວຽດນາມ ການພັດທະນາພື້ນຖານໂຄງລ່າງ, ການປັບປຸງກໍ່ສ້າງກົມກອງ, ການເຄື່ອນໄຫວວຽກງານ ຢູ່ບັນດາກົມກອງກຳລັງຫຼວງ – ກຳລັງທ້ອງຖິ່ນຢ່າງມີຂະບວນການຟົດຟື້ນ ກວ້າງຂວາງ ແລະ ຕໍ່ເນື່ອງ, ພ້ອມນີ້ຍັງໄດ້ລາຍງານຂ່າວການເຄື່ອນໄຫວຂອງການນໍາຂັ້ນຕ່າງໆ ຢູ່ທັງພາຍໃນ ແລະ ຕ່າງປະເທດ, ລາຍງານໄພພິບັດທາງທໍາມະຊາດ, ເຫດການສໍາຄັນຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ມີຄວາມວ່ອງໄວ, ທັນເວລາ, ມີເນື້ອໃນອຸດົມສົມບູນຄົບຖ້ວນ ສາມາດຕອບສະໜອງຂໍ້ມູນຂ່າວສານທີ່ ເປັນປະໂຫຍດໃຫ້ຜູ້ຟັງ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກສັງຄົມດ້ວຍດີຕະຫຼອດມາ.

ສຳລັບທິດທາງໃນປີ 2023 ກອງບັນນາທິການໜັງສືພີມກອງທັບ ຈະປັບປຸງບົດບາດການນໍາພາແຕ່ລະຂັ້ນ ໃຫ້ ເຂັ້ມແຂງ ແລະ ມີປະສິດທິພາບສູງ ບົນພື້ນຖານເປັນເອກະພາບທາງດ້ານທິດທາງແຜນການ ແລະ ການປະສານງານທາງດ້ານວິຊາສະເພາະຕົວຈິງ ສ້າງໃຫ້ກົມກອງມີຄວາມໜັກແໜ້ນ ຮັບປະກັນອອກ ໜັງສືພິມລາຍວັນເປັນປົກະຕິ ພ້ອມທັງຍົກລະດັບການຂີດຂຽນຂອງນັກຂ່າວ ໃຫ້ມີຄວາມຊຳນານ, ມີເນື້ອໃນອຸດົມສົມບູນ, ຊວນອ່ານ, ວ່ອງໄວ ທັນສະໄໝດ້ວຍການນໍາໃຊ້ເຕັກໂນໂລຊີທີ່ກ້າວໜ້າໃນຍຸກປັດຈຸບັນ, ປັບປຸງລະບົບວິທີການສົ່ງຂ່າວ ຂອງຕ່າງນ່າງຂ່າວຢູ່ໃນກົມກອງ ທ້ອງຖິ່ນໃຫ້ ວ່ອງໄວທັນການກວ່າເກົ່າ ດ້ວຍການເຝິກໃຫ້ຮູ້ການນຳໃຊ້ເຕັກໂນໂລຊີການສື່ສານທີ່ທັນສະໄໝເຂົ້າໃນ ການສົ່ງຮູບ, ຂ່າວ ແລະ ສຽງ.

ໂອກາດນີ້, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກພະນັກງານ-ນັກຮົບທົ່ວກອງບັນນາທິການໜັງສືພິມກອງທັບວ່າ: ກອງບັນນາທິການໜັງສືພິມກອງທັບ ໃນນາມເປັນສືຫຼັກໃຫ້ກັບກອງທັບຕ້ອງກຳແໜ້ນທິດຊີ້ນຳຂອງພັກ, ກົດໝາຍສື່ມວນຊົນ ແລະ ການຊີ້ນຳຂອງຄະນະພັກກະຊວງປ້ອງກັນປະເທດ ກ່ຽວກັບການປັບປຸງພັດທະນາສື່ມວນຊົນຂອງກັບໄລຍະ ໃໝ່ ໂດຍສະເພາະມະຕິຂອງ ອົງຄະນະພັກກະຊວງປ້ອງກັນປະເທດໃນຂົງເຂດວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານ ແລະ ວຽກງານດ້ານຕ່າງໆ ຜະລິດຂ່າວທີ່ມີປະໂຫຍດສະໜອງສັງຄົມໃຫ້ຫຼາຍ ເຜີຍແຜ່ໃຫ້ກວ້າງຂວາງ ເພື່ອໂຄສະນາເຜີຍແຜ່ ບັນດາເນື້ອໃນຈິດໃຈມະຕິຄຳສັ່ງຂອງຂັ້ນເທິງລົງສູ່ ນາຍ ແລະ ພົນທະຫານ ຢ່າງວລ່ອງໄວທັນການ ແຕ່ຮັບປະກັນການຮັກສາ ຄວາມລັບທາງຍຸດທະສາດຂອງຊາດ ແລະ ທາງການທະຫານຢ່າງເດັດຂາດ; ເອົາໃຈໃສ່ການປັບປຸງການຈັດຕັ້ງບຸກຄະລາກອນສື່ມວນຊົນໃຫ້ພຽງພໍທາງປະລິມານ ແລະ ຮັບປະກັນທາງຄຸນນະພາບ, ໂດຍຜ່ານການເຄື່ອນຫໄວປັບປຸງກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງ 3 ປອດ ແລະ ສ້າງກອງວັດທະນະທຳ ນັກຮົບວັດທະນະທຳ, ສ້າງໃຫ້ເກີດມີຂະບວນການແຂ່ງຂັ້ນຂຽນດີ, ຂຽນເກັ່ງໃນຖັນແຖວນັກຂ່າວ ເພື່ອຄັດເລືອກເປົ້າໝາຍກໍ່ສ້າງພະນັກງານສື່ມວນຊົນຜູ້ທີ່ກ້າວໜ້າມີພອນສະຫວັນມີຄຸນສົມບັດສົ່ງໄປຍົກລະດັບ ຫຼື ໄປຮຽນຕໍ່ກໍ່ສ້າງເປັນພະນັກງານສືບທອດຍາວນານ ກົງກັນຂ້າມຜູ້ທີ່ຍັງອ່ອນຫຼ້າຫຼັງບໍ່ມີພອນສະຫວັນດ້ານສື່ມວນຊົນກໍສະເໜີຊັບຊ້ອນໄປເຮັດໜ້າທີ່ໃໝ່ທີ່ເນາະສົມກວ່າ, ປັບປຸງເນື້ອໃນ ຮູບແບບ ການໂຄສະນາເຜີຍຂ່າວສານທີ່ທັນສະໄໝ ສະດວກ ແລະ ເຂົ້າເຖິງຜູ້ ອ່ານຜູ້ຊົມດ້ວຍຫຼາຍແບບຫຼາຍວິທີ ຕາມຍຸກແຫ່ງການພັດທະນາ ເຕັກໂນໂລຊີຂ່າວສານ ປະສົມ ປະສານກັນ. ມີທັງສື່ສິ່ງພິມ ແລະ ສື່ເອເລັກໂຕຼນິກ ( ມີຄຣິບວີດີໂອ ມີຄຣິບສຽງ, ຢູທູບ, ເຟສ ປູກ ແລະ ອື່ນໆ) ກາຍເປັນຂະແໜງການສື່ມວນຊົນໜຶ່ງທີ່ມີການກະຈາຍຂ່າວສານຫຼາຍຊ່ອງທາງ. (ຂ່າວ :ໜັງສືພິມກອງທັບ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version