Home ບຸນປະເພນີ ເຮືອຫ້ວຍຊາຍຍາດໄດ້ລາງວັນທີ 1 ໃນການແຂ່ງຂັນຊ່ວງເຮືອ 4 ປະເທດ

ເຮືອຫ້ວຍຊາຍຍາດໄດ້ລາງວັນທີ 1 ໃນການແຂ່ງຂັນຊ່ວງເຮືອ 4 ປະເທດ

0
224

ຫ້ວຍຊາຍ ຍາດໄດ້ລາງວັນທີ 1 ການແຂ່ງຂັນຊ່ວງເຮືອຊາຍປະເພດ 30-35 ສີພາຍ 4 ປະເທດ ໄທ ຈີນ ແລະ ລາວ ເທສະການດອກງິ້ວບານ ຄັ້ງທີ 20 ປະຈຳປີ 2023 ເຊິ່ງການແຂ່ງຂັນຄັ້ງນີ້ມີນັກກີລາເຂົ້າ ຮ່ວມ 8 ທີມ.

ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະພິເສດສາມຫຼຽມຄຳ ກ່າວວ່າ ຈຸດປະສົງຂອງການຈັດງານຄັ້ງນີ້ເພື່ອອານຸຮັກວັດທະນະທໍາ ຮີດຄອງປະເພນີລາວອັນດີງາມໃຫ້ໄດ້ສືບຕໍ່ໄປເລື້ອຍໆ ເພື່ອສົ່ງເສີມການທ່ອງທ່ຽວຂອງເມືອງຕົ້ນເຜີ້ງໃນຊ່ວງງານເທດສະການດອກງິ້ວບານໃຫ້ມີຂະບວນ ການມ່ວນຊື່ນຫຼາຍຂຶ້ນ ສ້າງຄວາມສາມັກຄີ ຮັກແພງໃນໝູ່ຄະນະໃນທີມນັກກີລາກໍ່ຄືພໍ່ແມ່ປະຊາຊົນ ເພື່ອສ້າງຄວາມສາມັກຄີນັບແຕ່ຂັ້ນບ້ານ ບໍລິສັດ ເມືອງ ແຂວງຈົນເຖິງເພື່ອນບ້ານປະເທດລຸ່ມແມ່ນໍ້າຂອງທີ່ໃກ້ຄຽງໃຫ້ມີຄວາມຮັກແພງ ແລກປ່ຽນວັດ ທະນະທຳເຊິ່ງກັນ ແລະ ກັນ.

ການແຂ່ງຂັນຄັ້ງນີ້ມີຊ່ວງເຮືອຊາຍປະເພດ 30-35 ສີພາຍ ມີ 8 ທີມຄື ທີມເມືອງຕົ້ນເຜິ້ງ 1 ທີມ ເມືອງຕົ້ນເຜິ້ງ 2 ທີມ ເມືອງປາກທາ 1 ທີມເມືອງປາກທາ 2 ທີມເມືອງຫ້ວຍຊາຍ ທີມເມືອງແສນ ປະເທດໄທ ທີມຕົວແທນ ສປ ຈີນ ແລະ ທີມທະນາຄານພັດທະນາລາວ ໄລະຍະການແຂ່ງຂັນ 800 ແມັດ.

ຜ່ານການແຂ່ງທີມເມືອງຫ້ວຍຊາຍສາມາດຍາດໄດ້ລາງວັນທີ 1 ທີມເມືອງປາກທາ2 ໄດ້ລາງວັນທີ 2 ແລະ ລາງວັນ 3 ແມ່ນທີມເມືອງຕົ້ນເຜິ້ງ1 ສຳລັບທີມທີ່ໄດ້ລາງວັນທີ 1 ໄດ້ຮັບເງິນສົດ 150 ລ້ານກີບ ພ້ອມຂັນລາງວັນ ລາງວັນທີ 2 ເງິນສົດ 100 ລ້ານກີບ ພ້ອມຂັນລາງວັນ ລາງວັນທີ 3 ໄດ້ເງິນສົດ 50 ລ້ານກີບ ພ້ອມຂັນລາງວັນ ສ່ວນທີມທີ່ຕົກຮອບຈະໄດ້ຮັບລາງວັນຊົມເຊີຍທີມລະ15 ລ້ານກີບ.

ເທສະການດອກງິ້ວບານ ຄັ້ງທີ 20 ປະຈຳປີ 2023 ຈັດຂຶ້ນວັນທີ 26 ມັງກອນ 2023 ທີ່ທ່ານໍ້າດອນຊາວ (ເຂດເສດຖະພິເສດສາມຫຼຽມຄຳ) ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີທ່ານ ຄຳແຍງ ຄອນໄຊຍະກິດ ເຈົ້າເມືອງຕົ້ນເຜິ້ງ ທ່ານ ບຸນທອງ ແສງສີກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ແລະ ມວນຊົນເຂົ້າຮ່ວມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here