Home ແຈ້ງການສໍາຄັນ ແຈ້ງການ ຂອງ ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ

ແຈ້ງການ ຂອງ ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ

0

ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ພະນັກງານ, ອົງການ, ທະຫານ, ຕໍາຫຼວດ, ພໍ່ຄ້າຊາວຂາຍ, ຊາວຕ່າງປະເທດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ພາຍໃນແຂວງຜົ້ງສາລີ ຊາບທົ່ວເຖີງກັນວ່າ: ບໍລິສັດ ສະປອດມີເດຍ ຈໍາກັດ ມີຈຸດປະສົງ ຝຶກອົບຮົມການ ສອນຂັບລົດ 4×4 (ໂຟວິນ) ໂດຍມີ 4 ປະເທດເຂົ້າຮ່ວມ: ລາວ, ໄທ, ຫວຽດນາມ ແລະ ຈີນ ສະຖານທີ່ສອນຂັບຂີ່ ແມ່ນຢູ່ເທດສະບານ ແຂວງໃຫມ່ ເມືອງ ບຸນເຫນືອ ເລີ່ມແຕ່ວັນທີ 25 – 29 ມັງກອນ 2023. ທັງນີ້ກໍ່ເພື່ອເຮັດໃຫ້ຜູ້ຂັບຂີ່ລົດດັ່ງກ່າວເຂົ້າໃຈ ແລະ ຮຽນຮູ້ລະບົບ ຂັບຂີ່ລົດ 4×4 ໃຫ້ຖືກຕ້ອງ ແລະ ຖືກວິທີ ພ້ອມທັງຮັກສາລົດຂອງທ່ານເອງ ໃຫ້ມີການໃຊ້ງານຍາວນານ, ຖຶກຕ້ອງຕາມ ລະບຽບຈາລະຈອນ, ຫຼີກລ່ຽງການເກີດອຸປະຕິເຫດ, ຂັບຂີ່ປອດໄພ ຮັກສາຊັບສົມບັດຂອງຊາດ ແລະ ຂອງສ່ວນຕົວ.ການຝຶກອົບຮົມ ຄັ້ງນີ້ບໍລິສັດຈະມີໃບຢັ້ງຢືນໃຫ້, ຄ່າຝຶກອົບຮົມແມ່ນບໍ່ໄດ້ເສຍຄ່າ ແຕ່ດ້ານພາຫະນະ, ນໍ້າມັນລົດ, ອັດຕາກິນ, ຄ່າພັກເຊົາແມ່ນກຸ້ມຕົນເອງ. ທ່ານໃດທີ່ມີຄວາມສົນໃຈ ແມ່ນສາມາດຕິດຕໍ່ພົວພັນນໍາຜູ້ຮັບຜິດຊອບໄດ້ ເບີ ໂທ: 020 58995565, ລາຍລະອຽດມີວາລະຕິດຄັດມາພ້ອມນີ້.

ຫມາຍເຫດ: ບັນດາພະແນກການ, ອົງການຈັດຕັ້ງມະຫາຊົນ, ອົງການທຽບເທົ່າ ຂັ້ນແຂວງ ແມ່ນໃຫ້ພະນັກງານ ຂັບ ລົດຂອງທ່ານເຂົ້າຮ່ວມການຝຶກອົບຮົມ ສອນຂັບຂີ່ລົດ 4×4 (ໂຟວິນ) ໃນຄັ້ງນີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version