Home ຂ່າວຕ່າງປະເທດ ທ່ານ ນາງຫວໍຖິແອ້ງຊວນ ຖືກແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງ ຮັກສາການປະທານປະເທດ

ທ່ານ ນາງຫວໍຖິແອ້ງຊວນ ຖືກແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງ ຮັກສາການປະທານປະເທດ

0

ອ້າງຕາມຂ່າວ VOVWORLD, ວັນທີ 18 ມັງກອນ ທີ່ນະຄອນຫລວງຮ່າໂນ້ຍຂອງຫວຽດນາມ, ໃນນາມຄະນະ ກຳມະທິການສາມັນສະພາແຫ່ງຊາດ ປະທານສະພາແຫ່ງຊາດ ເວືອງດິງເຫວ ໄດ້ລົງນາມປະກາດ ຂອງຄະນະ ກຳມະທິການສາມັນສະພາແຫ່ງຊາດ ສະໄໝທີ 15 ກ່ຽວກັບການປະຕິບັດໜ້າທີ່ຮັກສາການປະທານປະເທດ ສາທາລະນະລັດສັງຄົມນິຍົມຫວຽດນາມ ຮອງປະທານປະເທດ ທ່ານ ນາງຫວໍຖິແອ້ງຊວນ ຮັກສາການປະທານປະເທດ. ໂດຍລະບຸວ່າ: ໂດຍອີງຕາມພື້ນຖານລັດຖະທຳມະນູນປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ ກົດໝາຍອົງກອນ ສະພາແຫ່ງຊາດ ສະບັບແກ້ໄຂ ແລະ ເພີ່ມຕື່ມມະຕິ ຂອງສະພາແຫ່ງຊາດ ສະໄໝທີ 15 ໃນວັນທີ 18 ມັງກອນ, ໃນກອງປະຊຸມວິສາມັນ ຄັ້ງທີ 3 ສະໄໝທີ 15 ແລະ ຂໍ້ສະຫລຸບ ຂອງກົມການເມືອງພັກ ກ່ຽວກັບການມອບໝາຍໃຫ້ສະມາຊິກ ຄະນະກຳມະການກາງພັກ ໃຫ້ດຳລົງຕໍາແໜ່ງຮັກສາການປະທານປະເທດຫວຽດນາມ. ຄະນະກຳມະທິການສາມັນສະພາ ແຫ່ງຊາດ ປະກາດວ່າ: ທ່ານ ນາງ ຫວໍຖິແອ້ງຊວນ ຮອງປະທານປະເທດໃຫ້ດຳລົງຕໍາແໜ່ງຮັກສາການປະທານປະເທດ ຫວຽດນາມ ໄປຈົນກວ່າສະພາແຫ່ງຊາດ ຈະຈັດກອງປະຊຸມເລືອກຕັ້ງປະທານປະເທດຄົນໃໝ່.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version