Home ຂ່າວດ່ວນ ສູນວັດທະນະທຳຈີນ ຈັດມະໂຫລານເທສະການກຸດຈີນ ຮອບພິເສດ

ສູນວັດທະນະທຳຈີນ ຈັດມະໂຫລານເທສະການກຸດຈີນ ຮອບພິເສດ

0

ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດກິດຈະກໍາ “ບຸນມະໂຫລານເທສະການກຸດຈີນ” ປີ 2023 ແລະ ການວາງສະແດງຮູບແຕ້ມພູຜາ ແລະ ແມ່ນໍ້າຍຸກສະໄໝບູຮານ ຫົວຂໍ້ “ປະເທດຈີນງາມເໝືອນຮູບແຕ້ມ” ຮອບພິເສດ ໃຫ້ແກ່ສິດເກົ່າໂຮງຮຽນ “ຫົກເຈັດ” ແຂວງກວາງຊີ ເປັນຄັ້ງທຳອິດ ໂດຍມີສິດເກົ່າຫລາຍກວ່າ 50 ທ່ານ ໄດ້ເຂົ້າຮ່ວມ.

ພາຍໃນງານ, ສິດເກົ່າຈາກໂຮງຮຽນ ຫົກເຈັດ ໄດ້ຮັບຊົມການວາງສະແດງຮູບແຕ້ມພູຜາ ແລະ ແມ່ນໍ້າຍຸກສະໄໝບູຮານຂອງຈີນ ຫົວຂໍ້ “ປະເທດຈີນງາມເໝືອນຮູບແຕ້ມ”, ໄດ້ສໍາຜັດກັບຮີດຄອງປະເພນີອັນເປັນມູນເຊື້ອຂອງເທສະການກຸດຈີນ ເຊັ່ນ: ການຂຽນຕົວອັກສອນ “ຝູ” (福=ຄວາມສຸກ, ໂຊກລາບ), ຮຽນຮູ້ວິທີການຫໍ່ກ້ຽວ ແລະ ກິດຈະກໍາອື່ນໆ. ພ້ອມນີ້, ຍັງມີກິດຈະກໍາການຮ້ອງເພງຈີນ ທີ່ສູນວັດທະນະທໍາຈີນ ໄດ້ຈັດຂຶ້ນເປັນພິເສດ ເຊິ່ງໄດ້ຮັບຄວາມນິຍົມຈາກບັນດາສິດເກົ່າໂຮງຮຽນ “ຫົກເຈັດ”, ຈາກສຽງເພງທີ່ບັນເລງອອກມາ ເຂົາເຈົ້າໄດ້ຫວນຄືນຊ່ວງເວລາທີ່ເຄີຍດໍາລົງຊີວິດຢູ່ປະເທດຈີນ, ທັງໄດ້ສະແດງຄວາມຂອບໃຈພັກ ແລະ ລັດຖະບານຈີນ ທີ່ໃຫ້ການຊ່ວຍເຫລືອແກ່ປະເທດລາວໂດຍທີ່ປະເທດຈີນ ໃນເວລານັ້ນກໍບໍ່ໄດ້ລໍ້າລວຍຮັ່ງມີ.

ທ່ານ ນາງ ຫລີຢີ່ຜິງ ຫົວໜ້າ ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໄດ້ມີຄໍາເຫັນວ່າ: ສອງຊາດລາວ-ຈີນ ມີແນວຄິດອຸດົມການເຊື່ອມຈອດກັນ, ມີລະບອບສັງຄົມຄືກັນ, ເສັ້ນທາງການພັດທະນາທີ່ຄ້າຍຄືກັນ, ມີອະນາຄົດ ແລະ ຊະຕາກໍາທີ່ກ່ຽວຂ້ອງກັນ. ບໍ່ວ່າໃນຍຸກສົງຄາມປະຕິວັດ ຫລື ໃນຍຸກການກໍ່ສ້າງສັງຄົມນິຍົມ, ທັງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ຍາມໃດກໍ່ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ໄດ້ເສີມສ້າງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອມາຕະຫລອດ.

ໂຮງຮຽນຫົກເຈັດ ແມ່ນສັກຂີພິຍານທາງປະຫວັດສາດ ຂອງມິດຕະພາບສອງຊາດລາວ-ຈີນ,ບັນດາສິດເກົ່າຈາກໂຮງຮຽນ ຫົກເຈັດ ແມ່ນຜູ້ສືບສານມິດຕະພາບລະຫວ່າງ ລາວ-ຈີນ, ໄດ້ປະກອບ ສ່ວນອັນພົ້ນເດັ່ນ ໃນດ້ານການຮ່ວມມືແລກປ່ຽນ ແລະ ສົ່ງເສີມມິດຕະພາບລາວ-ຈີນ. ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຍິນດີຕ້ອນຮັບບັນດາສິດເກົ່າຈາກໂຮງຮຽນ ຫົກເຈັດ ມາຢາມສະເໝີ ແລະ ຈະເປັນປ່ອງປະຕູທີ່ງົດງາມ ເພື່ອໃຫ້ບັນດາສິດເກົ່າ ໄດ້ສໍາພັດກັບວັດທະນະທໍາຈີນ, ເປັນບ້ານແສນອົບອຸ່ນທີ່ທຸກທ່ານສາມາດຫວນຄືນຊ່ວງເວລາອັນດີງາມ, ເປັນສາຍຜູກພັນທີ່ສະດວກທີ່ສຸດໃນການລົງເລິກມິດຕະພາບລາວຈີນ.

ໃນຊຸມປີ 60 ສະຕະວັດທີ 20, ເພື່ອຊ່ວຍເຫລືອປະເທດລາວ ທີ່ຕົກຢູ່ໃນສົງຄາມຕໍ່ຕ້ານການຮຸກຮານກູ້ຊາດ, ລັດຖະບານຈີນ ໄດ້ສ້າງໂຮງຮຽນແຫ່ງໜຶ່ງ ສໍາລັບລູກຫລານຂອງພະນັກງານສູນກາງລາວ ທີ່ນະຄອນໜານໜິງ ໂດຍບໍ່ເສຍຄ່າໃຊ້ຈ່າຍ ເນື່ອງຈາກ ລາວ ແລະ ຈີນ ໄດ້ຕົກລົງສ້າງຕັ້ງໂຮງ ຮຽນແຫ່ງນີ້ຂຶ້ນໃນປີ 1967 ຈຶ່ງໄດ້ຕັ້ງຊື່ໂຮງຮຽນດັ່ງກ່າວວ່າໂຮງຮຽນ “ຫົກເຈັດ”ເຊິ່ງໄດ້ດໍາເນີນການສິດສອນເປັນເວລາ 9 ປີ, ມີນັກຮຽນລາວທັງໝົດ 1.074 ຄົນ, ເຍົາວະຊົນຫລາຍຄົນທີ່ສຶກສາຢູ່ໂຮງ ຮຽນດັ່ງກ່າວ. ໃນເວລານັ້ນ, ຫລາຍທ່ານໄດ້ດໍາລົງຕໍາແໜ່ງເປັນການນໍາຂັ້ນສູງຂອງພັກ ແລະ ລັດຖະ ບານລາວ, ກາຍເປັນບຸກຄະລາກອນທີ່ມີຄວາມສາມາດໂດດເດັ່ນ ໃນຂົງເຂດເສດຖະກິດ, ຂົງເຂດວັດ ທະນະທໍາ ແລະ ອື່ນໆ.

ຂ່າວ: ກິດຕາ

ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version