Home ຂ່າວໜ້າໜຶ່ງ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທູດ ສ. ເກົາຫຼີ ຄົນໃຫມ່

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທູດ ສ. ເກົາຫຼີ ຄົນໃຫມ່

0

ໃນຕອນບ່າຍຂອງວັນທີ 14 ພະຈິກ 2022, ທີ່ ຫໍສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ຈອງ ຢອງ ຊູ (Jung Yung-soo), ເອກອັກຄະລັດມີຖະທູດແຕ່ງຕັ້ງ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈໍາ ສປປ ລາວ, ໃນໂອກາດມາຍື່ນສານຕາຕັ້ງ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈຳ ສປປ ລາວ ຄົນໃໝ່.

ໃນໂອກາດດັ່ງກ່າວ, ທ່ານປະທານປະ ເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ໃຫ້ກຽດໂອລົມຕໍ່ ທ່ານທູດ ຈອງ ຢອງ ຊູ (Jung Yung-soo) ໃນໂອກາດມາຍື່ນສານໃນຄັ້ງນີ້, ເຊິ່ງສະແດງໃຫ້ເຫັນເຖິງ ຄວາມໄວ້ເນື້ອເຊື່ອໃຈຈາກ ລັດຖະບານ ກໍຄື ປະຊາຊົນ ສ. ເກົາຫຼີ ທີ່ໄດ້ມອບຫມາຍໃຫ້ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ ແລະ ປະ ສົບການຂອງທ່ານທູດ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງ ສອງປະເທດ ລາວ ແລະ ສ. ເກົາຫຼີ ຈະໄດ້ຮັບການສືບຕໍ່ເພີ່ມທະວີຮັດແໜ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນໃນອະ ນາຄົດ. ພ້ອມນີ້, ທ່ານປະທານປະເທດ ກໍ່ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທີ່ເຕັມໄປດ້ວຍໝາກຜົນ ລະຫວ່າງ ສອງປະເທດ ລາວ – ສ.ເກົາຫຼີ ໂດຍສະເພາະ ດ້ານການເມືອງ ເຫັນໄດ້ຈາກການພົບປະແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິ ເຖິງວ່າສະ ພາບການແຜ່ລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ສ້າງຄວາມຫຍຸ້ງຍາກກໍ່ຕາມ ແລະ ການຮ່ວມມືໃນຂົງເຂດຕ່າງໆ ເປັນຕົ້ນ ດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ, ການພັດທະນາຊັບພະຍາ ກອນມະນຸດ, ສາທາລະນະສຸກ, ໂຄງລ່າງພື້ນຖານ, ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຮ່ວມມືດ້ານສະພາ ແມ່ນສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ພິເສດໃນປີ 2020 ຜ່ານມາ, ສອງປະເທດ ໄດ້ຮ່ວມກັນຈັດກິດຈະກໍາສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 25 ປີ (25/10/1995 – 25/10/2020).

ພ້ອມດຽວກັນນີ້, ທ່ານປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງຫນ້າໃຫ້ລັດຖະ ບານ ແລະ ປະຊາຊົນລາວ ບັນດາເຜົ່າ ສະແດງຄວາມຂອບໃຈເປັນຢ່າງຍິ່ງ ມາຍັງລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ ແລະ ທັນການແກ່ ສປປ ລາວ ໃນໄລຍະຜ່ານມາ, ເປັນຕົ້ນການຊ່ວຍເຫຼືອ ເພື່ອການພັດທະນາ (ODA) ແລະ ການສະໜອງເງິນກູ້ຜ່ານກອງທຶນຮ່ວມມືພັດທະນາເສດຖະກິດ (EDCF) ຂອງ ສ.ເກົາຫຼີ, ໂດຍສະເພາະ ດ້ານການພັດທະນາພື້ນ ຖານໂຄງລ່າງ, ສາທາລະນະສຸກ, ສຶກສາ, ກະສິກຳ ແລະ ອື່ນໆ ເພື່ອແນໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ ລວມທັງ ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ເພື່ອຮັບມືກັບການລະບາດຂອງພະຍາດໂຄວິດ-19 ໂດຍໃຫ້ການຊ່ວຍເຫຼືອທາງດ້ານທຶນຮອນ ແລະ ອຸປະກອນການແພດ ມູນຄ່າ 2,5 ລ້ານກວ່າໂດລາສະຫະລັດ.

ລັດຖະບານລາວ ຍັງໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມືໃນຂອບອາຊຽນ-ສ.ເກົາຫລີ, ແມ່ຂອງ-ສ. ເກົາຫລີ ແລະ ການເປັນປະທານອາຊຽນຂອງສປປ ລາວ ໃນໄລຍະຜ່ານມາ ລວມທັງການກະກຽມເປັນປະທານ ໃນປີ 2024, ພ້ອມທັງຊົມເຊີຍການລົງທຶນຂອງ ສ. ເກົາຫຼີ ຢູ່ ສປປ ລາວ ມີ 312 ໂຄງການ, ມູນຄ່າການລົງທຶນທັງໝົດ 758 ລ້ານກວ່າໂດລາສະຫະລັດ ເຊິ່ງໄດ້ຈັດຢູ່ອັນດັບຕົ້ນໆ ຂອງການລົງທຶນໂດຍກົງຈາກຕ່າງປະເທດໃນ ສປປ ລາວ ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ.

ໃນໂອກາດດຽວກັນນີ້, ທ່ານ ປະທານປະເທດ ຍັງໄດ້ສົ່ງຄຳເຊື້ອເຊີນ ທ່ານ ປະທານາທິບໍດີ ສ.ເກົາຫລີ ມາຢ້ຽມຢາມ ສປປ ລາວ ໃນເວລາທີ່ສະດວກ. ທ່ານ ເອກອັກຄະລັດຖະທູດ ສ. ເກົາຫຼີ ກໍໄດ້ສະແດງຄວາມຂອບໃຈຕໍ່ ຄໍາເວົ້າອັນຈົບງາມ ແລະ ການເຊື້ອເຊີນຂອງ ທ່ານປະທານປະເທດລາວ ແລະ ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງ ສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ລະຫວ່າງ ສປປ ລາວ ແລະ ສ.ເກົາຫລີ ໃຫ້ນັບມື້ໄດ້ຮັບໜາກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ.

ກົມການຂ່າວ, ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version