Home ຂ່າວໜ້າໜຶ່ງ ທ່ານ ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ

ທ່ານ ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ

0

ໃນວັນທີ 09 ພະຈິກ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານ ການພັດທະນາເສດ ຖະກິດ-ສັງຄົມ ແຂວງເຊກອງ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ ພ້ອມດ້ວຍການນຳຫຼັກແຫຼ່ງຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ.

ໃນໂອກາດນີ້, ທ່ານ ເຈົ້າແຂວງໆເຊກອງ ໄດ້ລາຍງານໃຫ້ຊາບ ກ່ຽວກັບແຜນວຽກຈຸດສຸມປີ 2023 ແລະ ຄາດໝາຍດ້ານເສດຖະກິດມະຫາພາກຂອງແຂວງ ໂດຍຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະ ພັນພາຍໃນ (GDP) ເພີີ່ມຂື້ນໃນລະດັບ 5% ຂຶ້ນໄປ, ໃນນັ້ນ ຂະແໜງກະສິກຳ ແລະ ປ່າໄມ້ ເພີີ່ມຂຶ້ນ 5,2% ກວມເອົາ 54,4%, ຂະ ແໜງອຸດສະຫະກຳ ເພີີ່ມຂຶ້ນ 3.0% ກວມເອົາ 28,7%, ຂະແໜງບໍລິ ການ ເພີີ່ມຂຶ້ນ 3,5 % ກວມເອົາ 16,7% ຂອງ (GDP); ຄວາມຕ້ອງການທຶນລວມ ເພືີ່ອຮັບປະກັນໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດ ໃນປີ 2023 ມີປະມານ 760 ຕື້ກີບ ກວມເອົາ 33% ຂອງ GDP, ໃນນັ້ນ: ການລົງທຶນຈາກງົບປະມານລັດ 76 ຕື້ກີບ, ກວມເອົາ 10%; ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 114 ຕື້ກີບ ກວມເອົາ 15%; ທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 570 ຕື້ກີບ ກວມເອົາ 75% ຂອງຄວາມຕ້ອງການທຶນທັງໝົດ.

ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳບາງບັນຫາ ເພື່ອໃຫ້ການນຳຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ນຳໄປຈັດຕັ້ງປະຕິບັດເປັນຕົ້ນ ໃຫ້ສືບຕໍ່ເອົາໃຈໃສ່ນຳພາ-ຊີ້ນໍາວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ພະນັກງານ-ລັດຖະກອນ ຢູ່ແຕ່ລະຂະແໜງການໃຫ້ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ໂດຍຖືເອົາຜົນປະໂຫຍດຂອງປະເທດຊາດເປັນກົກ; ເອົາໃຈໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ໃຫ້ຂາດໂຕ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມຂອງແຂວງ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ໂດຍຢຶດໝັ້ນຕາມຫຼັກການນໍາພາຂອງພັກ ແລະ ການຄຸ້ມຄອງລັດ ດ້ວຍລະບຽບກົດໝາຍ, ທັງຮັບປະກັນຕາມຫຼັກການຕົ້ນຕໍຄື: ເດັດຂາດ, ໂປ່ງໃສ ແລະ ມືອາຊີບ ໂດຍນໍາໃຊ້ທຸກນະໂຍບາຍ ແລະ ມາດຕະການແກ້ໄຂ ແລະ ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະເຖຍລະພາບໂດຍພື້ນຖານ; ສືບຕໍ່ການສ້າງສະພາບແວດລ້ອມໃນການດຳເນີນທຸລະກິດເພື່ອດຶງດູດ ແລະ ສົ່ງເສີມການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມສະດວກ ແລະ ວ່ອງໄວ ໂດຍສະເພາະແມ່ນ ການຄັດເລືອກໃຫ້ໄດ້ນັກລົງທຶນທີ່ມີຄຸນນະພາບທີ່ແທ້ຈິງ; ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດກະສິກຳ, ການປູກຝັງ ແລະ ລ້ຽງສັດ ທີ່ເປັນທ່າແຮງບົ່ມຊ້ອນຂອງແຂວງ ເພື່ອສະໜອງສະບຽງອາຫານຢູ່ພາຍໃນ ແລະ ເປັນສິນຄ້າສົ່ງອອກ ໃຫ້ຫຼາຍຂຶ້ນ; ສືບຕໍ່ພັດທະນາດ້ານການທ່ອງ ທ່ຽວ ແລະ ການບໍລິການໃຫ້ມີຄຸນນະພາບດີຂຶ້ນ ແລະ ຍືນຍົງ, ຮັກສາມູນເຊື້ອວັດທະນະທໍາອັນເປັນເອກະລັກຂອງຊາດ ກໍຄືຂອງແຂວງ ເຮັດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້້າມາທ່ອງທ່ຽວພາຍໃນແຂວງນັບມື້ນັບຫຼາຍຂຶ້ນ; ສືບຕໍ່ເອົາໃຈໃສ່ຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງທົ່ວປະເທດ ໃຫ້ໄດ້ຮັບຜົນດີ; ໃຫ້ຄະນະພັກ, ຄະນະນໍາ ຂອງແຂວງ ສືບຕໍ່ຍົກສູງຄວາມຮັບຜິດຊອບ ໃນການຊີ້ນໍາ-ນໍາພາ ອົງການປົກຄອງເມືອງ, ບ້ານ ແລະ ໜ່ວຍງານກ່ຽວຂ້ອງ ເປັນເຈົ້າການຍົກສູງສະຕິລະວັງຕົວ, ຕ້ານປະກົດການທີ່ບໍ່ຖືກຕ້ອງ, ມີສະຕິຕໍ່ອິດທິກຳລັງປໍລະປັກທີ່ບໍ່ຫວັງດີຕໍ່ພັກ-ລັດ, ກຳໃຫ້ໄດ້ຫາງສຽງສັງຄົມ, ບໍລິໂພກຂໍ້ມູນຂ່າວສານຢ່າງມີສະຕິ ໂດຍສະເພາະຂໍ້ມູນຂ່າວສານຜ່ານສື່ອອນລາຍຕ່າງໆ. ພ້ອມທັງເສີມຂະຫຍາຍມູນເຊື້ອປະຕິວັດ, ຄວາມຮັກຊາດ, ຄວາມພິລະອາດຫານ, ຄວາມສາມັກຄີ ເປັນປຶກແຜ່ນ ແລະ ເດັດດ່ຽວໃນການປະຕິບັດແນວທາງນະໂຍບາຍຂອງພັກ; ຂຸດຄົ້ນ ແລະ, ນໍາໃຊ້ທ່າແຮງ, ຄວາມສາມາດບົ່ມຊ້ອນດ້ານທີ່ຕັ້ງ ເພື່ອພັດທະ ນາ ແລະ ຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນແຂວງເຊກອງ ໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ.

ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version