0

ເປີດປ້າຍສວນອະນຸລັກຊີວະນາໆພັນ

ຢາພື້ນເມືອງ ບ້ານຜາລຽບ ເມືອງປາກລາຍ

ຂປລ. ແຫລ່ງຂ່າວຈາກ ເມືອງປາກລາຍ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມືອງປາກລາຍ ຈັດພິທີເປີດປ້າຍສວນອານຸລັກຊີວະນາໆພັນຢາພື້ນເມືອງ ບ້ານຜາລຽບ ຈັດຂຶ້ນໃນວັນທີ 8 ພະຈິກ ຜ່ານມາ ໂດຍມີ ທ່ານ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດການຢາພື້ນເມືອງລາວ ກະຊວງສາທາລະນະສຸກ, ທ່ານ ບຸນພະລັງ ວິໄລສັກຮອງເຈົ້າເມືອງປາກລາຍ, ທ່ານ ລາດສະວົງ ລັດສະໝີ ຮອງຫົວໜ້າພະແນກສາທາລະນະສຸກ, ມີອົງການປົກຄອງບ້ານອ້ອມຂ້າງ, ອົງການປົກຄອງບ້ານຜາລຽບພ້ອມດ້ວຍ ປະຊາຊົນບ້ານດັ່ງກ່າວ ເຂົ້າຮວ່ມ.

ໃນພິທີ ທ່ານ ສີສຸພັນ ຈັນສະຫວັດ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ໃຫ້ຮູ້ວ່າ: ສວນດັ່ງກ່າວ ຕັ້ງຢູ່ບ້ານຜາລຽບ ເມືອງປາກລາຍ ຫາງຈາກເທດສະບານເມືອງໄປທາງທິດຕາເວັນອອກສຽ່ງເໜືອປະມານ 68 ກິໄລແມັດ ມີເນື້ອທີ່ 38,15 ແຮັກຕາ, ຜ່ານການລົງສໍາຫລວດມາແຕ່ປີ 2019 ເຂດດັ່ງກ່າວເຫັນວ່າມີຄວາມອຸດົມສົມບູນໄປດ້ວຍພູຜາ, ມີປ່າໄມ້ໃຫຍ່ທີ່ຂຽວງາມ, ມີນໍ້າຫ້ວຍທີ່ໄຫລຕາມຮ່ອມພູຕະຫລອດປີ ໂດຍສະເພາະແມ່ນຫ້ວຍເຫລັກ ແລະ ເປັນເຂດທີ່ອຸດົມສົມບູນໄປດ້ວຍພືດພັນທີ່ເປັນຢາພື້ນເມືອງນາໆຊະນິດຫລາຍກວ່າ 253 ລາຍການ. ຈາກນັ້ນ, ກໍໄດ້ມີຄວາມເປັນເອກະພາບກັນກໍານົດເອົາເຂດດັ່ງກາວ ເປັນສວນອະນຸລັກຊີວະນາໆພັນຢາພື້ນເມືອງ, ພ້ອມທັງສ້າງປ້າຍບອກສວນ, ຂໍ້ຫ້າມ ແລະ ລະບຽບການຕ່າງໆ.

ໂອກາດດັ່ງກ່າວ, ທ່ານ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດການຢາພື້ນເມືອງລາວ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຂະແໜງການທີ່ກ່ຽວຂ້ອງ ທີ່ໄດ້ຊຸກຍູ້ສົ່ງເສີມການສ້າງສວນອະນຸ ລັກດັ່ງກ່າວ, ພ້ອມທັງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບ້ານຜາລຽບ ແລະ ບ້ານໃຫຍ່ພັດທະນາເມືອງປາທີ່ຢູ່ໃນເຂດອະນຸລັກ ແລະ ຂະແໜງການທີ່ກ່ຽວຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ມີສວ່ນຮ່ວມໃນການອະນຸ ລັກຊັບພະຍາກອນທໍາມະຊາດທີ່ເປັນຢາ ໃຫ້ຢືນຍົງຕະຫລອດໄປ, ການສ້າງສວນອະນຸລັກຊີວະນາໆພັນທີ່ເປັນຢາໃນຄັ້ງນີ້, ບໍ່ພຽງແຕ່ເປັນການອະນຸລັກ ຊັບພະຍາກອນທີ່ເປັນຢາເທົ່ານັ້ນ ແຕ່ຍັງເປັນການປົກປັກຮັກສາສິ່ງແວດລ້ອມທີ່ດີ ແລະ ສາມາດພັດທະນາຕິດພັນກັບການທ່ອງທ່ຽວທໍາມະຊາດ ແລະ ຍັງເປັນບ່ອນສຶກສາຄົ້ນຄົ້ວຢາພື້ນເມືອງ ເຂົ້າໃນການປິ່ນປົ່ວຄົນເຈັບ ໃຫ້ເຊັ່ນລູກເຊັ່ນຫລານ ໃນອະນາຄົດຕື່ມອີກ.

ຂ່າວ: ກ່າ ຄຸດທະວົງສັກ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version