Home ຂ່າວໜ້າໜຶ່ງ ກອງປະຊຸມສະພາປະທານສານອາຊຽນ ຄັ້ງທີ 10

ກອງປະຊຸມສະພາປະທານສານອາຊຽນ ຄັ້ງທີ 10

0

ໃນລະຫວ່າງວັນທີ 3 ຫາ 6 ພະຈິກ 2022 ຄະນະຜູ້ແທນສານປະຊາຊົນສູງສຸດ ນໍາໂດຍ ທ່ານ ນາງ ວຽງທອງ ສີພັນດອນ, ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສະພາປະທານສານອາຊຽນ ຄັ້ງທີ 10 ທີີ່ ກົວລາລໍາເປີ ປະເທດມາເລເຊຍ, ຊຶ່ງມີບັນດາປະທານສານສູງສຸດ ແລະ ຄະນະຜູ້ແທນ ຈາກປະເທດ ສປປ ລາວ, ສສ ຫວຽດນາມ, ມາເລເຊຍ, ມຽນມ້າ, ຟີລິບປິນ, ສິງກະໂປ, ຣາຊາອານາຈັກໄທ, ຣາຊາອານາຈັກກໍາປູເຈຍ, ບຣູໄນ ແລະ ອີນໂດເນເຊຍ ພ້ອມດ້ວຍປະເທດຜູ້ສັງເກດການ ຈາກ ສປ ຈີນ, ສ ເກົາຫຼີ ແລະ ຍິ່ປຸ່ນ ເຂົ້າຮ່ວມ.

ກອງປະຊຸມສະພາປະທານສານອາຊຽນໃນຄັ້ງນີ້ ເພື່ອຮັບຟັງການລາຍງານ, ປຶກສາຫາລື ແລະ ຮັບຮອງເອົາ ວຽກງານຕຸລາການອາຊຽນ ເປັນຕົ້ນ ການສ້າງເວບໄຊ ເພື່ອນໍາເອົາຂໍ້ມູນຂ່າວສານ, ບັນດາກົດໝາຍ ແລະ ອື່ນໆ ກ່ຽວກັບວຽກງານຕຸລາການອາຊຽນເຂົ້າໃນເວບໄຊ ເພື່ອເຮັດໃຫ້ບັນດາພາກພື້ນ, ສາກົນ ແລະ ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈວຽກງານຕຸລາການອາຊຽນເພີ່ມຂຶ້ນ; ຮ່າງລະບຽບການນຳເອົາຫຼັກຖານ ສໍາລັບການດໍາເນີນຄະດີແພ່ງ ຫຼື ບັນຫາທາງການຄ້າ ເພື່ອສາມາດນໍາເອົາຫຼັກຖານຕ່າງໆ ທີ່ມີຂໍ້ຂັດແຍ່ງຂ້າມຊາຍແດນມານໍາໃຊ້ໃນແຕ່ລະເທດພາຍໃນອາຊຽນໄດ້; ການນຳໃຊ້ເຕັກໂລຊີເຂົ້າໃນການບໍລິຫານຄະດີ (AI) ພາຍໃນອາຊຽນ; ຮ່າງລະບຽບຂໍ້ຂັດແຍ່ງຂ້າມຊາຍແດນກ່ຽວກັບເດັກນ້ອຍ ໂດຍສະເພາະ ແມ່ນຄວາມຮັບຜິດຊອບ ຂອງພໍ່ແມ່ຕໍ່ລູກ ແລະ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ໃນກໍລະນີມີການຢ່າຮ້າງ ຫຼື ຂໍ້ຂັດແຍ່ງກ່ຽວກັບເດັກ; ວຽກງານດ້ານການສຶກສາ ແລະ ການຝຶກອົບຮົມຕຸລາການ; ວຽກງານສ້າງສານດີເດັ່ນ ແລະ ແຜນການຮ່ວມມືໃນຕໍ່ໜ້າ ຂອງສານອາຊຽນ, ຈາກນັ້ນ ບັນດາປະທານສານອາຊຽນ ກໍໄດ້ລົງນາມຮັບຮອງເອົາຖະແຫຼງການຮ່ວມ, ພ້ອມນັ້ນ ສະພາປະຊາຊົນອາຊຽນ ຍັງໄດ້ມີກອງປະຊຸມບວກ 3 ຮ່ວມກັບ ສານ ສປປ ຈີນ, ສ ເກົາຫຼີ ແລະ ຍີ່ປຸ່ນ ເພື່ອປືກສາຫາລືແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການນໍາໃຊ້ເຕັກໂນໂລຊີເຂົ້າໃນການດໍາເນີນຄະດີໃນຂົງເຂດອາຊຽນ.

(ຂ່າວ:ສານປະຊາຊົນສູງສຸດ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version