Home ຂ່າວຕ່າງປະເທດ ອາຊຽນ+3 ແບ່ງປັນບົດຮຽນປະສົບການໃນການຟື້ນຟູຕະຫຼາດແຮງງານ

ອາຊຽນ+3 ແບ່ງປັນບົດຮຽນປະສົບການໃນການຟື້ນຟູຕະຫຼາດແຮງງານ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມລັດຖະມົນຕີ ກະຊວງແຮງງານອາຊຽນ +3 (ALMM+3, ລວມມີ ອາຊຽນ ແລະ 3 ປະເທດຄູ່ຮ່ວມມື ຄື: ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ) ຄັ້ງທີ 12 ທີ່ດຳເນີນຢູ່ນະຄອນຫຼວງມານີລາ ປະເທດຟີລິບປິນ. ກອງປະຊຸມໄດ້ແບ່ງປັນບົດຮຽນປະສົບການໃນການຟື້ນຟູຕະຫຼາດແຮງງານ ຕໍ່ໜ້າຜົນກະທົບຈາກພະຍາດໂຄວິດ – 19, ພ້ອມທັງປັບຕົວໃຫ້ແທດເໝາະກັບການຫັນປ່ຽນຢ່າງວ່ອງໄວໃນບັນຫາວຽກເຮັດງານທຳ, ແລກປ່ຽນກ່ຽວກັບຄວາມກ້າວໜ້າທາງດ້ານເຕັກໂນໂລຊີ, ດີຈີຕອນ, ການຫັນພື້ນຖານເສດຖະກິດເປັນສີຂຽວ ແລະ ສັງຄົມທີ່ມີອັດຕາຜູ້ສູງອາຍຸເພີ່ມຂຶ້ນ. ກອງປະຊຸມໃຫ້ຄຳໝັ້ນສັນຍາ ບັນລຸໄດ້ເປົ້າໝາຍລວມແມ່ນຟື້ນຟູ, ເຕີບໂຕຢ່າງສະໝ່ຳສະເໝີ, ຍືນຍົງໃນພາກພື້ນ, ຮັບປະກັນວຽກເຮັດງານທຳຢ່າງເປັນປົກກະຕິຂອງທຸກຄົນ, ຍົກສູງຄຸນນະພາບໃນການດຳລົງຊີວິດຂອງປະຊາຊົນ ເປັນຕົ້ນແມ່ນປະຊາຊົນທີ່ດຳລົງຊີວິດຢູ່ເຂດຊົນນະບົດ ແລະ ບັນດາເປົ້າໝາຍທີ່ມີຄວາມສ່ຽງສູງ.

ກອງປະຊຸມເນັ້ນໜັກວ່າ: ຄວາມສຳຄັນຂອງການຮ່ວມມື ອາຊຽນ + 3 ກ່ຽວກັບແຮງງານມຸ່ງໄປເຖິງເປົ້າໝາຍຍາວນານແມ່ນສ້າງປະຊາຄົມອາຊີຕາເວັນອອກ ທີ່ມີຄວາມສາມາດຮັບມື ແລະ ຖືອາຊຽນ ແມ່ນກຳລັງໜູນ, ພ້ອມທັງຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຊຸກຍູ້ການພັດທະນາແຫຼ່ງຊັບພະຍາກອນມະນຸດ, ການເຕີບໂຕກວມລວມ, ພັດທະນາແບບຍືນຍົງ. ກອງປະຊຸມໄດ້ເຫັນດີເປັນເອກະພາບຊຸກຍູ້ກອງປະຊຸມຄັ້ງຕໍ່ໄປໃນປີ 2024 ໃນອາຍຸການເປັນປະທານ ALMM ຂອງສິງກະໂປ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version