Home ຂ່າວກິລາ ແຂ່ງຂັນບານສົ່ງໃນຮົ່ມທົ່ວປະເທດ ຊີງຂັນ ສບສ ປະຈຳປີ 2022

ແຂ່ງຂັນບານສົ່ງໃນຮົ່ມທົ່ວປະເທດ ຊີງຂັນ ສບສ ປະຈຳປີ 2022

0

ການແຂ່ງຂັນກິລາບານສົ່ງໃນຮົ່ມຍິງ-ຊາຍ ທົ່ວປະເທດ ຊີງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ (ສບສ) ຄັ້ງທີ 4 ປະຈຳປີ 2022 ໄດ້ເປີດຂຶ້ນເມື່ອບໍ່ດົນມານີ້ຢູ່ເດີ່ນບານສົ່ງໃນຮົ່ມກອງທັບ ຫຼັກ 5 ໂດຍມີ ທ່ານ ກະເສມ ອິນທະລາ ຮອງປະທານຄະນະກໍາມະການໂອແລັມປິກລາວ, ທ່ານ ສີຈັນ ຈິດຕະປັນຍາ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະບໍລິຫານງານ ສບສ, ຄະນະນໍາ ຄູຝຶກ, ນັກກິລາ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ສຸລິຍາ ແກ້ວພິລາວົງ ຮອງປະທານສະຫະພັນບານສົ່ງແຫ່ງຊາດລາວ ກ່າວວ່າ: ການແຂ່ງຂັນ ມີຈຸດປະສົງເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ ແລະ ຂອງຊາດ ເພື່ອເປັນການພັດທະນານັກກິລາບານສົ່ງ ຍິງ-ຊາຍ ໃຊ້ເວລາວ່າງໃຫ້ເກີດປະໂຫຍດຕໍ່ຕົນເອງ ແລະ ສັງຄົມ ໂດຍການຫັນມາຫຼິ້ນກິລາເພື່ອເຮັດໃຫ້ສຸຂະພາບແຂງແຮງ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ເພື່ອເປັນການຜູກແໜ້ນຄວາມສາມັກຄີມິດຕະພາບ ລະຫວ່າງ ສບສ ກັບບັນດາສະໂມສອນກິລາບານສົ່ງທົ່ວປະເທດ ລະຫວ່າງ ຄະນະນໍາ ຄູຝຶກ ນັກກິລາ ແຕ່ລະສະໂມສອນ ພ້ອມດ້ວຍອົງການຈັດຕັ້ງທີ່ກ່ຽວຂ້ອງ ນອກນັ້ນຍັງເປັນການຄັດເລືອກເອົານັກກິລາຜູ້ທີ່ມີພອນສະຫວັນດີເດັ່ນ ສ້າງເປັນທີມຊາດໃນອະນາຄົດ ພ້ອມນີ້ຍັງເປັນການທົດສອບທີມ ແລະ ຄະນະກຳມະການຕັດສິນ ກຽມຮອງຮັບມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ໃນທ້າຍປີນີ້.

ການແຂ່ງຂັນຄັ້ງນີ້ ແມ່ນເລີ່ມແຂ່ງຂັນໃນວັນທີ 29 ຕຸລາ ແລະ ຈະປິດລົງໃນວັນທີ 4 ພະຈິກ 2022. ການແຂ່ງຂັນຄັ້ງນີ້ ມີທັງໝົດ 16 ທີມ (ທີມຍິງ 6 ທີມ) ສ່ວນລາງວັນຊະນະເລີດ ທັງຍິງ-ຊາຍ ຈະໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນລາງວັນ 12 ລ້ານກີບ ຮອງຊະນະເລີດ ໄດ້ຮັບເງິນສົດ 9 ລ້ານກີບ ອັນດັບທີ 3 ໄດ້ຮັບເງິນສົດ 6 ລ້ານກີບ ແລະ ອັນດັບທີ 4 ໄດ້ຮັບເງິນສົດ 4 ລ້ານກີບ.

ໃນພິທີ ຍັງໄດ້ມີການມອບເງິນສະໜັບຫຼັກ ຈາກບໍລິສັດ ເບຍລາວ ຈໍາກັດ ມູນຄ່າ 231 ລ້ານກີບ ແລະ ພາກສ່ວນທຸລະກິດ ຫ້າງຮ້ານຕ່າງໆ ອີກຈໍານວນໜຶ່ງ.

(ຂ່າວ-ພາບ: ສີພອນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version