Home ຂ່າວຕ່າງປະເທດ ກຳປູເຈຍ – ຕີມໍແລັດສະເຕ ເພີ່ມການຮ່ວມມືການບໍລິການທາງອາກາດ

ກຳປູເຈຍ – ຕີມໍແລັດສະເຕ ເພີ່ມການຮ່ວມມືການບໍລິການທາງອາກາດ

0

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 19 ຕຸລາ ທີ່ຜ່ານມານີ້, ກະຊວງການຕ່າງປະເທດກຳປູເຈຍ ໄດ້ອອກຖະແຫຼງການໂດຍລະບຸວ່າ ກຳປູເຈຍ ແລະ ຕີມໍແລັດສະເຕ ກຽມລົງນາມໃນເອກະສານທະວິພາຄີ ສຳຄັນ 2 ສະບັບ ໃນໂອກາດການເດີນທາງຢ້ຽມຢາມນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ຂອງທ່ານ ໂຮເຊ ຣາມອສ-ຮໍຕາ ປະທານາທິບໍດີຕີມໍແລັດສະເຕ.

ທັງນີ້, ຂໍ້ຕົກລົງດັ່ງກ່າວມີຄວາມກ່ຽວຂ້ອງກັບການຮ່ວມມືດ້ານການບໍລິການທາງອາກາດ ແລະ ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຄ້າຂາຍເຂົ້າລະຫວ່າງສອງປະເທດ ໂດຍຖະແຫຼງການລະບຸຕື່ມວ່າ ການເດີນທາງມາຢ້ຽມຢາມຂອງ ທ່ານ ໂຮເຊ ຣາມອສ-ຮໍຕາ ຈະເສີມສ້າງ ເພີ່ມຄວາມສຳພັນ ແລະ ການຮ່ວມມືທັງໃນຂອບທະວິພາຄີ ເພື່ອຜົນປະໂຫຍດຮ່ວມກັນຂອງທັງສອງປະເທດ. ອີກຢ່າງໜຶ່ງ, ທ່ານ ໂຮເຊ ຣາມອສ-ຮໍຕາ ໄດ້ເດີນທາງຢ້ຽມຢາມອິນໂດເນເຊຍເມື່ອເດືອນກໍລະກົດທີ່ຜ່ານມາ, ຖືວ່າເປັນການເດີນທາງໄປຢ້ຽມຢາມຕ່າງປະເທດຢ່າງເປັນທາງການຄັ້ງທຳອິດຂອງ ທ່ານ ໂຮເຊ ຣາມອສ-ຮໍຕາ ນັບຕັ້ງແຕ່ຊະນະການເລືອກຕັ້ງເປັນສະໄໝທີສອງເມື່ອເດືອນເມສາທີ່ຜ່ານມາ ຫຼັງຈາກດຳລົງຕຳແໜ່ງຜູ້ນຳຕີມໍແລັດສະເຕ ສະໄໝທຳອິດ ໃນລະຫວ່າງປີ 2007-2012 ໂດຍທ່ານ ໂຮເຊ ຣາມອສ-ຮໍຕາ ມຸ່ງໝັ້ນທີ່ຈະນຳພາຕີມໍແລັດສະເຕເຂົ້າເປັນສະມາຊິກລຳດັບທີ 11 ຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນ ອອກສ່ຽງໃຕ້ (ອາຊຽນ) ຫຼັງຈາກຍື່ນໜັງສືສະໝັກເມື່ອປີ 2011 ແລະ ຫວັງວ່າຈະໄດ້ຮັບການອະນຸມັດເມື່ອອິນໂດເນເຊຍ ຮັບຕຳແໜ່ງປະທານອາຊຽນປະຈຳປີໜ້າຕໍ່ຈາກກຳປູເຈຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version