Saturday, September 21, 2024
Homeຂ່າວພາຍໃນສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 6 ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ລົງເຄື່ອນໄຫວ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 3

ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 6 ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ລົງເຄື່ອນໄຫວ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 3

ວັນທີ 12 ຕຸລາ 2022 ນີ້, ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 6 ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ລົງເຄື່ອນໄຫວ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 3 ສະພາປະຊາຊົນແຂວງ ຊຸດທີ II ແລະ ເອກະສານສຳຄັນຂອງພັກ-ລັດ ຢູ່ທີ່ຫ້ອງປະຊຸມຂອງເມືອງໂພນໄຊ ແຂວງຫຼວງພະບາງ ຊຶ່ງເປົ້າໝາຍ ຂອງຜູ້ເຂົ້າຮ່ວມ ຮັບຟັງການເຜີຍແຜ່ຜົນສຳເລັດກອງປະຊຸມ ປະກອບມີ: ຫົວຫນ້າ, ຮອງຫົວຫນ້າຫ້ອງການ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ເຂົ້າຮ່ວມ 97 ທ່ານ, ຍິງ 23 ທ່ານ.

ການລົງເຄື່ອນໄຫວວຽກງານໃນຄັ້ງນີ້, ທ່ານ ແກ່ນຈັນ ພິລາວັນ ຮອງເຈົ້າເມືອງ-ເມືອງໂພນໄຊ ກໍ່ໄດ້ຂື້ນຜ່ານບົດລາຍງານ ສະພາບໂດຍຫຍໍ້ ຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການ 1 ປີຕໍ່ໜ້າ ຊຶ່ງກໍ່ໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸງຍາກ ແລະ ສິ່ງທ້າທາຍຫຼາຍບັນຫາ. ຈາກນັ້ນ ທ່ານ ນາງ ວຽນວິໄລດີລະພັນ ກຳມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 6 ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ກໍ່ໄດ້ໃຫ້ກຽດເຜີຍແຜ່ເນື້ອໃນຈິດໃຈ ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດທີ IX , ສະພາປະຊາຊົນແຂວງ ຊຸດທີ II ແລະ ເອກະສານສຳຄັນ ຂອງພັກ-ລັດ. ໃຫ້ພະນັກງານ-ລັດຖະກອນ, ທະຫານ-ຕຳຫລວດ ໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ບັນຫາສຳຄັນຕ່າງໆ ທີ່ໄດ້ພິຈາລະນາ ແລະ ຮັບຮອງເອົາຢູ່ໃນກອງປະຊຸມ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ. ພ້ອມນີ້ ຍັງໄດ້ຮັບຟັງຄຳຄິດຄຳເຫັນ, ຂໍ້ຂັດຂ້ອງໝອງໃຈຂອງເມືອງທີ່ໄດ້ສະເໜີຕໍ່ກອງປະຊຸມ. ເຊິ່ງເຫັນໄດ້ຫລາຍບັນຫາ ທີ່ຕິດພັນກັບ ວຽກງານການພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານອື່ນໆ.

ພ້ອມດຽວກັນນັ້ນ ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 6 ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ກໍໄດ້ອະທິບາຍ, ຊີ້ແຈງ ຕໍ່ກັບບັນດາຄຳສະເໜີຕ່າງໆ ໃຫ້ເຂົ້າໃຈຕໍ່ກັບບັນຫາດັ່ງກ່າວ ແລະ ທ່ານຍັງໄດ້ຮັບເອົາບາງຄຳສະເໜີຕ່າງໆເພື່ອນຳໄປສະເໜີ-ລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າພິຈາລະນາ ແລະ ແກ້ໄຂຕາມພາລະບົດບາດ ພ້ອມທັງໄດ້ຮຽກຮ້ອງໃຫ້ ພະນັກງານ-ລັດຖະກອນ, ທະຫານ-ຕຳຫລວດ ຈົ່ງສືບຕໍ່ເອົາໃຈໃສ່ສ້າງເສດຖະກິດຄອບຄົວ ໂດຍສະເພາະແມ່ນການປູກຝັງ-ລຽ້ງສັດ, ພ້ອມທັງປຸກລະດົມເຕົ້າໂຮມຄວາມສາມັກຄີພາຍໃນເມືອງໃຫ້ໜັກແໜ້ນ; ຈົ່ງເປັນເຈົ້າການຮັກສາຄວາມສະຫງົບພາຍໃນເມືອງ ແລະ ຮັກສາວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ພ້ອມທັງເອົາໃຈໃສ່ ຍົກສູງສິດເປັນເຈົ້າ ໃນການຈັດຕັ້ງປະຕິບັດ ບັນດານະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ກໍຄືມະຕິກອງປະຊຸມຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ ໂດຍສະເພາະແມ່ນ 2 ວາລະແຫ່ງຊາດ ໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້. ໃນໂອກາດການລົງເຄື່ອນໄຫວໃນຄັ້ງນີ້ ທ່ານ ຍັງໄດ້ມອບງົບປະມານປະຈຳປີ 2022 ຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງ ເມືອງໂພນໄຊ ຈຳນວນ: 10.000.000 ກີບ. (ສິບລ້ານກີບ)

ຂ່າວ ບຸນມີ ໄຊຍະກຸມມານ ນັກຂ່າວຂອງຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ

#Medialaos

#ແຂວງຫລວງພະບາງ

#ນັກຂ່າວໂທລະພາບແຂວງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments