Home ບຸນປະເພນີ ສືບຕໍ່ປົກປັກຮັກສາ ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ

ສືບຕໍ່ປົກປັກຮັກສາ ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ

0

ພະອາຈານ ບຸນສີ ເທບບົວລີ ເຈົ້າອະທິການວັດທົ່ງສີບຸນເຮືອງໄຊຍະຣາມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນໄດ້ໃຫ້ຮູ້ວ່າ: ການອອກພັນສາປາວໍລະນາໃນທາງສາດສະໜາ ໃນເມື່ອພະພິກຂຸສົງໄດ້ອະທິຖານຈິດເຂົ້າພັນສາຄົບໄຕມາດ 3 ເດືອນແລ້ວ ພະພິກຂຸສົງເຫຼົ່ານັ້ນ ກໍ່ໄດ້ປາວໍລະນາຕົນອອກຈາກການຈໍາພັນສາ ເຊິ່ງໄດ້ກໍານົດເອົາມື້ 15 ຄໍ່າເດືອນ 11 ເພັງ ເປັນມື້ປາວໍລະນາອອກພັນສາ ໂດຍບາງທ້ອງຖິ່ນແມ່ນໄດ້ປາວໍລະນາອອກພັນສາແຕ່ 4 ໂມງເຊົ້າ, ບາງທ້ອງຖິ່ນແມ່ນກໍານົດເອົາຕອນບ່າຍ ເພື່ອເຕົ້າໂຮມພະພິກຂຸສົງປາວໍລະນາອອກພັນສາພ້ອມກັນ ສະເພາະພະພິກຂຸສົງທີ່ນອນຢູ່ໃນວັດທີ່ຂຶ້ນເມືອງຈັນທະບູລີ 31 ວັດ ແມ່ນໄດ້ກໍານົດເອົາວັດອົງຕື້ ເປັນຈຸລວມໃນການປາວໍລະນາອອກພັນສາ ໄປຄຽງຄູ່ກັນນີ້ທາງຮີດຄອງປະເພນີໃນຕອນເຊົ້າຄົນລາວມວນຊົນຊາວພຸດ ກໍ່ໄດ້ພາກັນທໍາບຸນ, ຕັກບາດ, ຢາດນໍ້າ, ຖວາຍທານຕາມສັດທາ ຢູ່ຕາມວັດຕ່າງໆ ຈາກນັ້ນຕອນບ່າຍກໍ່ມີການເຮັດກິດຈະກໍາຕາມຮີດຄອງປະເພນີ – ວັດທະນະທໍາອັນດີງາມຂອງຄົນລາວທີ່ເຄີຍປະຕິບັດມາແຕ່ບັນພະບູລຸດ ຢູ່ທ້ອງຖິ່ນຂອງຕົນ

ນອກຈາກນີ້ພະອາຈານ ບຸນສີ ເທບບົວລີ ເຈົ້າອະທິການວັດທົ່ງສີບຸນເຮືອງໄຊຍະຣາມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນຍັງໄດ້ຮຽກຮ້ອງໃຫ້ລູກຫຼານຊາວໜຸ່ມຮຸ້ນສືບທອດຈົ່ງພ້ອມກັນປົກປັກຮັກສາ, ຮີດຄອງປະເພນີ – ວັດທະນະທໍາອັນດີງາມຂອງຊາດ, ຝາກເຖິງຄົນລາວຊາວພຸດທີ່ໄດ້ຕັ້ງຈິດອະທິຖານທໍາແຕ່ສິ່ງດີ, ງົດຈາກສິ່ງມຶ່ນເມົາ, ອະໄວຍະມົກຕ່າງໆ ໃນຊ່ວງເຂົ້າພັນສາ ຈົນເຖິງມື້ອອກພັນສາ ຈົ່ງພ້ອມກັນສືບຕໍ່ປະຕິບັດຕາມ ຈິດອະທິຖານທີ່ຕົນໄດ້ປະຕິບັດຜ່ານມາ ເພື່ອເປັນທີ່ຍຶດນ່ຽວຈິດໃຈ, ເປັນແນວທາງໃນການດໍາລົງຊີວິດ ແລະ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມສະຫງົບ, ຮຸ່ງເຮື່ອງສີວິໄລຍິ່ງໆຂຶ້ນ.

ຂ່າວ: ຄຳໃໝ່ ສັງທອງເພັດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version