Home ບຸນປະເພນີ ມວນຊົນທ່ຽວຊົມງານບຸນຊ່ວງເຮືອທີ່ທ່າວັດຈັນ

ມວນຊົນທ່ຽວຊົມງານບຸນຊ່ວງເຮືອທີ່ທ່າວັດຈັນ

0

ບັນຍາກາດເຊົ້າວັນທີ 10 ຕຸລາ 2022 ທີ່ງານບຸນອອກພັນສາປະວໍຣະນາ – ຊ່ວງເຮືອປະເພນີ ປະຈຳປີ 2022 ທີ່ທ່າວັດຈັນ ນະຄອນຫຼວງວຽງຈັນ ຊຶ່ງງານບຸນດັ່ງກ່າວໄດ້ເລີ່ມແຕ່ວັນທີ 8 ຕຸລາ ຫາ 11 ຕຸລາ 222 ເຫັນວ່າມີມວນຊົນມາທ່ຽວຊົມການຊ່ວງເຮືອຢ່າງຄຶກຄື້ນ ແລະ ກໍມີຮ້ານຄ້າເປັນຈໍານວນຫຼາຍ ເປັນຕົ້ນຕອນຄໍ່າມື້ນີ້ ຈະໄດ້ມີການລອຍກະທົງ ຢູ່ຕາມແຄມແມ່ນໍ້າຂອງກໍໄດ້ມີບ່ອນບໍລິການໄວ້ໃຫ້ມວນຊົນລົງລອຍກະທົງໄດ້ສະດວກສະບາຍຫຼາຍຈຸດ ແລະ ກໍມີຊາວຄ້າຂາຍທີ່ກະກຽມເຮັດກະທົງໄວ້ຂາຍຫຼາຍຮ້ານ ນີ້ກໍເປັນການຮັກສາມູນເຊື້ອວັດທະນະທຳ ຮີດຄອງ ອັນດີງາມຂອງຊາດເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ເຫັນປະເພນີການລອຍກະທົງ ແລະ ໄຫຼເຮືອໄຟ ອັນເປັນປະເພນີສືບທອດກັນມາແຕ່ບັນພະບູລຸດຂອງຊາດລາວ.

ນາງ ກ້ອງ ພົມດວງສີ ແລະ ຄອບຄົວ ປະຊາຊົນ ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ອາຊີບຄ້າຂາຍ ໄດ້ໃຫ້ສໍາພາດວ່າ: ຕົນເອງ ແລະ ຄອບຄົວໄດ້ມາຂາຍກະທົງຢູ່ງານບຸນຊ່ວງເຮືອເລີ່ມແຕ່ປີ 2007 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກ່ອນຈະມີການແຜ່ລະບາດຂອງພະຍາດໂຄວິດ-19; ເປັນໄລຍະສອງສາມປີທີ່ບໍ່ໄດ້ມາເຮັດກະທົງຂາຍ ມື້ນີ້ຮູ້ສຶກດີໃຈຫຼາຍທີ່ສະພາບບັນຍາກາດງານບຸນກັບມາເປັນປົກກະຕິຄືໃນເມື່ອກ່ອນທີ່ຈະມີພະຍາດໂຄວິດ-19, ເຮັດໃຫ້ຕົນເອງ ແລະຄອບຄົວໄດ້ພ້ອມພາກັນມາເຮັດກະທົງຂາຍ ອາຊີບນີ້ແມ່ນໄດ້ເຮັດມາແຕ່ຮຸ່ນພໍ່ແມ່ສືບທອດກັນມາ. ສໍາລັັບງານບຸນປີນີ້ ເຫັນວ່າມີຜູ້ຄົນມາທ່ຽວຢ່າງຫຼວງຫຼາຍ ກະທົງທີ່ກະກຽມເຮັດມື້ນີ້ປະມານ 100 ກວ່າອັນ ເພາະໄລຍະຜ່ານມາເຄີຍໄດ້ຂາຍຫຼາຍກວ່າ 150 ອັນ ຊຶ່ງລາຄາເລີ່ມຕົ້ນແມ່ນ 15 ພັນກີບ ຫາ 60 ພັນກີບ ຕໍ່ອັນ ຕາມຂະໜາດນ້ອຍໃຫຍ່.

ສຳລັບ ສະຖານທີ່ວາງສະແດງ ແລະ ຂາຍສິນຄ້າ ຄະນະກຳມະການຈັດງານ ໄດ້ກຳນົດເອົາເຂດສວນເຈົ້າອານຸວົງ ແລະ ເສັ້ນທາງເຈົ້າຟ້າງຸ່ມທັງ 2 ຟາກທາງ ນັບແຕ່ໂຮງແຮມລ້ານຊ້າງ ຂຶ້ນມາຫາສາມແຍກປາກປາສັກ ແລະ ເສັ້ນທາງດ້ານໜ້າ ແລະ ດ້ານຫຼັງຂອງໂຮງຮຽນປາກປ່າສັກ.

ສ່ວນບ່ອນຈອດລົດຈັກ ແລະ ລົດໃຫຍ່ ໄດ້ກຳນົດເອົາບາງຈຸດຢູ່ເສັ້ນທາງ 4 ແຍກທະນາຄານພັດທະນາລາວ ລົງມາສີ່ແຍກໄຟແດງບ້ານສີຫອມ, ສາມແຍກໄຟແດງວັດອິນແປງ, ເສັ້ນທາງເສດຖາທິລາດ ໄປຫາສີ່ແຍກໄຟແດງວັດສີສະເກດ ຊຶ່ງແຕ່ລະບ່ອນກໍໄດ້ມີປ້າຍແຈ້ງລາຄາເປັນຢ່າງດີ.

ໂດຍ: ຍຸພິນທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version