Home ຂ່າວກິລາ ແມນຊີຕີ ເລີ່ມເຈລະຈາຮາແລນ ຫວັງຕັດເງື່ອນໄຂຂາຍໃຫ້ມາດຣິດ

ແມນຊີຕີ ເລີ່ມເຈລະຈາຮາແລນ ຫວັງຕັດເງື່ອນໄຂຂາຍໃຫ້ມາດຣິດ

0

ແມນເຊັສເຕີ ຊິຕີ ກໍາລັງພະຍາຍາມເຈລະຈາເພື່ອປ່ຽນສັນຍາສະບັບໃໝ່ໃຫ້ກັບ ເອລິງ ຮາແລນ ເຖິງແມ່ນວ່າດາວຍິງທີມຊາດນອກແວ ຫາກໍຍ້າຍມາຮ່ວມທີມພຽງບໍ່ເທົ່າໃດເດືອນເທົ່ານັ້ນ.

The Sun ສື່ອັງກິດ ລາຍງານວ່າ ແມນເຊສເຕີ ຊີຕີ ຕ້ອງການຮັກສາ ຮາແລນ ເປັນສົມບັດລໍ້າຄ່າຂອງທີມໃນໄລຍະຍາວ ດັ່ງນັ້ນ ຈຶ່ງຕ້ອງການປ່ຽນສັນຍາປັດຈຸບັນຂອງກອງໜ້າອາຍຸ 22 ປີ ທີ່ມີເງື່ອນໄຂທີ່ເຮັດໃຫ້ສະໂມສອນຢ້ານກົວຢູ່ໃນເວລານີ້.

ລາຍງານຂ່າວລະບຸວ່າ ສັນຍາທີ່ ຮາແລນ ເຊັນກັບ ແມນເຊສເຕີ ຊີຕີ ເມື່ອລະດູຮ້ອນທີ່ຜ່ານມາ ມີເງື່ອນໄຂທີ່ອະນຸຍາດໃຫ້ເຂົາຍ້າຍໄປຮ່ວມທີມ ຣິວ ມາດຣິດ ໄດ້ໃນລະດູຮ້ອນປີ 2024 ຫາກ ຣິວ ມາດຣິດ ຍື່ນຂໍ້ສະເໜີຊື້ໃນໄລຍະເວລານັ້ນ ເຊິ່ງເປັນເງື່ອນໄຂທີ່ ແມນເຊສເຕີ ຊີຕີ ຍອມຕອບຮັບແບບບໍ່ເຕັມໃຈ.

ດັ່ງນັ້ນ ແມນເຊັສເຕີ ຊິຕີ ຈຶ່ງດໍາເນີນການເຈລະຈາສັນຍາສະບັບໃໝ່ກັບ ຮາແລນ ແລ້ວ ໂດຍມີຈຸດປະສົງຄື ຕັດເງື່ອນໄຂດັ່ງກ່າວອອກ ຂະນະດຽວກັນ ກໍຈະເພີ່ມໄລຍະເວລາຂອງສັນຍາ ແລະ ເພີ່ມຄ່າຈ້າງຂອງນັກເຕະເຂົ້າໄປໃຫ້ເໝາະສົມຂຶ້ນອີກ

ສໍາລັບ ຮາແລນ ຍິງໄປແລ້ວເທື່ອລະ 3 ປະຕູໃນ 3 ນັດໃນ ພຣີເມຍລີກ ເຊິ່ງເປັນນັກເຕະຄົນທໍາອິດທີ່ຍິງໄດ້3 ປະຕູໃນບ້ານ 3 ນັດຕິດຕໍ່ກັນ ລວມແລ້ວເປັນ 14 ປະຕູຈາກ 8 ເກມໃນພຣີເມຍລີກ ແລະ ເປັນ 17 ປະຕູຈາກ 11 ນັດໃນທຸກການແຂ່ງຂັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version