Home ຂ່າວພາຍໃນ ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ເມືອງທ່າແຂກ ຈະສຳເລັດກ່ອນງານບຸນອອກພັນສານີ້

ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ເມືອງທ່າແຂກ ຈະສຳເລັດກ່ອນງານບຸນອອກພັນສານີ້

0

ວັນທີ 5 ຕຸລາ 2022 ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ລົງຕິດຕາມການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ຈຸດແຄມແມ່ນໍ້າຂອງ ໃກ້ກັບຝາມໄຊ (ດ້ານຫຼັງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ) ເຊິ່ງມີຄວາມຍາວ 93 ແມັດ. ເຊິ່ງຕາຝັ່ງຈຸດດັ່ງກ່າວແມ່ນມີການຊຸດໂຕລົງໃນກ່ອນໜ້ານີ້ແລ້ວ ແລະ ຕົກມາໃນເດືອນ 6-7 ປີ 2022 ໄດ້ເກີດມີຝົນຕົກໜັກຢ່າງຕໍ່ເນື່ອງ ເຮັດໃຫ້ປະລິມານນໍ້າຂອງເພີ່ມຂຶ້ນຢ່າງໄວ ແລະ ໄດ້ເສາະເຈື່ອນຕາຝັ່ງໃນຈຸດນີ້ກວ້າງອອກ ເຊິ່ງໄດ້ກະທົບຮອດທາງເບຕົງ ເສັ້ນລຽບແຄມແມ່ນໍ້າຂອງ ເຮັດໃຫ້ຜູ້ຄົນທີ່ໃຊ້ເສັ້ນທາງດັ່ງກ່າວ ຕ້ອງໄດ້ເພີ່ມຄວາມລະມັດລະວັງໃນການສັນຈອນໄປມາ. ເພື່ອຕອບສະໜອງໃຫ້ແກ່ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນຢູ່ຈຸດດັ່ງກ່າວ ບໍ່ໃຫ້ເສາະເຈື່ອນແຜ່ລາມອອກເປັນວົງກວ້າງ ພະແນກໂຍທາທິການ ແລະ ຂົນສົ່ງແຂວງຄໍາມ່ວນ ຈຶ່ງໄດ້ລາຍງານ ແລະ ສະເໜີຕໍ່ທ່ານເຈົ້າແຂວງຄໍາມ່ວນ ເພື່ອຂໍອະນຸຍາດກໍ່ສ້າງສຸກເສີນ. ເຊິ່ງການກໍ່ສ້າງໂຄງການດັ່ງກ່າວແມ່ນໄດ້ເລີ່ມຈັດຕັ້ງປະຕິບັດໃນວັນທີ 22 ກັນຍາ 2022 ໂດຍແມ່ນບໍລິສັດ ດີເອັມ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ ເຊິ່ງມີຄວາມຍາວທັງໝົດ 93 ແມັດ, ໃນມູນຄ່າການກໍ່ສ້າງທັງໝົດ 4,5 ຕື້ກວ່າກີບ. ເຊິ່ງການກໍ່ສ້າງດັ່ງກ່າວແມ່ນຈະໃຫ້ສຳເລັດກ່ອນການຈັດງານບຸນອອກພັນສາ ແລະ ຊ່ວງເຮືອ ປະຈຳປີ 2022 ນີ້.

#Medialaos #ມີເດຍລາວ #khammouanenews #ແຂວງຄຳມ່ວນ #ຕາຝັ່ງເຈື່ອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version