Wednesday, April 23, 2025
Homeສຶກສາສສກ ຫາລືປັບປຸງຫຼັກສູດການຮຽນການສອນທິດສະດີການເມືອງ ລະບົບການສຶກສາແຫ່ງຊາດ

ສສກ ຫາລືປັບປຸງຫຼັກສູດການຮຽນການສອນທິດສະດີການເມືອງ ລະບົບການສຶກສາແຫ່ງຊາດ

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ຈັດກອງປະຊຸມປຶກສາຫາລືກັບກົມວິຊາການທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດຄຳສັ່ງເລກທີ 03/ຄລສພ ວ່າດ້ວຍການປັບປຸງຫຼັກສູດການຮຽນການສອນທິດສະດີການເມືອງໃນລະບົບໂຮງຮຽນພັກ ແລະ ລະບົບສຶກສາແຫ່ງຊາດ ໃນວັນທີ 19ກັນຍາ ຜ່ານມາ ທີ່ຫ້ອງປະຊຸມສຳນັກກະຊວງ, ໂດຍການເປັນປະທານຂອງທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງ ສສກ, ມີວິຊາການທີ່ກ່ຽວຂ້ອງຈາກມະຫາວິທະຍາໄລແຫ່ງຊາດ, ກົມການສຶກສາຊັ້ນສູງ, ກົມອາຊີວະສຶກສາ, ກົມສ້າງຄູ ແລະ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານຮອງລັດຖະມົນຕີ ກະຊວງ ສສກ ໄດ້ທົບທວນຄືນຜົນຂອງການຈັດຕັ້ງປະຕິບັດຄຳສັ່ງເລກທີ 03/ຄລສພ ທີ່ໄດ້ມອບໝາຍໃຫ້ກະຊວງສຶກສາທິການ ແລະ ກິລາ ຮັບຜິດຊອບຫັນເອົາຫຼັກສູດທິດສະດີການເມືອງ, ວິຊາການເມືອງເຂົ້າໃນລະບົບການສຶກສາແຫ່ງຊາດ ທັງພາກລັດ ແລະ ພາກເອກະຊົນໃຫ້ເປັນວິຊາພາກບັງຄັບ, ຊຶ່ງໄດ້ເລີ່ມວັນທີ 10 ກຸມພາ 2020 ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບຫຼັກສູດອະນຸປະລິນຍາ ແລະ ປະລິນຍາຕີ ທິດສະດີການເມືອງ-ການປົກຄອງຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເປັນຜູ້ຮັບ ແລະ ທ່ານ ຮສ ພູວົງ ອຸ່ນຄໍາແສນ ຮັກສາການຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ ເປັນຜູ້ມອບ, ຊຶ່ງປະກອບມີ ຫຼັກສູດອະນຸປະລິນຍາ 1 ຫຼັກສູດ, ຫຼັກສູດປະລິນຍາຕີ 7 ຫຼັກສູດ, ຫຼັກສູດຕໍ່ເນື່ອງປະລິນຍາຕີ 3 ຫຼັກສູດ (ລວມທັງໝົດ 11 ສາຂາວິຊາ), ລາຍຊື່ປຶ້ມແບບຮຽນຂອງແຕ່ລະຄະນະທີ່ກ່ຽວຂ້ອງ, ນິຕິກຳຄຸ້ມຄອງການຈັດຕັ້ງປະຕິບັດຫຼັກສູດອະນຸປະລິນຍາ, ປະລິນຍາຕີ, ຕໍ່ເນື່ອງປະລິນຍາຕີ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງ. ສ່ວນຄູອາຈານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ບໍ່ສາມາດກຳນົດການມອບໂອນໃຫ້ກະຊວງສຶກສາທິການ ແລະ ກິລາ ໃນໄລຍະນີ້ ແຕ່ສາມາດສົ່ງຄູອາຈານທີ່ກ່ຽວຂ້ອງກັບວິຊາຮຽນຕ່າງໆໄປເປັນອາຈານຮັບເຊີນຂຶ້ນຫ້ອງສອນຊ່ວຍໄດ້ຕາມການເຊື້ອເຊີນ. ຜ່ານການຈັດຕັ້ງປະຕິບັດຕົວຈິງ, ກະຊວງ ສສກ ແມ່ນມີຄວາມກ້າວໜ້າ ແລະ ປະສົບຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນ ຄະນະວິທະຍາສາດສັງຄົມ, ຊຶ່ງທ່ານລັດຖະມົນຕີ ສສກ ອອກຂໍ້ຕົກລົງສະບັບເລກທີ 5463/ສສກ, ລົງວັນທີ 30 ທັນວາ 2021 ວ່າດ້ວຍການຮັບຮອງ ແລະ ອະນຸມັດນໍາໃຊ້ຫຼັກສູດລະດັບປະລິນຍາຕີ ສິລະປະສາດ ສາຂາບໍລິຫານລັດຖະກິດ, ສາຂາ ວິທະຍາສາດການເມືອງຢູ່ໃນຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ; ທ່ານລັດຖະມົນຕີ ສສກ ອອກຂໍ້ຕົກລົງສະບັບເລກທີ 5267/ສສກ, ລົງວັນທີ 30 ພະຈິກ 2021 ວ່າດ້ວຍການຮັບຮອງ ແລະ ອະນຸມັດນໍາໃຊ້ຫຼັກສູດລະດັບຕໍ່ເນື່ອງປະລິນຍາຕີ ສິລະປະສາດ ສາຂາບໍລິຫານລັດຖະກິດ, ສາຂາວິທະຍາສາດການເມືອງຢູ່ໃນຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ.

ພາກວິຊາການເມືອງ ແລະ ບໍລິຫານລັດຖະກິດ ໄດ້ນຳເອົາຫຼັກສູດສາຂາການເມືອ ຂອງສະຖາບັນການເມືອງ-ການປົກຄອງແຫ່ງຊາດ ແລະ ຫຼັກສູດສາຂາການເມືອງ ແລະ ບໍລິຫານລັດຖະກິດ ຂອງມະຫາວິທະຍາໄລແຫ່ງຊາດ ເຊື່ອມເຂົ້າກັນເປັນຫຼັກສູດດຽວ ຄື: ສາຂາວິທະຍາສາດການເມືອງ; ຫຼັກສູດຕໍ່ເນື່ອງປະລິນຍາຕີ ສາຂາວິຊາການເມື່ອງຂອງສະຖາບັນການເມືອງການປົກຄອງແຫ່ງຊາດ ແລະ ຫຼັກສູດຕໍ່ເນື່ອງປະລິນຍາຕີ ສາຂາການເມືອງ ແລະ ບໍລິຫານລັດຖະກິດຂອງມະຫາວິທະຍາໄລແຫ່ງຊາດ ເຊື່ອມເຂົ້າກັນເປັນຫຼັກສູດຕໍ່ເນື່ອງປະລິນຍາຕີ ສາຂາວິທະຍາສາດການເມືອງ; ສຳລັບຫຼັກສູດປະລິນຍາຕີ 4 ສາຂາ ຄື: ສາຂາວຽກງານກວດກາ, ສາຂາວຽກງານຈັດຕັ້ງ, ສາຂາວຽກງານໂຄສະນາອົບຮົມ ແລະ ສາຂາວຽກງານອົງການຈັດຕັ້ງມະຫາຊົນ ໄດ້ໂຮມເຂົ້າກັນເຮັດເປັນຫຼັກສູດດຽວ ຄື: ຫຼັກສູດ ປະລິນຍາຕີ ສາຂາບໍລິຫານລັດຖະກິດ ເພາະວ່າລາຍວິຊາ ໝວດຄວາມຮູ້ທົ່ວໄປ, ໝວດຄວາມຮູ້ພື້ນຖານວິຊາສະເພາະ, ໝວດວິຊາເລືອກແມ່ນອັນດຽວກັນ. ສ່ວນໝວດວິຊາສະເພາະຕ່າງກັນບໍ່ເຖິງ 20% ສໍາລັບຮູບການຈັດຕັ້ງປະຕິບັດ ໄດ້ອະທິບາຍລະອຽດໃນຫຼັກສູດ.

ສະເພາະຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ຊຶ່ງທ່ານລັດຖະມົນຕີ ສສກ ອອກຂໍ້ຕົກລົງສະບັບເລກທີ 5582/ສສກ, ລົງວັນທີ 13 ທັນວາ 2021 ວ່າດ້ວຍການຮັບຮອງ ແລະ ອະນຸມັດນໍາໃຊ້ຫຼັກສູດລະດັບປະລິນຍາຕີ ເສດຖະສາດ ສາຂາການຄຸ້ມຄອງເສດຖະກິດ ຢູ່ໃນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ; ທ່ານລັດຖະມົນຕີ ສສກ ອອກຂໍ້ຕົກລົງສະບັບເລກທີ 5382/ສສກ, ລົງວັນທີ 07 ທັນວາ 2021 ວ່າດ້ວຍການຮັບຮອງ ແລະ ອະນຸມັດນໍາໃຊ້ຫຼັກສູດລະດັບຕໍ່ເນື່ອງປະລິນຍາຕີ ເສດຖະສາດ ສາຂາການຄຸ້ມຄອງເສດຖະກິດ ຢູ່ໃນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ; ຄະນະວິຊານຳເອົາຫຼັກສູດສາຂາຄຸ້ມຄອງເສດຖະກິດຂອງສະຖາບັນການເມືອງ-ການປົກຄອງແຫ່ງຊາດ ໄປປັບປຸງໃຫ້ສອດຄອງກັບມາດຕະຖານຫຼັກສູດແຫ່ງຊາດ ແລະ ນຳໃຊ້ເປັນຫຼັກສູດໃໝ່ຂອງມະຫາວິທະຍາໄລແຫ່ງຊາດ; ສໍາລັບຫຼັກສູດຕໍ່ເນື່ອງປະລິນຍາຕີ ສາຂາຄຸ້ມຄອງເສດຖະກິດຂອງສະຖາບັນການເມືອງການປົກຄອງແຫ່ງຊາດ ເຊັ່ນດຽວກັນໃຫ້ນໍາໄປປັບປຸງໃຫ້ສອດຄ່ອງກັບມາດຕະຖານຫຼັກສູດແຫ່ງຊາດ ແລະ ນຳໃຊ້ເປັນຫຼັກສູດໃໝ່ຂອງມະຫາວິທະຍາໄລແຫ່ງຊາດ.

ສ່ວນຄະນະນິຕິສາດ ແລະ ລັດຖະສາດ, ທ່ານລັດຖະມົນຕີ ສສກ ອອກຂໍ້ຕົກລົງສະບັບເລກທີ 5461/ສສກ, ລົງວັນທີ 09 ທັນວາ 2021 ວ່າດ້ວຍການຮັບຮອງ ແລະ ອະນຸມັດນໍາໃຊ້ຫຼັກສູດລະດັບປະລິນຍາຕີ ລັດຖະສາດ ສາຂາການປົກຄອງ ຢູ່ໃນຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ; ລັດຖະມົນຕີ ສສກ ອອກຂໍ້ຕົກລົງສະບັບເລກທີ 5268/ສສກ, ລົງວັນທີ 30 ພະຈິກ 2021 ວ່າດ້ວຍການຮັບຮອງ ແລະ ອະນຸມັດນໍາໃຊ້ຫຼັກສູດລະດັບຕໍ່ເນື່ອງ ປະລິນຍາຕີ ລັດຖະສາດ ສາຂາການປົກຄອງ ຢູ່ໃນຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ.

ພາກວິຊາລັດຖະສາດຂອງຄະນະນິຕິສາດ ແລະ ລັດຖະສາດ ນຳເອົາຫຼັກສູດສາຂາການປົກຄອ ຂອງສະຖາບັນການເມືອງ-ການປົກຄອງແຫ່ງຊາດ ແລະ ຫຼັກສູດສາຂາການປົກຄອງຂອງມະຫາວິທະຍາໄລແຫ່ງຊາດ ເຊື່ອມເຂົ້າກັນເປັນຫຼັກສູດດຽວຄືສາຂາການປົກຄອງ; ຫຼັກສູດຕໍ່ເນື່ອງປະລິນຍາຕີ ສາຂາການປົກຄອງຂອງສະຖາບັນການເມືອງ-ການປົກຄອງແຫ່ງຊາດ ແລະ ຫຼັກສູດຕໍ່ເນື່ອງປະລິນຍາຕີ ສາຂາການປົກຄອງຂອງມະຫາວິທະຍາໄລແຫ່ງຊາດ ເຊື່ອມເຂົ້າກັນເປັນຫຼັກສູດຕໍ່ເນື່ອງປະລິນຍາຕີ ສາຂາການປົກຄອງອັນດຽວ.

ສຳລັບນັກສຶກສາທີ່ຈະເຂົ້າມາຮຽນໃນແຕ່ລະຫຼັກສູດ ຕ້ອງຜ່ານການສອບເສັງຄັດເລືອກ, ຍົກເວັ້ນນັກສຶກສາທີ່ຈະເຂົ້າມາຮຽນໃນສາຂາບໍລິຫານລັດຖະກິດທີ່ກ່ຽວຂ້ອງກັບວຽກງານຈັດຕັ້ງພະນັກງານ, ວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານກວດກາ ແລະ ວຽກງານໂຄສະນາອົບຮົມ ແລະ ຫຼັກສູດອື່ນໆທີ່ໄດ້ຮັບຕົວເລກຈາກລັດຖະບານ.

ການປັບປຸງຫຼັກສູດຕ່າງໆທີ່ໄດ້ຮັບຈາກສະຖາບັນການເມືອງການປົກຄອງ ປັດຈຸບັນແມ່ນໄດ້ຮັບການອະນຸມັດຈາກກະຊວງສຶກສາທິການ ແລະ ກິລາ ຫຼັງຈາກນັ້ນ ມະຫາວິທະຍາໄລແຫ່ງຊາດໄດ້ຮັບນັກສຶກສາເຂົ້າຮຽນແຕ່ລະຫຼັກສູດ ເລີ່ມແຕ່ສົກສຶກສາ 2021-2022 ຊຶ່ງມີວິທະຍາສາດການເມືອງ ຈຳນວນ 31 ຄົນ, ບໍລິຫານລັດຖະກິດ ຈຳນວນ 24 ຄົນ, ການເມືອງຕໍ່ເນື່ອງ ຈຳນວນ 40 ຄົນ, ບໍລິຫານລັດຖະກິດຕໍ່ເນື່ອງ ຈຳນວນ 11 ຄົນ, ຄຸ້ມຄອງເສດຖະກິດ ຈຳນວນ 14 ຄົນ, ການປົກຄອງຈຳນວນ 58 ຄົນ. ສໍາລັບໂຮງຮຽນອາຊີວະສຶກສາ ກໍໄດ້ນໍາເອົາຫຼັກສູດທິດສະດີການເມືອງຂັ້ນຕົ້ນ, ຂັ້ນກາງ ເຂົ້າໃນຫຼັກສູດການຮຽນການສອນຕາມຄວາມເໝາະສົມຂອງແຕ່ລະຊັ້ນຮຽນ ແລະ ຮຽນປົກກະຕິ,

ນອກຈາກນັ້ນ, ກະຊວງ ສສກ ໄດ້ສົມທົບຄະນະໂຄສະນາອົບຮົມສູນກາງພັກ ຄົ້ນຄວ້າ ແລະ ພັດທະນາຫຼັກສູດວິຊາການເມືອງເຂົ້າໃນລະບົບສາມັນສຶກສາ. ຈັດຕັ້ງການຮຽນການສອນຊັ້ນອະນຸບານໃນກິດຈະກໍາການຮຽນ, ຊັ້ນປະຖົມສຶກສາໃນວິຊາຄຸນສົມບັດສຶກສາ, ຊັ້ນຮຽນມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍໃນວິຊາສຶກສາພົນລະເມືອງ.

ສຳລັບແຜນການໃນຕໍ່ໜ້າ ກະຊວງ ສສກ ຈະໄດ້ສົມທົບກັບສະຖາບັນການເມືອງ-ການປົກຄອງແຫ່ງຊາດ ເພື່ອສ້າງ, ພັດທະນາ ແລະ ປະເມີນຫຼັກສູດທິດສະດີການເມືອງຂັ້ນຕົ້ນ, ຂັ້ນກາງ ແລະ ຂັ້ນສູງ ຕາມຂໍ້ຕົກລົງຂອງປະທານສະພາທິດສະດີສູນກາງພັກ ວ່າດ້ວຍການຮັບຮອງເອົາບົດວິພາກຫຼັກສູດທິດສະດີການເມືອງຂັ້ນຕົ້ນ, ຂັ້ນກາງ ແລະ ຂັ້ນສູງເຂົ້າໃນລະບົບການສຶກສາແຫ່ງຊາດ ທັງພາກລັດ ແລະ ເອກະຊົນໃຫ້ເປັນວິຊາບັງຄັບ, ແຕ່ງຕັ້ງຄະນະຊີ້ນຳລວມ ແລະ ຄະນະຮັບຜິດຊອບຈັດຕັ້ງປະຕິບັດຄຳສັ່ງເລກທີ 03/ຄລສພ, ສົມທົບຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄົ້ນຄວ້າ ແລະ ປັບປຸງໃນຫຼັກສູດວິຊາສຶກສາພົນລະເມືອງໃນຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຕອນປາຍ, ຂຶ້ນແຜນຄວາມຕ້ອງການຄູອາຈານສອນທິດສະດີການເມືອງທີ່ສັງກັດຢູ່ສະຖານການສຶກສາທັງພາກລັດ ແລະ ເອກະຊົນ ເພື່ອເຂົ້າຝຶກອົບຮົມການສອນທິດສະດີການເມືອງ ໂດຍສົມທົບກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສົມທົບກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດສ້າງຫຼັກສູດບຳລຸງທິດສະດີການເມືອງໄລຍະສັ້ນໃຫ້ແກ່ນັກສຶກສາທີ່ຮຽນຈົບຈາກຕ່າງປະເທດ, ສົມທົບກັບຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເພື່ອຄັດເລືອກຜູ້ມາຮຽນໃນສາຂາວິຊາທີ່ສ້າງເປັນພະນັກງານນຳພາຄຸ້ມຄອງຂັ້ນຕ່າງໆ.

(ໂດຍ ເຈັດຊິ້ງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments