Wednesday, April 23, 2025
Homeຂ່າວພາຍໃນທ່ານ ພົນໂທ ແສງນວນ ໄຊຍະລາດ ພ້ອມດ້ວຍຄະນະ ວາງກະຕ່າດອກໄມ້ຕໍ່ໜ້າອະນຸສາວະລີນັກຮົບນິລະນາມ ແລະ ຮູບປັ້ນ ປະທານ ໄກສອນ ພົມວິຫານ

ທ່ານ ພົນໂທ ແສງນວນ ໄຊຍະລາດ ພ້ອມດ້ວຍຄະນະ ວາງກະຕ່າດອກໄມ້ຕໍ່ໜ້າອະນຸສາວະລີນັກຮົບນິລະນາມ ແລະ ຮູບປັ້ນ ປະທານ ໄກສອນ ພົມວິຫານ

ພິທີວາງພວງມາລາໜ້າອະນຸສາວະລີນັກຮົບນິລະນາມ ແລະ ພິທີວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ, ນໍາພາຄະນະໂດຍ ທ່ານ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານພັກ ປະທານ ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ.

ພິທີວາງພວງມາລາ ແລະ ກະຕ່າດອກໄມ້ໃນຄັ້ງນີ້: ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ (9/9/2002-9/9/2022) ແລະ ເພື່ອເປັນການສະແດງຄວາມເຄົາລົບຮັກ ແລະ ຮູ້ບຸນຄຸນອັນໃຫຍ່ຫຼວງຕໍ່ນັກຮົບນິລະນາມ ແລະ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ, ຮູ້ບຸນຄຸນ ແລະ ຈົດຈໍາຈາລຶກຄຸນງາມຄວາມດີ, ຊື້ສຽງຮຽງນາມ, ຜົນງານອັນໃຫຍ່ຫຼວງຂອງ ປະທານ ໄກສອນ ພົມວິຫານ ຊຶ່ງເປັນຜູ້ຈັດຕັ້ງນຳພາ ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງປະເທດເຮົາຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ຍິ່ງໃຫຍ່ກວ່າເກົ່າ ແລະ ສ້າງປັດຖົມປັດໄຈກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ.

ພິທີດັ່ງກ່າວໄດ້ຂຶ້ນ ໃນວັນທີ 8 ກັນຍານີ້ ທີ່ອະນຸສາວະລີນັກຮົບນິລະນາມ ຕໍ່ໜ້າຫໍສະພາແຫ່ງຊາດ ແລະ ຫໍພິພິທະພັນປະທານ ໄກສອນ ພົມວິຫານ (ຫຼັກ 6).

ຂ່າວ-ພາບ: ບຸນອູ້ມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments