Home ຂ່າວພາຍໃນ ບ້ານໂພນໄຊ ປະເມີນຜົນເສຍຫາຍຈາກໄພນ້ຳຖ້ວມ

ບ້ານໂພນໄຊ ປະເມີນຜົນເສຍຫາຍຈາກໄພນ້ຳຖ້ວມ

0

ບ້ານໂພນໄຊ ຫລື ບ້ານຫລັກ 17, ເມືອງຫລາ ແຂວງອຸດົມໄຊ ເປັນບ້ານໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນວັນທີ 26 ສິງຫາ 2022 ທີ່ຜ່ານມານີ້ ສົ່ງຜົນເຮັດໃຫ້ເຮືອນຊານ, ເຂົ້າຂອງເຄື່ອງໃຊ້ ຂອງປະຊາຊົນໄດ້ຮັບຄວາມເສຍຫາຍສົມຄວນ ທ່ານ ບຸນຕັງ ອົງການປົກຄອງ ບ້ານໂພນໄຊ ໄດ້ໃຫ້ຮູ້ວ່າ: ບ້ານໂພນໄຊ ເສຍຫາຍໜັກ ມີ 13 ຫລັງຄາເຮືອນ, ເຮືອນຄົວເປ່ເພ 7 ຄອບຄົວ ຮ້ານຂາຍເຄື່ອງຍ່ອຍ 3 ຮ້ານ.

ຄວາມເສຍຫາຍຈາກຜົນກະທົບຈາກໄພນ້ຳຖ້ວມຂອງບ້ານໂພນໄຊ ເປັນພຽງຂໍ້ມູນເບື່ອງຕົ້ນ ສະນັ້ນ ຕາງໜ້າອົງການປົກຄອງບ້ານຈິ່ງຂໍຄວາມຊ່ວຍເຫລືອມາຍັງພາກລັດ, ເອກະຊົນ, ອົງການຈັດຕັ້ງທຸກພາກສ່ວນ ທີ່ຢາກຊ່ວຍເຫລືອ ກໍ່ສາມາດເຂົ້າມາຊ່ວຍໄດ້ເພາະວ່າ ປັດຈຸບັນ ປະຊາຊົນ ພວມຂາດແຄນເຄື່ອງໃຊ້, ນ້ຳໃຊ້, ນ້ຳດື່ມ, ເຂົ້າສານ, ອາຫານແຫ້ງ, ທີ່ພັກອາໄສ ແລະ ອື່ນໆ.

#Medialaos MMD

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version