ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ 8 ສິງຫາ 2022ນີ້, ທ່ານ ສົມໜາຍ ສົງວິໄລ ຮອງເຈົ້ານະຄອນ ໄກສອນ ພົມວິຫານ ແຂວງສະ ຫວັນນະເຂດ ,ທ່ານ ອະນຸຊາ ໄກສອນ ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງ ,ທ່ານ ທິບພະມົນ ພິມມະສອນ ຮອງຫົວໜ້າຫ້ອງວ່າການນະຄອນ ໄດ້ລົງຕິດຕາມຊຸກຍູ້ເບິ່ງການກໍ່ສ້າງ ເສັ້ນທາງຊອຍປູເບຕົງ ຢູ່ບ້ານດົງດຳດວນ, ເສັ້ນທາງດັ່ງກ່າວ, ມີຄວາມຍາວ 310 ແມັດ, ໜ້າທາງກວ້າງ 5 ແມັດ, ໜາ 12 ຊັງຕີແມັດ ໄດ້ເລີ່ມລົງມືກໍ່ສ້າງມາແຕ່່ຕົ້ນເດືອນກໍລະກົດ ໂດຍແມ່ນ ບໍລິສັດສະຫວັນ ຄຳກໍ່ສ້າງ ເປັນຜູ້ຮັບເໜົາ, ຄາດວ່າຈະໃຫ້ສໍາເລັດໃນທ້າຍເດືອນສິງຫາ ນີ້.

ສຳລັບທຶນຮອນ ໃນການກໍ່ສ້າງແມ່ນໄດ້ຈາກການປຸກລະດົມຂົນຂວາຍ ນຳພໍ່ແມ່ປະຊາຊົນພາຍໃນບ້ານ ແຕ່ລະຄົວເຮືອນ, ຂໍການລະດົມຈາກສັງຄົມ, ຈັດງານປະເພນີ ແລະ ອື່ນໆ ເຊິ່ງມູນຄ່າການກໍ່ສ້າງ ທັງໜົດເກືອບ 300 ລ້ານກີບ.

ໃນໂອກາດນີ້, ທ່ານ ສົມໜາຍ ສົງວິໄລ ກໍໄດ້ຍ້ອງຍໍຊົມເຊີຍທຸກພາກສ່ວນທີ່ມີ ຄວາມຕັດສິນໃຈສູງ, ມີຄວາມສາມັກຄີແໜ້ນແຟ້ນ ໃນການພັດທະນາ, ພ້ອມນັ້ນ ກໍໃຫ້ອຳນາດການປົກຄອງທຸກຂັ້ນ ຕ້ອງໄດ້ເອົາໃຈໃສ່ ຕໍ່ການນຳພາຈັດຕັ້ງປະຕິບັດ ສ້າງຄວາມເຂົ້າໃຈອັນຖືກຕ້ອງໃຫ້ປະຊາຊົນ, ໃຫ້ຕິດຕາມຢ່າງລະອຽດ ໃນການກໍ່ສ້າງຄອງນ້ຳ ແລະ ບ່າແຄມທາງໃນສອງຂ້າງທາງ ໃຫ້ສໍາພ້ອມກັນ ເພື່ອເຮັດໃຫ້ນ້ຳໄຫລສະດວກ ທັງນີ້, ກໍເພື່ອເຮັດໃຫ້ການໄປມາຫາສູ່ກັນໄດ້ຢ່າງສະດວກສະບາຍ ເຮັດໃຫ້ບ້ານມີຄວາມສະອາດ ຈົບງາມ.

ພາບ-ຂ່າວ: ນະຄອນ ໄກສອນ ພົມວິຫານ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

LEAVE A REPLY

Please enter your comment!
Please enter your name here