ກອງ​ປະ​ຊຸມ​ຍົກ​ສູງ​ບົດ​ບາດ ແລະ ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ ໃນ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ສິງ​ຫານີ້ ທີ່​ສະ​ໂມ​ສອນ​ໃຫຍ່ ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ທ່ານ​ ໄຊ​ສົມ​ພອນ ພົມ​ວິ​ຫານ ປະ​ທານ​ສະ​ພາ​ແຫ່ງ​ຊາດ ໃຫ້ກຽດເປັນປະ​ທານ ແລະ ໂອ້ລົມການນຳຫຼັກແຫຼ່ງກະຊວງປ້ອງກັນຄວາມສະຫງົບ, ໂດຍມີ ​ທ່ານ ພົນ​ເອກ ວິ​ໄລ ​ຫຼ້​າ​ຄຳ​ຟ​ອງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ມີ​ບັນ​ດາ​​​ພະ​ນັກ​ງານການ​ນຳກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການເຜີຍແຜ່ບັນດານິຕິກໍາທີ່ສໍາຄັນທີ່ທາງສະພາແຫ່ງຊາດ; ໃນນັ້ນ ປະກອບມີ: ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX; ບາງມາດ ຕາຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ (ສະບັບປັບປຸງ) ເລກທີ 64/ສພຊ, ລົງວັນທີ 9 ທັນວາ 2015 ແລະ ກົດໝາຍ ວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 82/ສພຊ, ລົງວັນທີ 30 ມິຖຸນາ 2020 ທີ່ພົວພັນເຖິງພາລະບົດບາດ, ສິດໜ້າທີ່ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ; ມະຕິຂອງຄະນະປະຈໍາສະພາແຫ່ງຊາດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງສະພາແຫ່ງຊາດ ຊຸດທີ IX ສະບັບເລກທີ 169/ຄປຈ, ລົງວັນທີ 5/7/2001; ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບ ໃນກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ປະຈໍາການຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 163/ຄປຈ, ລົງວັນທີ 2/6/2022; ຂໍ້ຕົກລົງຮ່ວມ ວ່າດ້ວຍການປະສານງານ ລະຫວ່າງ ກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະ​ຫງົບ ສະພາແຫ່ງຊາດ ຊຸດທີ IX ແລະ ຄະນະປະສານງານ ຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກ ທີ 01/ປກຊສ-ຄ.ປກທ, ລົງວັນທີ 9 ກຸມພາ 2002; ການສະຫຼຸບຕີລາຄາໂດຍສັງເຂບ ຜ່ານການເຄື່ອນໄຫວຈັດຕັ້ງການປະສານງານໄລຍະ 5 ປີ ຜ່ານມາ (2016-2020) ແລະ ກໍານົດທິດທາງແຜນການ 5 ປີ (2021-2025) ລະຫວ່າງກໍາມາທິການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ຊຸດທີ IX ກັບກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດ ສະບັບເລກທີ 02/ຄປຈ, ລົງວັນທີ 10 ກຸມພາ 2022 ແລະ ຜູ້ແທນກອງປະຊຸມໄດ້ມີຄໍາເຫັນ, ຊັກຖາມບັນຫາທີ່ມີຄວາມສົນໃຈ ແລະ ບໍ່ທັນຈະແຈ້ງ, ຄະນະປະທານ ຫຼື ວິທະຍາກອນກອງປະຊຸມຈະຕອບຄໍາຊັກຖາມ ແລະ ຄະນະປະທານສັງລວມຄໍາຄິດຄໍາເຫັນ ຕໍ່ກອງປະຊຸມເທື່ອນີ້ ໃຫ້ມີຜົນສໍາເລັດເປັນຢ່າງດີ ແລະ ຈົບງາມ.

ໃນ​ໂອ​ກາດນີ້​, ທ່ານ​ ໄຊ​ສົມ​ພອນ ພົມ​ວິ​ຫານ ໄດ້​ໂອ​ລົມ​ຕໍ່​ທີ່ປະ​ຊຸມ​ວ່າ: ຕ້ອງເພີ່ມທະວີວຽກງານສຶກສາອົບຮົມແນວຄິດ ດ້ວຍຫຼາຍຮູບຫຼາຍສີ, ເຮັດໃຫ້ນາຍ ແລະ ພົນຕໍາຫຼວດ ໃນກໍາລັງປ້ອງກັນຄວາມສະຫງົບ ຢຶດໝັ້ນອຸດົມການສັງຄົມນິຍົມ, ມີຫຼັກໝັ້ນຊົນຊັ້ນໜັກ​ແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ການປະຕິວັດ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນຢ່າງບໍ່ມີເງື່ອນໄຂ ໂດຍໃຫ້ຖືເປັນວຽກງານທີ່ສໍາຄັນທີ່ສຸດ ເພື່ອຕ້ານຢັນຕໍ່ກົນອຸບາຍຫັນໂດຍສັນຕິ ຂອງອິດທິກໍາລັງປໍລະປັກຕໍ່ປະເທດຂອງພວກເຮົາ ເວົ້າລວມ ເວົ້າສະເພາະຕໍ່ຖັນແຖວພະນັກງານ, ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ. ສະນັ້ນ ຄະນະພັກ, ຄະນະນໍາ ຂັ້ນຕ່າງໆ ຕ້ອງຫັນເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິເລກທີ 111/ກມສພ, ມະຕິເລກທີ 112/ກມສພ ແລະ ມະຕິກອງປະຊຸມໃຫຍ່ຄັ້ງ ທີ V ຂອງກະຊວງ ປກສ ຫັນເປັນແຜນງານ, ໂຄງການ, ກົດ​ໝາຍ ແລະ ນິຕິກໍາໃຕ້ກົດ​ໝາຍໃນຂົງເຂດວຽກງານປ້ອງກັນຄວາມ​ສະຫງົບ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາຕົວຈິງ ແລະ ມີປະສິດທິພາບ, ປະສິດທິຜົນສູງຂຶ້ນ; ເອົາໃຈໃສ່ຍົກສູງຄຸນນະພາບການຄຸ້ມຄອງລັດ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບຕາມທິດທາງຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍຢ່າງແຂງແຮງ, ມີປະສິດທິພາບ ແລະ ປະສິດທິຜົນສູງ; ຕ້ອງສຸມໃສ່ແກ້ໄຂຢ່າງຈິງຈັງ ບັນດາສະພາບຫຍໍ້ທໍ້ໃຫ້ມີການຫຼຸດລົງຢ່າງເປັນຮູບປະທໍາ; ສ້າງຄວາມສະຫງົບເປັນລະບຽບ ຮຽບຮ້ອຍໃນສັງຄົມ ເພື່ອສ້າງບັນຍາກາດ ແລະ ເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ; ໃນນັ້ນ ກໍາລັງປ້ອງກັນຄວາມສະຫງົບ ເປັນເສນາທິການ ແລະ ປະສານສົມທົບແໜ້ນກັບຂະແໜງການປ້ອງກັນຊາດ, ຂະແໜງການຕ່າງປະເທດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ສ້າງໃຫ້ໄດ້ກໍາລັງແຮງສັງລວມຂອງທົ່ວປວງຊົນປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກ ໃຫ້ກາຍເປັນສະຕິຄວາມຮັບຜິດຊອບຂອງໝົດທຸກຄົນ; ຕໍ່ໜ້າສະພາບການທີ່ພວກອິດທິກໍາລັງປໍລະປັກພວມຕັ້ງໜ້າ; ດັ່ງນັ້ນ, ກໍາລັງປ້ອງກັນຄວາມສະຫງົບຕ້ອງສືບຕໍ່ປະຕິບັດຍຸດທະສາດຫັນກໍາລັງລົງກໍ່ສ້າງຮາກຖານ ໃຫ້ແຂງແຮງກວ່າເກົ່າ, ປັບປຸງຮາກຖານການເມືອງໃຫ້ໜັກ​ແໜ້ນ, ສະກັດກັ້ນບັນດາໜໍ່ແ​ໜງປັດໄຈ ທີ່ພາໃຫ້ເກີດຄວາມບໍ່ສະຫງົບທຸກຮູບແບບໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ຈະແຈ້ງ; ພ້ອມນັ້ນກໍາລັງປ້ອງກັນຄວາມສະຫງົບ ຕ້ອງຕັ້ງໜ້າປະກອບສ່ວນຊ່ວຍທ້ອງຖິ່ນ ໃນການປັບປຸງການຈັດຕັ້ງຮາກຖານໃຫ້ມີຄວາມສະຫງົບ, ປັບປຸງພື້ນຖານການຜະລິດ, ຂະຫຍາຍເສດຖະກິດ, ວັດທະນະທໍາ-ສັງຄົມ ເພື່ອເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ; ການປັບປຸງກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ຖືເປັນບັນຫາປັດໄຈຕັດສິນ ອັນສໍາຄັນ; ສຸມໃສ່ປັບປຸງ ກໍ່ສ້າງກໍາລັງດ້ານວິຊາສະເພາະ ໄປຄຽງຄູ່ກັບດ້ານການເມືອງແນວຄິດ ແລະ ດ້ານການຈັດຕັ້ງ, ເຊີດຊູບົດບາດການນໍາພາຂອງຄະນະພັກ ກັບການເພີ່ມທະວີລະບົບຄຸ້ມຄອງບັນຊາກໍາລັງຕາມທິດສ້າງກໍາລັງເຂັ້ມແຂງ, ທັນສະ ໄໝ; ຢາກເຮັດໄດ້ແນວນັ້ນ ຕ້ອງເຄົາລົບຫຼັກການນໍາພາຂອງພັກຢ່າງເຂັ້ມງວດ ແລະ ມີການກວດກາ ຢ່າງເປັນລະບົບຕໍ່ເນື່ອງ, ກ້າເວົ້າ, ກ້າຕໍານິສົ່ງຂ່າວ, ກ້າປະຕິບັດວິໄນ ເພື່ອໃຫ້ວຽກງານມີການຫັນປ່ຽນຢ່າງຖືກຕ້ອງ ແລະ ພາວະວິໄສ ເພື່ອໃຫ້ກໍາລັງປ້ອງກັນຄວາມສະຫງົບ ມີຄວາມເຂັ້ມງວດດ້ານລະບຽບວິໄນ ແລະ ມີຄວາມເຂັ້ມແຂງດ້ານການຈັດຕັ້ງ, ນັບທັງເປັນແບບຢ່າງນໍາໜ້າ, ມີຄວາມສາມາດນໍາພາເຮັດສໍາເລັດໜ້າທີ່ຂອງຕົນຮັບຜິດຊອບ ເປັນກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນມີຄວາມໜັກ​ແໜ້ນທາງດ້ານການເມືອງ-ແນວຄິດ, ເກັ່ງທາງດ້ານວິຊາສະເພາະ, ເຂັ້ມແຂງທາງດ້ານລະບຽບວິໄນ ແລະ ມີແບບແຜນທັນສະໄໝສູງຂຶ້ນເປັນກ້າວໆ ແລະ ກໍາລັງປະກອບອາວຸດພວກເຮົາເຄີຍມີມູນເຊື້ອເພີ່ມພູນຜະລິດຜົນ ແລະ ປະຢັດມັດທະຍັດ, ເຄີຍມີປະສົບການ ແລະ ບົດຮຽນການສ້າງພະລາທິການກັບທີ່ມາແລ້ວ; ໃນເງື່ອນໄຂໃໝ່ຄືດັ່ງປັດຈຸບັນນີ້ກໍາລັງປ້ອງກັນຄວາມສະຫງົບ ຕ້ອງໝູນ​ໃຊ້ທ່າແຮງທີ່ມີຢູ່ ຍູ້ແຮງການຜະລິດຮັບໃຊ້ວຽກງານ ແລະ ຮັບປະກັນຊີວິດການເປັນຢູ່ຂອງກົມກອງ ກໍຄືການຍົກລະດັບຊີວິດການເປັນຢູ່ຂອງນາຍ ແລະ ພົນຕໍາຫຼວດ ໃຫ້ດີຂຶ້ນ ຕາມທິດສ້າງພະລາທິການກັບທີ່ “ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ”; ຕ້ອງເຊື່ອມຊຶມ, ກໍາແໜ້ນແນວທາງການຕ່າງປະເທດຂອງພັກ, ປັບປຸງທັດສະນະຫຼັກໝັ້ນມິດ-ສັດຕູໃຫ້ຈະແຈ້ງ, ມີສະຕິລະວັງຕົວຢູ່ຕະຫຼອດເວລາ; ເອົາໃຈໃສ່ສືບຕໍ່ປັບປຸງ, ເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບປະເທດເພື່ອນມິດຍຸດທະສາດ ແລະ ຟື້ນຟູສາຍພົວພັນອັນເປັນມູນເຊື້ອກັບ ສ ຣັດເຊຍ, ຖືສໍາຄັນໃນການພົວພັນກັບອົງການຕໍາຫຼວດ ຂອງບັນດາປະເທດໃກ້ ຄຽງ, ອົງການຕໍາຫຼວດອາຊຽນ ແລະ ອົງການຕໍາຫຼວດສາກົນ, ຍາດແຍ່ງເອົາການສະໜັບ​ສະ​ໜູນ ຈາກສາກົນ ແລະ ຫຼຸດຜ່ອນແນວຄິດປໍລະປັກຂອງພວກເຂົາຕໍ່ປະເທດເຮົາ; ທັງຕໍ່ສູ້ ແລະ ຍາດແຍ່ງເພື່ອສ້າງສະພາບທີ່ເອື້ອອໍານວຍໃນການປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະເທດເຮົາກັບສາກົນນັບມື້ເປີດກວ້າງ ແລະ ເຂົ້າສູ່ລວງເລິກ ທີ່ມີປະສິດທິຜົນກວ່າເກົ່າ.

ຂ່າວ – ພາບ: ບຸນ​ອູ້ມ

LEAVE A REPLY

Please enter your comment!
Please enter your name here