Friday, September 20, 2024
Homeຂ່າວພາຍໃນສະພາປະຊາຊົນແຂວງອຸດົມໄຊ ໄຂກອງປະຊຸມສະໄໝສາມັນ ເທື່ອທີ 3

ສະພາປະຊາຊົນແຂວງອຸດົມໄຊ ໄຂກອງປະຊຸມສະໄໝສາມັນ ເທື່ອທີ 3

ແຫລ່ງຂ່າວຈາກແຂວງອຸດົມໄຊ ໃຫ້ຮູ້ວ່າ: ກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ໄຂຂຶ້ນໃນຕອນເຊົ້າວັນທີ 9 ສິງຫາ 2022 ໂດຍການເປັນປະທານຂອງ ທ່ານ ຄຳດີ ວົງລ້ອມ ສະມາຊິກສະພາແຫ່ງຊາດ, ປະທານສະພາປະຊາຊົນແຂວງ ໂດຍມີ ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ, ມີການນຳແຂວງ, ອະດີດສະມາຊິກສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ 4 ແຂວງອຸດົມໄຊ, ສະມາຊິກສະພາປະຊາຊົນແຂວງ ແລະ ຂະແໜ່ງການກ່ຽວຂ້ອງພາຍໃນແຂວງ ເຂົ້າຮ່ວມ.

ກອງປະຊຸມ ສະໄຫມສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ໃນຄັ້ງນີ້, ຈະໄດ້ດຳເນີນໄປເປັນເວລາ 2 ວັນ ໂດຍຈະໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາເນື້ອໃນສຳຄັງຕ່າງໆ ເປັນຕົ້ນ ບົດລາຍງານໂດຍສັງເຂບ ຂອງທ່ານເຈົ້າແຂວງ ກ່ຽວກັບການບໍລິຫານລັດ, ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ; ບົດລາຍງານການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ; ການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຊົດເຊີຍຜົນກະທົບ ຈາກໂຄງການພັດທະນາ ແຄມນ້ຳກໍ ແລະ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຊ່ວງຜ່ານແຂວງອຸດົມໄຊ ນອກແລວແດງ; ການແກ້ໄຂບັນຫາເສດຖະກິດ, ການຄຸ້ມຄອງລາຄາສິນຄ້າ ອຸປະໂພກ-ບໍລິໂພກ ແລະ ສະພາບຄວາມຫຍຸ້ງຍາກທາງດ້ານນໍ້າມັນເຊື້ອໄຟ, ບັນຫາຮ້ານແລກປ່ຽນເງິນຕາ, ການຄຸ້ມຄອງເງິນຕາ ແລະ ບັນຫາເງິນເຟີ້; ການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງສະໜາມກິລາ, ການເຄື່ອນໄຫວຂອງສະພາປະຊາ ຊົນແຂວງອຸດົມໄຊ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ ແລະ ພິຈາລະນາຮັບຮອງເອົາການສ້າງນິຕິກຳໃຕ້ກົດໝາຍ ຈຳນວນ 2 ສະບັບ (ສ້າງໃໝ່ 1 ສະບັບ ຄື: ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ ການຈັດງານປະເພນີຕ່າງໆ ແລະ ປັບປຸງ 1 ສະບັບ ຄື: ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍ ການປະເມີນລາຄາທີ່ດິນ ໃນທົ່ວແຂວງອຸດົມໄຊ).

ນອກຈາກການ ພິຈາລະນາ ແລະ ຮັບຮອງເອົາ ບັນດາເນື້ອໃນສຳຄັນຕ່າງໆແລ້ວ ກອງປະຊຸມ ຍັງໄດ້ຮັບຟັງການຊີ້ແຈງ ຈາກຂະແຫນງການກ່ຽວຂ້ອງ ຈຳນວນໜຶ່ງຕາມຄຳຊັກຖາມ ຂອງບັນດາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ. ພ້ອມນີ້, ກອງປະຊຸມ ຍັງໄດ້ເປີດໂທລະສັບສາຍດ່ວນ ໝາຍເລກ 081 156 ໃຫ້ມວນຊົນ ທີ່ສົນໃຈບັນຫາຕ່າງໆ ສາມາດໂທເຂົ້າມີສ່ວນຮ່ວມກອງປະຊຸມ ຕື່ມອີກ.

ຂ່າວ: ຄານມະນີ ຮຽນດໍຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments