Sunday, September 22, 2024
Homeຂ່າວພາຍໃນຮອງລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງໂອ້ລົມຄະນະນຳແລະພະນັກງານ-ລັດຖະກອນ ພະແນກ ຍທຂ ແຂວງຫົວພັນ

ຮອງລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງໂອ້ລົມຄະນະນຳແລະພະນັກງານ-ລັດຖະກອນ ພະແນກ ຍທຂ ແຂວງຫົວພັນ

ຕອນເຊົ້າວັນທີ 4 ສິງຫາ 2022 ນີ້ ຢູ່ທີ່ຫ່ອງປະຊຸມພະແນກ ຍທຂ ແຂວງ ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ພົບປະໂອ້ລົມຄະນະນຳ ແລະ ພະນັກງານ-ລັດຖະກອນພະແນກ ຍທຂ ແຂວງຫົວພັນ ຊຶ່ງໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບາງຜົນງານທີ່ພົ້ນເດັ່ນໃນຂົງເຂດ ຍທຂ ໂດຍຫຍໍ້ຈາກ ທ່ານຫົວໜ້າພະແນກ ຍທຂ ແຂວງຫົວພັນ ເປັນຕົ້ນແມ່ນ: ວຽກງານພັກ, ວຽກງານອົງການຈັດຕັ້ງມະຫາຊົນ ແລະ ວຽກງານວິຊາສະເພາະ.

ໂອກາດນີ້ ທ່ານຮອງລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ພະແນກ ຍທຂ ສືບຕໍ່ຈັດຕັ້ງປະຕິບັດວຽກງານທີ່ພັກ-ລັດມອບໝາຍໃຫ້ມີຜົນສຳເລັດ, ສືບຕໍ່ຮັດແໜ້ນຄວາມສາມັກຄີພາຍໃຫ້ແໜ້ນແຟ້ນ ພາຍນອກໃຫ້ກວ້າງຂວາງ, ຄະນະພັກ-ຄະນະນຳພະແນກຕ້ອງເອົາໃຈໃສ່ຊຸກຍູ້ຂະແໜງການ-ກອງວິຊາການ ໃນການຄຸ້ມຄອງ ຕິດຕາມ-ກວດກາ ບັນດາໂຄງການຕ່າງໆທີ່ຢູ່ໃນຄວາມຮັບຜິດຊອບໃຫ້ມີປະສິດທິຜົນ ແລະ ເກີດປະໂຫຍດສູງສຸດຕໍ່ຜູ້ຊົມໃຊ້, ຊຸກຍູ້-ແກ້ໄຂ ຜົນກະທົບຕ່າງໆທີ່ແຕະຕ້ອງເຖີງເຂດທຳການຜະລິດຂອງປະຊາຊົນ ຈາກໂຄງການກໍ່ສ້າງ ໂດຍສະເພາະແມ່ນ ໂຄງການກໍ່ສ້າງສະໜາມບິນໜອງຄ້າງ, ເປັນເຈົ້າການສົມທົບກັບການນຳແຂວງ, ກະຊວງທີ່ກ່ຽວຂ້ອງ ເພື່ອຂໍທຶນປັບປຸງ-ສ້ອມແປງບັນດາເສັ້ນທາງຫຼວງແຫ່ງຊາດ-ທາງຫຼວງທ້ອງຖິ່ນ ທີ່ເປ່ເພ ໃຫ້ຮັບປະກັນການໄປ-ມາ ມີຄວາມສະດວກ.

ຮັບຟັງການໂອ້ລົມຂອງທ່ານຮອງລັດຖະມົນຕີ ກະຊວງ ຍທຂ ໃນຄັ້ງນີ້ ມີທ່ານ ຮຸ່ງອາລຸນ ບຸນທະເມືອງ ຫົວໜ້າພະແນກ ຍທຂ ແຂວງ, ມີຄະນະພັກ-ຄະນະພະແນກ, ບັນດາທ່ານຫົວໜ້າກົມຈາກກະຊວງ ຍທຂ ແລະ ພະນັກງານ-ລັດຖະກອນພາຍໃນພະແນກເຂົ້າຮ່ວມ.

ຂ່າວ-ພາບ: ອາລຸນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments