Home ຂ່າວການເມືອງ ຄວາມສໍາຄັນ ຂອງການພັດທະນາວຽກ​ງານສື່ມວນຊົນ

ຄວາມສໍາຄັນ ຂອງການພັດທະນາວຽກ​ງານສື່ມວນຊົນ

0

(ເນື່ອງໃນໂອກາດວັນສື່ມວນຊົນ-ການພິມຈໍາໜ່າຍ, ວັນສ້າງຕັ້ງ ໜັງສືພິມປະຊາຊົນ 72 ປີ)

ໂດຍ: ວັນໄຊ ຕະວິນຍານ

ສື່ມວນຊົນ ແມ່ນຂະແໜງການໜຶ່ງ ມີຄວາມສໍາຄັນໃນການສຶກສາອົບຮົມແນວຄິດ-ການເມືອງໃຫ້ປະຊາຊົນມີສະຕິຮັກຊາດ-ຮັກບ້ານເກີດເມືອງນອນ, ບໍາລຸງສ້າງຄຸນທາດດ້ານການເມືອງ, ທັໍດສະນະຫຼັກໝັ້ນ, ເປັນສະໜາມຮົບດ້ານແນວຄິດ-ວັດທະນະທໍາ ຂອງພັກ, ມີຄວາມສໍາຄັນໃນການເສີມສ້າງຄວາມສາມັກຄີປອງດອງ ຂອງທົ່ວປວງຊົນລາວທັງຊາດ, ປຸກລະດົມປະຊາຊົນເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສຸກ, ເປັນເວທີໃນການເສີມສ້າງປະຊາທິປະໄຕ ແລະ ສິດເປັນເຈົ້າ ຂອງປະຊາຊົນ, ທັງຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດລາວເຮົາ.

ການພັດທະນາວຽກງານສື່ມວນຊົນ ໃນຕົວຈິງແລ້ວແມ່ນເລັ່ງໃສ່ປັບປຸງກົງຈັກການຈັດຕັ້ງທີ່ເຮັດໜ້າທີ່ຄຸ້ມຄອງອົງການສື່ມວນຊົນຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ,ເລືອກເຟັ້ນພະນັກງານທີ່ມີຄຸນທາດການເມືອງ, ມີທັດສະນະຫຼັກໝັ້ນ, ກໍາແນວທາງນະໂຍບາຍຂອງພັກ, ມີຄຸນສົມບັດ ສິນທໍາປະຕິວັດ, ມີຄວາມຮູ້ດ້ານສື່ມວນຊົນໃນລະດັບອັນແນ່ນອນ, ມີຄວາມສາມາດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່, ມີການນໍາພາ-ຄຸ້ມຄອງ ຢ່າງຄ່ອງຕົວ, ທັງມີປະສິດທິພາບ-ປະສິດທິຜົນ. ໄປຄ່ຽງຄູ່ກັບການຍົກລະດັບບຸກຄະລາກອນດ້ານການເມືອງ, ແນວທາງນະໂຍບາຍຂອງພັກ, ກົດໜາຍ ແລະ ນິຕິກໍາຕ່າງໆ ຍົກລະດັບດ້ານບັນນາທິການ, ວິຊາການເຕັກນິກ ໄລຍະສັ້ນ, ໄລຍະຍາວ ຢ່າງເປັນລະບົບຕໍ່ເນື່ອງ ຮັບປະກັນການເຄື່ອນໄຫວຂອງວຽກງານສື່ມວນຊົນມີຄຸນນະພາບດີຂຶ້ນ, ມີຄວາມຮັບຜິດຊອບ ຈົ່ງຮັກພັກດີ ຕໍ່ປະເທດຊາດ ແລະ ປະຊາຊົນ ສົມກັບ ເປັນນັກຮົບດ້ານແນວຄິດ-ວັດທະນະທໍາ.

ນັບແຕ່ໄລຍະປ່ຽນ ແປງໃໝ່ຮອບດ້ານຢ່າງມີຫຼັກການ ຂອງພັກເປັນຕົ້ນມາ, ພັກ-ລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ​ແລະ ສຸມທຶນຮອນຢ່າງຫຼວງຫຼາຍເພື່ອພັດທະນາວຽກງານສື່ມວນຊົນຢູ່ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຊຶ່ງໄດ້ກຳນົດອອກຢູ່ໃນມະຕິກອງປະຊຸມໃຫຍ່ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແຕ່ລະໄລຍະ, ເຮັດໃຫ້ສື່ມວນຊົນລາວໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່ ​ແລະ ຄວາມຮັບຜິດຊອບຂອງຕົນສໍາເລັດເປັນແຕ່ລະໄລຍະຈົນໄດ້ຮັບຄວາມໄວ້ວາງໃຈ,ຄວາມເຊື້ອໝັ້ນຈາກອົງການຈັດຕັ້ງຕ່າງໆ ທັງພາກລັດ ແລະ ເອກະຊົນ ແລະ ຄວາມສົນໃຈຈາກສັງຄົມ ກໍຄືປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດຕະຫຼອດມາ. ແຕ່ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການ ຂອງສັງຄົມໃນຍຸກຂໍ້ມູນຂ່າວສານທີ່ວ່ອງໄວ ທັນສະໄໝທາງດ້ານເຕັກໂນໂລຊີ, ສື່ມວນຊົນລາວຈໍາເປັນຕ້ອງພັດທະນາຕົນເອງໃຫ້ທັນກັບການຂະຫຍາຍຕົວ ຂອງຍຸກສະໄໝເທື່ອລະກ້າວ. ສະ​ນັ້ນ, ການພັດທະນາວຽກ​ງານສື່ມວນຊົນ ຈຶ່ງມີບົດບາດສໍາຄັນຫຼາຍ, ເພາະເປັນການຕັດສິນຄຸນນະພາບໃນຖານະເປັນປາກກະບອກສຽງ ,ເປັນອາວຸດທີ່ແຫຼມຄົມ ຂອງພັກ-ລັດ ແລະ ຂອງສັງຄົມ.

ວິໄສທັດຂອງ ກະຊວງ ຖວທ ຮອດປີ 2025 ກໍານົດໄວ້ວ່າ: ຫັນການເຄື່ອນໄຫວຂອງຂະ ແໜງຂ່າວ-ສື່ມວນຊົນໄປຕາມທິດຂ່າວສານທັນສະໄໝ, ວ່ອງໄວທັນການ ກາຍເປັນປາກກະບອກສຽງຂອງພັກ, ເປັນເວທີແຫ່ງການສະແດງອອກຄໍາເຫັນທີ່ສ້າງສັນຂອງສັງຄົມ; ສ້າງພື້ນຖານນິຕິກໍາໃຫ້ມີການຄຸ້ມຄອງທີ່ເຂັ້ມງວດຕາມກົດໜາຍ. ພັດທະນາສື່ມວນຊົນລາວໃຫ້ມີຄຸນນະພາບ, ທັນສະ ໄໝ, ວ່ອງໄວ, ທັນເຫດການ, ເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ ທັງລ່ວງເລິກ ແລະ ລວງກວ້າງ, ເຂັ້ມແຂງທັນສະໄໝ ໄປສູ່ກຸ້ມຕົນເອງເທື່ອລະກ້າວ. ພົວພັນ ເຊື່ອມໂຍງເວທີສື່ມວນຊົນສາກົນ, ຮັບປະກັນຄວາມປອດໄພ ແລະ ສະຖຽນລະພາບດ້ານຂໍ້ມູນຂ່າວສານ, ມີບຸກຄະລາກອນ ທີ່ໄດ້ມາດຕະຖານສື່ມວນຊົນລາວ ສົມຄູ່ກັບຍຸກສະໄໝ.

ສະນັ້ນ, ການພັດທະນາວຽກງານສື່ມວນຊົນ ກໍແມ່ນເພື່ອຮັບໃຊ້ໜ້າທີ່ການເມືອງຂອງພັກ ກໍຄືລັດຖະບານມອບໝາຍໃຫ້ ກາຍເປັນພາຫະນະອັນແຫຼມຄົມຂອງພັກ, ນໍາເອົາແຜນການ, ແຜນງານ ແລະ ໂຄງການຕ່າງໆມາຈັດຕັ້ງປະຕິບັດໃຫ້ປະສົບຜົນສໍາເລັດ. ພັດທະນາວຽກງານສື່ມວນຊົນ ແມ່ນການຂະຫຍາຍໃຫ້ສາມາດເຂົ້າເຖິງທຸກພື້ນທີ່ໃນທົ່ວປະເທດ, ດ້ານເນື້ອໃນໃຫ້ມີຄວາມຫຼາກຫຼາຍຄົບຖ້ວນ, ເປັນແຫຼ່ງສະໜອງຂໍ້ມູນຂ່າວສານ ແລະ ໃຫ້ສາລະໜ້າຮູ້ ຢ່າງຮອບດ້ານໃຫ້ແກ່ພັກ-ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ, ໃຫ້ນັບມື້ນັບກວ້າງຂວາງ, ມີຄວາມໝັ້ນ ຄົງ, ສູ້ຊົນປ່ຽນຖ່າຍວັດຖຸເກົ່າແກ່ ສ້າງພື້ນຖານໂຄງລ່າງທາງດ້ານວັດຖຸ-ເຕັກນິກ ສື່ມວນຊົນໃຫ້ທັນສະໄໝຄົບຊຸດ, ຫັນໄປສູ່ລະບົບດີຈີຕອນ ສາມາດເຊື່ອມໂຍງໃຫ້ເປັນລະບົບດຽວກັນໃນທົ່ວປະເທດ. ເນື້ອໃນ ແລະ ຮູບການ ຂອງສື່ມວນຊົນທຸກປະເພດ ຕ້ອງແນໃສ່ໂຄສະນາເຜີຍແຜ່ ແນວທາງນະໂຍບາຍ, ກົດໜາຍ ແລະ ລະບຽບການຂອງລັດ, ປຸກລະດົມນໍ້າໃຈຮັກຊາດ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນຂອງທົ່ວປວງຊົນ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ຄວາມສາມັກຄີປອງດອງ ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ເນື້ອໃນຕ້ອງພາວະວິໃສ,ມີລັກສະນະວິທະຍາສາດ, ຖືກຕ້ອງຕາມຄວາມເປັນຈິງ, ຊັດເຈນ ທັງສອດຄ່ອງກັບສິດຜົນປະໂຫຍດຂອງຊາດຂອງປະຊາຊົນ. ສ່ອງແສງການເຄື່ອນໄຫວ ກໍຄືຫົວຄິດປະດິດສ້າງຂອງມະຫາຊົນໃນການອອກແຮງງານ, ເປັນເວທີສະແດງຄໍາຄິດເຫັນ ຕໍານິຕິຊົມຂອງມະຫາຊົນ ແລະ ໃຫ້ຄວາມຮູ້ໃນທາງສ້າງສັນ ສາມາດນໍາມາປັບປຸງການດໍາລົງຊິວີດຂອງມະຫາຊົນໄດ້ເປັນຢ່າງດີ.

ວິທີການພັດທະນາວຽກງານສື່ມວນຊົນ ຢູ່ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໃນຕໍ່ໜ້າ ແມ່ນຕ້ອງເພີ່ມທະວີບົດບາດການນໍາພາຂອງພັກ ແລະ ເອົາໃຈໃສ່ຕໍ່ວຽກງານສື່ມວນຊົນຢ່າງໃກ້ຊິດ ຕໍ່ເນື່ອງ ເປັນປົກກະຕິ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ເພື່ອເຮັດໃຫ້ສື່ມວນຊົນກາຍເປັນພາຫະນະອັນແຫຼມຄົມຂອງພັກ, ສຶກສາອົບຮົມດ້ານແນວຄິດ-ການເມືອງໃຫ້ພະນັກງານຖັນແຖວສື່ມວນຊົນຢ່າງເປັນປົກກະຕິ, ເພື່ອໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ກໍາແໜ້ນທັດສະນະ ແລະ ແນວທາງຂອງພັກ, ນະໂຍບາຍ ແລະ ກົດໜາຍ, ມີຄຸນສົມບັດ, ສິນທໍາປະຕິວັດ, ມີສະຕິຕື່ນຕົວສູງ, ມີຄວາມຮັບຜິດຊອບໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານເພື່ອຮັບໃຊ້ພາລະກິດຂອງພັກ, ຮັບໃຊ້ປະເທດຊາດ ແລະ ປະຊາຊົນ, ເສີມຂະຫຍາຍບົດບາດ ຂອງສື່ມວນຊົນ ສ້າງເງື່ອນໄຂໃຫ້ວຽກງານສື່ມວນຊົນສອດຫ້ອຍໄປທຸກຂົງເຂດວຽກງານ ນັບແຕ່ສູນກາງລົງຮອດທ້ອງຖິ່ນຮາກ ຖານ, ທັງປະສານສົມທົບກັນຢ່າງສະໜິດແໜ້ນ ທັງນີ້ກໍເພື່ອຮັບປະກັນຄວາມເປັນເອກະພາບ ໃນການເຄື່ອນໄຫວວຽກງານໃຫ້ໄປຕາມລ່ວງດຽວກັນ, ສ້າງສື່ມວນຊົນເປັນສາຍໃຍແຫ່ງຄວາມຜູກພັນລະຫວ່າງມະຫາຊົນກັບພັກ, ເປັນເວທີເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າຂອງປະເທດຊາດ, ລົງທຶນປັບປຸງໂຄງລ່າງພື້ນຖານ ພາຫະນະ-ເຕັກນິກຂອງວຽກງານສື່ມວນຊົນໃຫ້ທັນສະໄໝກ້າວໜ້າຂຶ້ນກວ່າເກົ່າ ສ້າງສື່ແບບໃໝ່ໃຫ້ກວມເອົາຂອບເຂດທົ່ວປະເທດ ແລະ ສົມສ່ວນກັນລະຫວ່າງສູນກາງ ແລະ ທ້ອງຖິ່ນ, ຍົກລະດັບຂີດຄວາມສາມາດຂອງສື່ມວນຊົນໃຫ້ທຽບກັບສື່ຂອງພາກພື້ນ ແລະ ສາກົນ, ພັດທະນາລະບົົບປະສານງານ ໃນການຮັບສົ່ງຂໍ້ມູນຂ່າວສານ ລະຫວ່ງສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມຄ່ອງຕົວ ວ່ອງໄວ ແລະ ປອດໄພ.

ສັງລວມແລ້ວ, ການພັດທະນາວຽກ​ງານສື່ມວນຊົນ ຈຸດປະສົງຕົ້ນຕໍແມ່ນເຮັດໃຫ້ວຽກງານສື່ມວນຊົນມີການຂະຫຍາຍຕົວທາງດ້ານຄຸນນະພາບ ແລະ ປະລິມານ, ມີນະໂຍບາຍຕໍ່ສື່ມວນຊົນຢ່າງເໜາະສົມ, ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ພາຫະນະເຕັກນິກ-ເຕັກໂນໂລຊີທັນສະໄໝ, ສະ ໜອງຂໍ້ມູນຂ່າວສານຜ່ານສື່ຕ່າງໆ ລວມທັງສື່ແບບໃໝ່ໃຫ້ມີຄວາມອຸດົມສົມບູນ, ຄົບຖ້ວນ, ບໍ່ຊໍ້າຊາກ, ເຂົ້າໃຈງ່າຍ, ວ່ອງໄວທັນໃຈ ທັນເຫດການ ເພື່ອຕອບສະໜອງຄວາມຕ້ອງການ ຂອງສັງຄົມນັບມື້ນັບສູງຂຶ້ນ, ເປັນທີ່ຖືກອົກຖືກໃຈ, ໄດ້ຮັບການສະໜັບສະໜູນ ແລະ ໄວ້ວາງໃຈຈາກສັງຄົມນັບ​ມື້​ນັບຫຼາຍຂຶ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version