Home ຂ່າວກິລາ ແມນຢູໃກ້ຍົກທຸງຂາວ ແຟຣງກີ – ຊອກຫາເປົ້າໝາຍອື່ນແທນ

ແມນຢູໃກ້ຍົກທຸງຂາວ ແຟຣງກີ – ຊອກຫາເປົ້າໝາຍອື່ນແທນ

0

ແມນເຊັສເຕີ ຢູໄນເຕັດ ໃກ້ຍອມພ່າຍແພ້ໃນການເຈລະຈາດຶງ ແຟຣງກີ ເດິ ຢອງ ຮ່ວມທີມ ອີງຕາມການລາຍງານຈາກ The Mirror.

ກອງກາງຊາວໂຮນລັງ ສັງກັດ ບາເຊໂລນາ ເປັນທີ່ສົນໃຈຂອງ ແມນເຊສເຕີ ຢູໄນເຕັດ ຢ່າງສູງ ເຖິງວ່າສະໂມສອນດັງຈາກອັງກິດຈະເຈລະຈາມາໄດ້ຫຼາຍກວ່າ 2 ເດືອນແລ້ວກໍຕາມ ແຕ່ກໍຍັງບໍ່ມີຄວາມຄືບໜ້າເກີດຂຶ້ນ.

ປັດໄຈສໍາຄັນ ແມ່ນມາຈາກກໍລະນີນັກເຕະບໍ່ສົນໃຈຍ້າຍໄປຫຼິ້ນໃນຖິ່ນ ໂອລ ແທຣບຟອດ ເຖິງແມ່ນວ່າມີລາຍງານວ່າ ບາເຊໂລນາ ຕອບຕົກລົງຂໍ້ສະເໜີຂອງ ແມນຢູ ເປັນທີ່ຮຽບຮ້ອຍ ນອກຈາກນັ້ນ ທີ່ຜ່ານມາ ບັນດາສື່ລະບຸວ່າ ເຊວຊີ ພ້ອມລົງສະໜາມແຍ່ງຕົວໄປຄອງ ແລະ ມີທ່າອ່ຽງທີ່ດີກວ່າ.

ຫຼ້າສຸດ Mirror ເປີດເຜີຍວ່າ ແມນເຊສເຕີ ຢູໄນເຕັດ ໃກ້ຍົກທຸງຂາວຍອມພ່າຍແພ້ດຶງຕົວກອງກາງອາຍຸ 25 ປີໄປຄອງ ແລະ ກໍາລັງພິຈາລະນາໄປຍັງເປົ້າໝາຍອື່ນແທນ.

ສື່ອັງກິດ ລະບຸວ່າ ຢູຣິ ຕີເລມັນ ກອງກາງຂອງເລສເຕີ ຊີຕີ ເປັນໜຶ່ງໃນເປົ້າໝາຍທີ່ ແມນຢູ ກໍາລັງຈັບຕາຢູ່ໃນຕອນນີ້ ເຊິ່ງຫາກພິຈາລະນາປັດໄຈຕ່າງໆ ຖືເປັນເປົ້າໝາຍທີ່ມີລາຄາຖືກກວ່າ ເດິ ຢອງ ຫຼາຍ.

ກອງກາງຊາວແບນຊິກ ອາຍຸ 25 ປີ ເຫຼືອສັນຍາກັບເລສເຕີ ຊີຕີ ພຽງແຕ່ປີດຽວເທົ່ານັ້ນ ໂດຍສື່ມວນຊົນເຫັນວ່ານັກເຕະມີຄ່າຕົວປະມານ 25 ລ້ານປອນເທົ່ານັ້ນ.

ອີກໜຶ່ງລາຍຊື່ທີ່ Mirror ລະບຸໃນໃນລາຍງານຄື ຣູເບນ ເນເວສ ຂອງ ວູຟແຮມຕັນ ວັນເດີເຣີ ເຊິ່ງເຄີຍມີຂ່າວກັບ ແມນຢູ ມາດົນແລ້ວ ໂດຍນັກເຕະຊາວປອກຕຸຍການຄົນນີ້ ຍັງເຫຼືອສັນຍາກັບ ວູຟແຮມຕັນ ໄປຈົນເຖິງກາງປີ 2024.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version