ກອງປະຊຸມສະໄໝສາມັນ ເທື່ອທີ 3 ຊຸດທີ II ຂອງສະພາປະຊາຊົນ ແຂວງໄຊສົມບູນ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 3 ສິງຫາ 2022 ນີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ, ປະທານສະພາປະຊາຊົນ ແຂວງໄຊສົມບູນ, ໃຫ້ກຽດເຂົ້າຮ່ວມໃນຄັ້ງນີ້ມີ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ, ມີຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ຕະຫຼອດຮອດສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18, ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍບັນດາພະແນກການ, ກົມກອງ ອ້ອມຂ້າງແຂວງ ແລະ ອາດີດການນໍາພັກ-ລັດ ເຂົ້າຮ່ວມ.


ໂອກາດທີ່ຂຶ້ນກ່າວສູນທອນພົດເປີດກອງປະຊຸມ ທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ, ປະທານສະພາປະຊາຊົນ ແຂວງໄຊສົມບູນ ໄດ້ຮຽກຮ້ອງໃຫ້ບັນດາພະແນກການ, ອົງການທີ່ກ່ຽວຂ້ອງ ຈົ່ງເຊີດຊູຄວາມຮັບຜິດຊອບ ໃນການສະໜອງຂໍ້ມູນຂ່າວສານ ແລະ ຂຶ້ນຊີ້ແຈງອະທິບາຍຕໍ່ເນື້ອໃນເອກະສານ ດ້ວຍຄວາມເປັນເຈົ້າການ,ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18 ແລະ ສະມາຊິກສະພາປະຊາຊົນ ແຂວງ ຈົ່ງໄດ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ສຸມທຸກສະຕິປັນຍາ ເຂົ້າໃນການຄົ້ນຄວ້າ, ປະກອບຄວາມເຫັນຢ່າງເລິກເຊິ່ງ, ສ້າງສັນ ແລະ ມີຈຸດສຸມ ເຂົ້າໃສ່ແຕ່ລະເນື້ອໃນທີ່ນໍາມາພິຈາລະນາໃນຄັ້ງນີ້ ໃຫ້ມີເນື້ອໃນຄົບຖ້ວນ, ຊັດເຈນ ແລະ ບັນລຸຜົນສໍາເລັດຕາມແຜນ ທີ່ວາງໄວ້.


ໂດຍກອງປະຊຸມ ຈະໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານ ພ້ອມທັງຮັບຟັງການຊີ້ແຈງອະທິບາຍ ແລະ ຄົ້ນຄ້ວາປະກອບຄໍາຄິດຄໍາເຫັນ ຈາກພາກສ່ວນຕ່າງໆ ລວມທັງການຄົ້ນຄ້ວາພິຈາລະນາຮັບຮອງເອົາການສະເໜີແຕ່ງຕັ້ງບຸກຄະລາກອນ ແລະ ກົງຈັກການ ຈັດຕັ້ງ ຕາມການສະເໜີຂອງອົງການປົກຄອງແຂວງ, ພິຈາລະນາຮັບຮອງເອົານິຕິກໍາໃຕ້ກົດໝາຍ ຂອງແຂວງ ຈໍານວນ 2 ສະບັບ ແລະ ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານ ຂອງແຂວງ ເປັນຕົ້ນແມ່ນ ພິຈາລະນາຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022, ພິຈາລະນາຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດ ຂອງແຂວງ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022, ພິຈາລະນາຮັບຮອງເອົາແຜນການເຄື່ອນໄຫວ ແລະ ແຜນງົບປະມານ ຂອງສອງວາລະແຫ່ງຊາດ ແລະ ພິຈາລະນາຮັບຮອງເອົາບົດລາຍງານຂອງສະພາປະຊາຊົນ ແຂວງໄຊສົມບູນ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022. ຊຶ່ງກອງປະຊຸມ ຈະໄດ້ດໍາເນີນເປັນເວລາ 3 ວັນເຕັມ ຈຶ່ງສໍາເລັດ.

#Medialaos Xaysomboun Province

LEAVE A REPLY

Please enter your comment!
Please enter your name here