ທ່ານ ສົມໄຊ ລຸນທະປັນຍາ ປະທານ ບໍລິສັດ ສົມໄຊຈະເລີນສົ່ງເສີມການກະເສດ ໃຫ້ສຳພາດວ່າ: ບໍລິສັດ ໄດ້ສົ່ງເສີມການປູກກາເຟແບບໃໝ່ທີ່ໃຫ້ສະມັດຖະພາບສູງປະມານ 10 – 20 ໂຕນຕໍ່ເຮັກຕາ ເຊັ່ນ: ສົ່ງເສີມດ້ານແນວພັນ, ທຶນຮອນ, ອຸປະກອນຮັບໃຊ້ ແລະ ເຕັກນິກວິຊາການປູກ ແລະ ການຜະລິດທີ່ມີປະສິດທິພາບສູງ ຊຶ່ງ ໃນປີ 2021 ຜ່ານມາ ໄດ້ມີຊາວສວນເຂົ້າເປັນສະມາຊິກແລ້ວ 200 ກວ່າເຮັກຕາໃນ 10 ບ້ານ, 2 ເມືອງ ຄື: ເມືອງປາກຊ່ອງ ແຂວງຈຳປາສັກ ແລະ ເມືອງເລົ່າງາມ ແຂວງສາລະວັນ, ສຳລັບປີ 2022 ແຜນການຈະຂະຫຍາຍສະມາຊິກຕື່ມຢູ່ເມືອງທ່າແຕງ ແຂວງເຊກອງ ໃຫ້ໄດ້ 500 – 600 ເຮັກຕາ ຈຳນວນຊາວສວນເຂົ້າຮ່ວມຈະໃຫ້ໄດ້ 400 – 500 ຄອບຄົວ ແລະ ທາງບໍລິສັດ ກໍມີແຜນຂະຫຍາຍສະມາຊິກຊາວສວນປູກກາເຟສະມັດຖະພາບສູງໄປຍັງເມືອງດາກຈຶງ ແຂວງເຊກອງ ຕື່ມອີກໃນອະນາຄົດອັນໃກ້ນີ້.

ການສົ່ງເສີມປູກກາເຟສະມັດຖະພາບສູງ ຂອງບໍລິສັດ ແມ່ນຮູບແບບ 2+3 ແລະ ພາຍໃຕ້ເງື່ອນໄຂເຊັ່ນ: ຊາວສວນມີເນື້ອທີ່ຢ່າງໜ້ອຍຄອບຄົວລະ 1 ເຮັກຕາຂຶ້ນເມືອ, 1 ເຮັກຕາ ມີຕົ້ນກາເຟຢ່າງໜ້ອຍ 3.000 ຕົ້ນ, ດ້ານເຕັກທາງບໍລິສັດຈະລົງມາແນະນໍາ ແລະ ຖ່າຍທອດບົດຮຽນໃຫ້ ຈາກນີ້ກໍເກັບຊືີ້ຜົນຜະລິດຈາກຊາວສວນທີ່ເປັນສະມາຊິກໃນລາຄາສູງກວ່າທ້ອງຕະຫຼາດ. ໃນປີ 2021 ຜ່ານມາລາຄາທ້ອງຕະຫຼາດເກັບຊື້ໝາກແດງ 8.000 ກີບ ຕໍ່ກິໂລ ແຕ່ທາງບໍລິສັດເກັບຊື້ 8.200 ກີບຕໍ່ກິໂລ. ຖືວ່າການເຂົ້າເປັນສະມາຊິກ ແລະ ປະຕິບັດຕາມເງຶ່ອນໄຂທີ່ທາງບໍລິສັດມາສົ່ງເສີມໃຫ້ແລ້ວ ແມ່ນມີຜົນປະໂຫຍດດີຫຼາຍຄອບຄົວໄດ້ມີຖານະດີຂຶ້ນ ຄື: ມີເນື້ອທີ່ສວນພຽງ 1 ເຮັກຕາ ກໍຈະມີລາຍຮັບຈາກການຂາຍກາເຟເຖິງ 100 – 200 ລ້ານກີບຕໍ່ປີ.

ຂ່າວ: ເກດສະໜາ ແກ້ວສຸວັນນະແສງ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

LEAVE A REPLY

Please enter your comment!
Please enter your name here