Saturday, September 21, 2024
Homeຂ່າວພາຍໃນແຂວງຈຳປາສັກ ແລະ ແຂວງເລີ່ມດົງ ເສີມຂະຫຍາຍການຮ່ວມມື

ແຂວງຈຳປາສັກ ແລະ ແຂວງເລີ່ມດົງ ເສີມຂະຫຍາຍການຮ່ວມມື

ພິທີພົບປະສອງຝ່າຍ ລະຫວ່າງ ອົງການປົກຄອງແຂວງຈຳປາສັກ ແຫ່ງ ສປປ ລາວ ແລະ ຄະນະກຳມະການປະຊາຊົນແຂວງເລີ່ມດົງ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 27 ກໍລະກົດ ນີ້ ທີ່ຫ້ອງວ່າການແຂວງຈຳປາສັກ ຊຶ່ງຝ່າຍແຂວງຈຳປາສັກ ນຳໂດຍ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຈຳປາສັກ ແລະ ຝ່າຍ ແຂວງເລີ່ມດົງ ນຳໂດຍ ທ່ານ ເຈີ່ນດິ້ງວັນ ຮອງເລຂາ ຜູ້ປະຈຳການຄະນະພັກແຂວງ ຫົວໜ້າຜູ້ແທນສະມາຊິກສະພາແຫ່ງຊາດ ແຂວງເລີມດົ່ງ.

ໃນການພົບປະສອງຝ່າຍໄດ້ລາຍງານສະພາບເສດຖະກິດ-ສັງຄົມ ຂອງແຂວງ ແລະ ພ້ອມກັນຕີລາຄາຄືນການຈັດຕັ້ງປະຕິບັດເນື້ອໃນການຮ່ວມມື ລະຫວ່າງ ສອງແຂວງຈຳປາສັກ-ເລີ່ມດົງ ໃນໄລຍະຜ່ານມາ, ພ້ອມທັງ ໄດ້ແລກປ່ຽນ ແລະ ເປັນເອກະພາບນຳກັນ ໃນການກຳນົດທິດທາງແຜນການຮ່ວມມື ໃນໄລຍະ ປີ 2022-2025 ແລະ ການພົບປະດັ່ງກ່າວນີ້ ເປັນການປະກອບສ່ວນອັນສຳຄັນໃຫ້ແກ່ກິດຈະກຳສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) ທີ່ເຕັມໄປດ້ວຍເນື້ອໃນ ແລະ ມີບັນຍາກາດ ຟົດຟື້ນ.

ເພື່ອສືບຕໍ່ການເສີມສ້າງ, ຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ການພົວພັນຮ່ວມມື ລະຫວ່າງ ແຂວງຈຳປາສັກ ແລະ ແຂວງເລີ່ມດົງ; ສອງຝ່າຍ ໄດ້ມີພິທີລົງນາມບົດບັນທຶກຊ່ວຍຈຳ ການຮ່ວມມື ໃນໄລຍະປີ 2022-2025, ຕາງໜ້າໃຫ້ ອົງການປົກຄອງແຂວງຈຳປາສັກ ລົງນາມໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ແລະ ຕາງໜ້າໃຫ້ ຄະນະກຳມະການປະຊາຊົນແຂວງເລີ່ມດົງ ລົງນາມໂດຍ ທ່ານ ດັງຈິຢຸ້ງ ຮອງປະທານ ຄະນະກຳມະການປະຊາຊົນແຂວງ ເລີ່ມດົ່ງ, ໂດຍໄດ້ເອກະພາບຮ່ວມມື ໃນຫຼາຍດ້ານເຊັ່ນ: ດ້ານກະສິກຳ, ດ້ານການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ; ສອງຝ່າຍຊຸກຍູ້, ເປີດກວ້າງການຮ່ວມມື ໃນຂົງເຂດວັດທະນະທຳ – ສັງຄົມ ລະຫວ່າງ ບັນດາທ້ອງຖິ່ນ ເພື່ອຊຸກຍູ້ ສົ່ງເສີມ ການຈັດກິດຈະກຳ ການເຄື່ອນໄຫວແລກປ່ຽນ ທາງດ້ານວັດທະນະທຳ ທີ່ເປັນເອກກະລັກ; ດ້ານການກໍ່ສ້າງຊັບພະຍາກອນມະນຸດ ແຂວງເລີ່ມດົ່ງ ມອບທຶນການສຶກສາຂັ້ນປະລິນຍາຕີ ຈຳນວນ 3 ທຶນຕໍ່ປີ, ສະໜັບສະໜູນທຶນ ຈຳນວນ 1 ລ້ານໂດລາ ເພື່ອສ້າງໂຮງຮຽນ ຈຳນວນ 1 ແຫ່ງ ໃຫ້ແຂວງຈຳປາສັກ.

ນອກນັ້ນ ສອງຝ່າຍຈະໄດ້ມີ ການແລກປ່ຽນຄະນະຜູ້ແທນ ຂອງສອງທ້ອງຖິ່ນ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ, ຄວາມສາມັກຄີຮັດແໜ້ນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງ ແຂວງຈຳປາສັກ ແລະ ແຂວງເລີ່ມດົງ.

(ຂ່າວ-ພາບ: ທັດຊະນະ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments