Home ແຈ້ງການສໍາຄັນ ສະພາບອາກາດ ຂອງວັນທີ 28 ກໍລະກົດ 2022 ເວລາ 7:00 ໂມງ

ສະພາບອາກາດ ຂອງວັນທີ 28 ກໍລະກົດ 2022 ເວລາ 7:00 ໂມງ

0

ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບສອງຂະບວນ ລົມຕາເວັນຕົກພັດປົກຄຸມພາກເໜືອ ແລະ ລົມຕາເວັນອອກສ່ຽງໃຕ້ ພັດປົກຄຸມພາກກາງ ແລະ ພາກໃຕ້ ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຂຶ້ນຕື່ມອີກ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບ ຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກປານກາງ ພ້ອມມີຟ້າຜ່າ ແລະ ຈະມີລົມ ພັດແຮງຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດ ເວລາ 7:00 ໂມງຂອງວັນທີ 28/7/2022 ເຖິງ ເວລາ 7:00 ໂມງ ວັນທີ 29/7/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບ ທົ່ວໄປ ແລະ ຕົກປານກາງ ພ້ອມມີຟ້າຜ່າ ແລະ ມີລົມພັດແຮງຢູ່ບາງ ທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 21-33 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີຟ້າຜ່າ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 22-38 ອົງສາ.

-ນະຄອນຫລວງວຽງຈັນ: ມີເຝື້ອປົກຫຸ້ມເປັນບາງສ່ວນ ອາກາດຮ້ອນ ຫາ ຮ້ອນເອົ້າ. ອຸນຫະພູມໃນລະຫວ່າງ 28-37 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງ ທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 23-37 ອົງສາ.

-ແຂວງໄຊສົມບູນ: ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ຫລື ເນື້ອທີ່ ການປົກຫຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 17-29 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຢູເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີຟ້າຜ່າ ແລະ ມີລົມພັດແຮງ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 24-36 ອົງສາ.

-ເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 17-27 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version