ການປຸກລະດົມປະຊາຊົນເຂົ້າຮ່ວມຂະບວນການສັກຢາວັກຊີນຢູ່ພາຍໃນແຂວງຄຳມ່ວນ​ເຫັນວ່າຍັງພົບບັນຫາທ້າທາຍຫລາຍຢ່າງ ໂດຍສະເພາະແມ່ນປະຊາຊົນຢູ່ເຂດຫ່າງໄກສອກຫຼີກເກືອບ 70% ແລະ ອີກບັນຫາໜຶ່ງເສັ້ນທາງຄົມມະນາ ຄົມໄປມາຫາສູ່ແມ່ນຍັງພົບຄວາມຫຍຸ້ງຍາກຫລາຍ, ​ເປັນ​ຕົ້ນ​ແມ່ນ​ໃນໄລຍະລະດູຝົນນີ້ ບາງບ້ານກໍບໍ່ສາມາດເຂົ້າເຖິງໄດ້, ການເດີນທາງໃຊ້ເວລາຫຼາຍຂອງທີມແພດເຄື່ອນທີ່,​ ບວກໃສ່ລະດັບຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງປະຊາຊົນຍັງມີຄວາມລັງເລໃຈໃນການຕັດສິນໃຈເຂົ້າມາຮັບຢາວັກຊິນ, ອີກດ້ານຫນຶ່ງຜູ້ປົກຄອງເດັກຈຳນວນໜຶ່ງຍັງຢ້ານລູກເຈັບໃນເວລາມາຮັບການສັກຢາວັກຊິນ ແລະ ປະຊາຊົນຈໍານວນໜຶ່ງໄປໄຮ່, ໄປສວນ ບໍ່ກັບເຂົ້າມາບ້ານ ແລະ ຈຳນວນຢາວັກຊິນຂອງພວກເຮົາມີກອບຈຳກັດໃນເວລາເຄື່ອນໄຫວເຊັ່ນວ່າ ຖັງນໍ້າກ້ອນເກັບໄວ້ດົນບໍ່ໄດ້, ຢາວັກຊິນອາຍຸສັ້ນ, ແລ່ນນຳການທີ່ວັກຊິນຈະບໍ່ມີຖັງນໍ້າກ້ອນໃສ່.​

ຕາມ​ການ​ໃຫ້​ສຳພາດ​ຂອງ​ທ່ານ​ ສົມ​ບູນ​ ຄຳ​ພິ​ທູນ​ ຫົວໜ້າ​ຂະແໜງອະນາໄມ ແລະ​ ສົ່ງເສີມ​ສຸຂະພາບ​ ພະແນກ​ສາທາລະນະ​ສຸກ​ແຂວງ​ຄຳ​ມ່ວນ​ ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ ​25 ກໍລະກົດ​ຜ່ານ​ມາ​ນີ້​ວ່າ​: ຕໍ່​ກັບ​ບັນຫາຫຍຸ້ງຍາກ​ທ້າທາຍດັ່ງກ່າວ, ​ເພື່ອເຮັດໃຫ້ເຂົາເຈົ້າໄດ້ຮັບວັກຊິນຢ່າງທົ່ວເຖິງ ທັງ​ເປັນການສ້າງພູມຄຸ້ມກັນໂດຍສະເພາະຜູ້ທີ່​ມີພະຍາດປະຈໍາຕົວ, ຜູ້ທີ່ຈະເດີນທາງໄປເຮັດວຽກຢູ່ຕ່າງປະເທດ ຫຼື ນັກຮຽນ, ນັກສຶກສາທີ່ຈະໄປສຶກສາຢູ່ຕ່າງປະເທດຕ້ອງໄດ້ຮັບວັກຊິນໃຫ້ຄົບໂດຣເພື່ອປ້ອງກັນການຕິດເຊື້ອພະຍາດໂຄວິດ-19, ແຕ່​ເຖິງຢ່າງໃດກໍຕາມການຈັດຕັ້ງປະຕິບັດວຽກງານກັນພະຍາດ ແລະ ສົ່ງເສີມສຸຂະພາບ ໂດຍສະເພາະເປົ້າໝາຍການສັກວັກຊິນໃຫ້ກຸ່ມແມ່ຍິງ ແລະ ເດັກນ້ອຍ ແລະ ວັກຊິນປ້ອງກັນພະຍາດໂຄວິດ – 19, ກ່ຽວກັບການສັກວັກຊິນໃຫ້ເດັກກຸ່ມເປົ້າໝາຍ.

ມາຮອດປັດຈຸບັນການຈັດຕັ້ງປະຕິບັດໄດ້ 4.000 ກວ່າຄົນ, ສໍາລັບເດັກລຸ່ມອາຍຸ 1 ປີ ເທົ່າກັບ 94%, ການສັກວັກຊິນໃຫ້ເດັກນ້ອຍໃນກຸ່ມເປົ້າໝາຍນີ້ເກືອບຈະບັນລຸເປົ້າໝາຍທີ່ຄາດໄວ້ 95 %, ສໍາການສັກວັກຊິນເພື່ອປ້ອງກັນພະຍາດໂຄວິດ – 19 ໃຫ້ກັບປະຊາຊົນ ແລະ ເດັກນ້ອຍແຕ່ ອາຍຸ 6 ປີຂຶ້ນໄປ ເຂັມທີ 1 ມາຮອດປັດຈຸບັນທຽບໃສ່ປະຊາກອນສາມາດສັກໄດ້ 77 % ແລະ ເຂັມທີ 2 ແມ່ນ 70%,ສ່ວນກຸ່ມເປົ້າໝາຍ 6 ປີຂຶ້ນໄປມາຮອດປັດຈຸບັນໄດ້ 88% ແລະ ເຂັມທີ 2 ໄດ້ 80 %, ສະຫຼຸບແລ້ວແມ່ນສາມາດບັນລຸຕາມກຸ່ມເປົ້າໝາຍທີ່ກຳນົດໄວ້.

ຂ່າວ-ພາບ: ເຄນໄຊ

LEAVE A REPLY

Please enter your comment!
Please enter your name here