ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ອົສຕຣາລີໄດ້ເປີດເຜີຍບົດລາຍງານກ່ຽວກັບສິ່ງແວດລ້ອມສະບັບຫຼ້າສຸດໂດຍລະບຸວ່າ ພາຍໃນປະເທດກຳລັງພົບກັບບັນຫາດ້ານສິ່ງແວດລ້ອມໃນຮອບດ້ານ ທັງການສູນເສຍສາຍພັນ ສັດລ້ຽງລູກດ້ວຍນ້ຳນົມ ຫຼາຍກວ່າທະວີບອື່ນໆ ອັດຕາການຫຼຸດລົງຂອງສາຍພັນທີ່ຮ້າຍແຮງທີ່ສຸດໃນກຸ່ມປະເທດທີ່ອຸດົມສົມບູນຫຼາຍທີ່ສຸດໃນໂລກລວມເຖິງໄພທຳມະຊາດຮຸນແຮງທີ່ສ້າງຄວາມເສຍຫາຍມະຫາສານຕໍ່ປະເທດ.

ບົດລາຍງານດັ່ງກ່າວ ຊຶ່ງເຮັດຂຶ້ນທຸກ 5 ປີ ໂດຍກະຊວງສິ່ງແວດລ້ອມຂອງອົສຕຣາລີລະບຸວ່າ: ອຸນຫະພູມທີ່ເພີ່ມຂຶ້ນທັງນອກ ແລະ ໃນທະເລ, ຮູບແບບໄຟປ່າ ແລະ ຝົນຕົກທີ່ປ່ຽນແປງ, ລະດັບນ້ຳທະເລທີ່ສູງຂຶ້ນ ແລະ ປາກົດການມະຫາສະໝຸດເປັນກົດ ຕ່າງກໍມີຜົນກະທົບສຳຄັນທີ່ເຮັດໃຫ້ເກີດບັນຫາດ້ານສິ່ງແວດລ້ອມ. ໂດຍໂຕເລກຂອງສາຍພັນສັດທີ່ຢູ່ໃນກຸ່ມສັດໃກ້ສູນພັນ ຫຼື ໃນໝວດໝູ່ທີ່ຮ້າຍແຮງກວ່ານັ້ນເພີ່ມຂຶ້ນ 8% ຈາກບົດລາຍງານໃນປີ 2016 ແລະ ມີທ່າອ່ຽງຈະເພີ່ມຂຶ້ນຢ່າງຮຸນແຮງ ເນື່ອງຈາກບັນຫາໄຟປ່າໃນລະດູຮ້ອນສີດຳ ສົ່ງຜົນກະທົບຕໍ່ສັດໃນປະເທດປະມານ 1.000-3.000 ລ້ານໂຕ ອີກທັງຍັງທຳລາຍທີ່ຢູ່ອາໄສຂອງ ໝີໂຄອາລາ ໄປປະມານ 9%.

ນອກຈາກນີ້, ອຸນຫະພູມພື້ນຜິວດິນສະເລ່ຍຂອງອົສຕຣາລີສູງຂຶ້ນ 1,4 ອົງສາ ນັບຕັ້ງແຕ່ໄລຍະຕົ້ນສະຕະວັດທີ 20 ສ່ວນລະດັບນ້ຳທະເລຍັງຄົງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ວ່ອງໄວກວ່າລະດັບສະເລ່ຍຂອງໂລກ ອີກທັງຍັງເປັນການຂົ່ມຂູ່ຊຸມຊົນແຄມຝັ່ງອີກດ້ວຍ. ຍິ່ງໄປກວ່ານັ້ນລະບົບນິເວດອັນລ້ຳຄ່າຫຼາຍແຫ່ງຂອງອົສຕຣາລີຖືກຂົ່ມຂູ່ໂດຍການປ່ຽນແປງຂອງສະພາບອາກາດ ແລະ ຄວາມຮຸນແຮງດ້ານສິ່ງແວດລ້ອມເຊັ່ນ: ແນວປະກາລັງເກດ ແບຣິເອີ ຣີບ (Great Barrier Reef) ໄດ້ຮັບຜົນກະທົບຈາກປາກົດການປະກາລັງຟອກຂາວໃນວົງກວ້າງ, ຄື່ນຄວາມຮ້ອນທາງທະເລ ແລະ ປາກົດການມະຫາສະໝຸດເປັນກົດ.

LEAVE A REPLY

Please enter your comment!
Please enter your name here