ເນື່ອງໃນໂອກາດ ວັນມີຜົນບັງຄັບໃຊ້ ສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ (1 ສິງຫາ 2010 – 1 ສິງຫາ 2022) ຄົບຮອບ 12 ປີ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໄດ້ມີການຖະແຫຼງຂ່າວກ່ຽວກັບວັນດັ່ງກ່າວຂຶ້ນໃນວັນທີ 21 ກໍລະກົດ ນີ້ ທີ່ເຮືອນຮັບແຂກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂດຍມີ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານ ຜູ້ປະຈຳການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ, ທ່ານ ນາງ Ricarda Rieger ຜູ້ຕາງໜ້າ ອົງການ ສປຊ ເພື່ອການພັດທະນາ ປະຈຳ ສປປ ລາວ ມີບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ຕາງໜ້າຈາກ ກະຊວງ, ຂະແໜງການອ້ອມຂ້າງສູນກາງເຂົ້າຮ່ວມ.
ທ່ານ ປະເດີມພອນ ສົນທະນີ ໄດ້ເວົ້າວ່າ: ສປປ ລາວ ໃນຖານະເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່າຫຼາຍກວ່າປະເທດອື່ນໃນໂລກຖ້າທຽບໃສ່ຈຳນວນປະຊາກອນ, ໄດ້ສືບຕໍ່ສະແດງຄວາມຮັບຜິດຊອບຂອງຕົນ ດ້ວຍການລົງນາມໃນສົນທິສັນຍາ ສະບັບດັ່ງກ່າວ ໃນວັນທີ 18 ມີນາ 2009 ຊຶ່ງເປັນປະເທດທີ 2 ຖັດຈາກປະເທດນອກແວ ແລະ ກໍໄດ້ໃຫ້ສັດຕະຍາບັນ ໃນວັນທີ 16 ກຸມພາ 2010 ຊຶ່ງມີຜົນບັງຄັບໃຊ້ໃນວັນທີ 1 ສິງຫາ 2010 ແລະ ສປປ ລາວ ກໍໄດ້ຮັບການສະໝັກໃຫ້ເປັນເຈົ້າພາບຈັດກອງປະຊຸມແຫ່ງລັດພາຄີສົນທິສັນຍາ ຄັ້ງທີ I ຂຶ້ນ ໃນວັນທີ 9 – 12 ພະຈິກ ປີ 2010 ທີ່ນະຄອນຫຼວງວຽງຈັນ ແລະ ໃນກອງປະຊຸມລັດພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ 9 ປີ 2019 ກອງປະຊຸມໄດ້ຮັບຮອງ ໃຫ້ ລັດຖະບານ ແຫ່ງ ສປປ ລາວ ຕໍ່ອາຍຸສັນຍາ ຂອງ ສປປ ລາວ ໄປຕື່ມອີກ 5 ປີ ແຕ່ປີ 2020 ຫາ ປີ 2025.
ສປປ ລາວ ໃນຖານະເປັນພາຄີ ຂອງວົງຄະນາຍາດສາກົນ ເວລາໃດລັດຖະບານ ກໍໄດ້ຍົກສູງຄວາມເອົາໃຈໃສ່ຢ່າງສະເໝີຕົ້ນສະເໝີປາຍ ເພື່ອປະຕິບັດຕາມພັນທະ ແລະ ຄຳໝາຍໝັ້ນ ຕໍ່ກັບສົນທິສັນຍາ ສະບັບດັ່ງກ່າວ, ລັດຖະບານແຫ່ງ ສປປ ລາວ ໄດ້ເອົາໃຈໃສ່ໃນການໂຄສະນາ, ລະດົມ, ຂົນຂວາຍ ໃນການຈັດຕັ້ງປະຕິບັດ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ກັບບັນດາປະເທດໃນໂລກ. ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ບໍ່ພຽງແຕ່ເປັນຄວາມອັນຕະລາຍ ຕໍ່ຮ່າງກາຍ, ຈິດໃຈ ແລະ ຊີວິດ ຂອງ ປະຊາຊົນບັນດາເຜົ່າເທົ່ານັ້ນ, ຍັງເປັນອຸປະສັກຕໍ່ກັບການພັດທະນາປະເທດ ແລະ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ 2030, ນັບແຕ່ມີການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງໃນປີ 1996 ເປັນຕົ້ນມາ ສາມາດເກັບກູ້ລະເບີດບໍ່ທັນແຕກໄດ້ເກືອບ 1 ເປີເຊັນຂອງຈຳນວນລະເບີດລູກຫວ່ານທີ່ຕົກຄ້າງ.
ເພື່ອເປັນການຜັນຂະຫຍາຍເນື້ອໃນຂອງສົນທິສັນຍາສະບັບນີ້ ສປປ ລາວ ໂດຍແມ່ນ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ປະສານສົມທົບ ກັບບັນດາຂະແໜງການກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍໄດ້ຮັບການສະໜັບສະໜູນ ຈາກຄູ່ຮ່ວມພັດທະນາ, ບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສາກົນບໍ່ສັງກັດລັດຖະບານ ແລະ ອື່ນໆ. ຕະຫຼອດໄລຍະຫຼາຍປີຜ່ານມາ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ເຫັນໄດ້ມີຄວາມຄືບໜ້າຫຼາຍດ້ານ ຊຶ່ງສະແດງໃຫ້ເຫັນ:
ໜຶ່ງ, ວຽກງານດ້ານການສ້າງນະໂຍບາຍ ແລະ ນິຕິກຳທີ່ກ່ຽວຂ້ອງ ຊຶ່ງໄລຍະຜ່ານມາ ໄດ້ສ້າງຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ເປັນອັນສະເພາະ ຊຶ່ງເອີ້ນວ່າ: ຍຸດທະສາດແຫ່ງຊາດ ວ່າດ້ວຍ “ເສັ້ນທາງກ້າວສູ່ຄວາມປອດໄພ” ແລະ ມາຮອດປັດຈຸບັນ ຍຸດທະສາດ ສະບັບທີ 3 ໄລຍະປີ 2021-2030 ແມ່ນໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຕາມດໍາລັດ ສະບັບເລກທີ 190/ນຍ, ລົງວັນທີ 28 ມິຖຸນາ 2022 ຊຶ່ງຍຸດທະສາດສະບັບດັ່ງກ່າວ ແມ່ນສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ແຕ່ປີ 2021-2025 ແລະ ເປົ້າໝາຍການພັດທະນາແບບຍືນຍົງປີ 2030 ໂດຍສະເພາະແມ່ນເປົ້າໝາຍທີ 18 ຊຶ່ງເປັນເປົ້າໝາຍທີ່ຕິດພັນກັບບັນດາ 17 ເປົ້າໝາຍ.
ລັດຖະບານ ໄດ້ອອກຄຳສັ່ງ ສະບັບເລກທີ 39/ນຍ, ລົງວັນທີ 28 ກັນຍາ 2016 ວ່າດ້ວຍການເພີ່ມທະວີວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ແລະ ມາຮອດປັດຈຸບັນ ລັດຖະບານໄດ້ຮັບຮອງດຳລັດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຊຶ່ງເປັນເອກະສານພື້ນຖານໃນການຄຸ້ມຄອງການເຄື່ອນໄຫວຂອງອົງການປະຕິບັດງານແກ້ໄຂບັນຫາລະເບີດບໍ່ທັນແຕກ, ການໂຄສະນາສຶກສາຄວາມສ່ຽງໄພ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ການສຳຫຼວດ, ກວດກູ້ ແລະ ທຳລາຍ ລບຕ, ການປະສານງານຂັ້ນສູນກາງ ແລະ ທ້ອງຖິ່ນ.
ສອງ, ໃນໄລຍະ 6 ເດືອນ ຕົ້ນປີ 2022 ສາມາດໂຄສະນາສຶກສາຄວາມສ່ຽງໄພໄດ້ 471 ເທື່ອບ້ານ, ມີອຸບັດເຫດຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ຈຳນວນ 10 ຄັ້ງ ມີຜູ້ໄດ້ຮັບເຄາະຮ້າຍ 11 ຄົນ ໃນນີ້ ບາດເຈັບ 9 ຄົນ ແລະ ເສຍຊີວິດ 2 ຄົນ ຊຶ່ງສາເຫດແມ່ນຍ້ອນການເຮັດກິດຈະກໍາທຳການຜະລິດ ແລະ ການທຳມາກິນ, ການສຳຫຼວດແບບບໍ່ແມ່ນວິຊາການເພື່ອຊອກຫາຈຸດຫຼັກຖານ ໄດ້ 85 ບ້ານ ແລະ ສຳຫຼວດແບບວິຊາການເພື່ອກຳນົດພື້ນທີ່ຂອງລະເບີດບໍ່ທັນແຕກທີ່ຕົກຄ້າງໄດ້ 11.185 ເຮັກຕາ, ກວດກູ້ລະເບີດບໍ່ທັນແຕກອອກຈາກເນື້ອທີ່ທຳການຜະລິດ ແລະ ເຂດຈຸດສຸມພັດທະນາ ໄດ້ 2.502 ເຮັກຕາ ແລະ ພັດທະນາຊີວິດການເປັນຢູ່ຂອງຜູ້ທີ່ຖືກເຄາະຮ້າຍໄດ້ 24 ຄົນ.
ເຖິງແນວໃດກໍຕາມ, ການຈັດຕັ້ງປະຕິບັດ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຍັງເປັນສິ່ງທ້າທາຍ ແລະ ບໍ່ສາມາດສະໜອງຕໍ່ກັບຄວາມຕ້ອງການຂອງການພັດທະນາເສດຖະກິດ-ຄົມ, ຄວາມຕ້ອງການທໍາການຜະລິດຂອງປະຊາຊົນລາວບັນດາເຜົ່າ ແລະ ແຜນຍຸດທະສາດແຫ່ງຊາດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຄ້າງ ເອີ້ນວ່າເສັ້ນທາງຄວາມປອດໄພ III (2021-2030) ເນື່ອງຈາກບັນຫາທາງດ້ານງົບປະມານ ແລະ ບຸກຄະລາກອນຍັງຈຳກັດ.
ສະນັ້ນ, ໃນຕໍ່ໜ້າຈະໄດ້ສົມທົບກັບພາກສ່ວນກ່ຽວຂ້ອງສຸມໃສ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຄ້າງ ເອີ້ນວ່າ ເສັ້ນທາງຄວາມປອດໄພ III (2021-2030) ແລະ ດຳລັດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ, ພ້ອມທັງຈະປັບປຸງກົນໄກ ແລະ ຂອດປະສານງານ ໃຫ້ມີຄວາມເຂັ້ມແຂງ ໃນແຕ່ລະຂັ້ນ.
(ຂ່າວ: ບຸນຕອມ, ຮູບ ບຸນອຸ້ມ)