Home ຂ່າວພາຍໃນ ສື່ມວນຊົນ ລົງເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ປະຊາຊົນ ມາຮ່ວມສັກວັກຊິນ ປ້ອງກັນໂຄວິດ-19

ສື່ມວນຊົນ ລົງເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ປະຊາຊົນ ມາຮ່ວມສັກວັກຊິນ ປ້ອງກັນໂຄວິດ-19

0

ພະແນກຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສະຫວັນນະເຂດ ໂດຍສະເພາະຂະແໜງຖະແຫລ່ງຂ່າວ ກໍແມ່ນພາກສ່ວນໜຶ່ງ ທີ່ໄດ້ປະກອບສ່ວນເຂົ້າໃນຂະບວນການຕ້ານ ແລະ ປ້ອງກັນການລະບາດຂອງພະຍາດ ໂຄວິດ-19 ເຊິ່ງໃນໄລຍະການລະບາດຂອງພະຍາດ ສື່ມວນຊົນ ກໍໄດ້ເອົາໃຈໃສ່ໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານຕ່າງໆກ່ຽວກັບການຕ້ານ ແລະ ປ້ອງກັນການລະ ບາດຂອງພະຍາດດັ່ງກ່າວຢ່າງແຂງແຮງ. ປັດຈຸບັນ ເຖິງວ່າສະພາບການລະບາດຂອງພະຍາດເບົາບາງລົງ ແຕ່ສື່ມວນຊົນ ຍັງຕ້ອງໄດ້ສືບຕໍ່ໂຄສະນາປຸກລະດົມໃຫ້ພໍ່ແມ່ປະຊາຊົນ ຮ່ວມມືກັນສັກວັກຊິນ ເພື່ອສ້າງພູມຄຸ້ມກັນແກ່ຮ່າງກາຍ.

ທ່ານ ນາງ ດາວວອນ ໄຊສຸລຽນ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ໄດ້ໃຫ້ສໍາພາດໃນໂອກາດທີ່ ທີມງານສື່ມວນຊົນສູນກາງ ລົງເຄື່ອນໄຫວເກັບກຳຂ່າວຂະບວນສັກວັກຊິນໂຄວິດ-19 ແລະ ສັກວັກຊິນຮອບປົກກະຕິ ຢູ່ແຂວງສະຫວັນນະເຂດ ໃນວັນທີ 11 ກໍລະກົດ 2022 ນີ້ວ່າ: ໃນໄລຍະຜ່ານມາ ສື່ມວນຊົນແຂວງໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການໂຄສະນາຕ້ານ ແລະ ປ້ອງກັນພະຍາດໂຄວິດ-19 ໂດຍໃຫ້ຄວາມຮູ້ແກ່ປະຊາຊົນ ເຖິງຜົນກະທົບຂອງພະຍາດ, ພ້ອມທັງໂຄສະນາປຸກລະດົມໃຫ້ທຸກພາກສ່ວນ ເອົາໃຈໃສ່ໃນການສັກວັກຊິນປ້ອງກັນໂຄວິດ. ມາໄລຍະນີ້ ເຫັນວ່າພະຍາດດັ່ງກ່າວ ມີການເບົາບາງລົງ, ປະຊາຊົນຈຳນວນໜຶ່ງກໍໄດ້ຖືເບົາໃນການປ້ອງກັນຕົນເອງ ແຕ່ທາງຂະແໜງສື່ມວນຊົນ ກໍຄື ທາງສະຖານີວິທະຍຸກະຈາຍສຽງແຂວງ, ເມືອງຈຳນວນໜຶ່ງ, ສະຖານີໂທລະພາບ ແລະ ໜັງສືພິມສະຫວັນພັດທະນາ ກໍໄດ້ຮ່ວມແຮງຮ່ວມໃຈກັນໂຄສະນາເປັນແຕ່ລະໄລຍະ ເພື່ອໃຫ້ປະຊາຊົນເຂົ້າໃຈ ເຖິງຜົນຮ້າຍຂອງພະຍາດໂຄວິດ-19 ແລະ ຕ້ອງເອົາໃຈໃສ່ໃນການປ້ອງກັນ ເພື່ອເຮັດໃຫ້ປະຊາຊົນ ຮ່ວມແຮງຮ່ວມໃຈກັນສັກວັກຊິນ ປ້ອງກັນໂຄວິດ-19 ໃຫ້ຫລາຍຂຶ້ນ.

ທ່ານ ນາງ ດາວວອນ ໄຊສຸລຽນ ໃຫ້ຮູ້ອີກວ່າ: ມາຮອດປັດຈຸບັນ ເຫັນວ່າອັດຕາການສັກວັກຊິນກໍສູງຂຶ້ນ ແຕ່ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການ ໂດຍສະເພາະໄລຍະທີ່ມີການເປີດປະເທດ ພວກເຮົາຍັງມີຄວາມຈໍາເປັນຕ້ອງໄດ້ໂຄສະນາ ໃຫ້ພໍ່ແມ່ປະຊາຊົນ ຮ່ວມມືກັນສັກວັກຊິນ ປ້ອງກັນໂຄວິດ-19 ທັງຢູ່ໃນຕົວເມືອງ ແລະ ເຂດຊົນນະບົດ, ທຸກໆຄົນຈະຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ປ້ອງກັນດ້ວຍການສັກວັກຊິນ ເພື່ອສ້າງພູມຄຸ້ມກັນໃຫ້ແກ່ຕົນເອງ, ຄອບຄົວ ແລະສັງຄົມ ຕາມຄຳແນະນໍາຂອງແພດໝໍ, ທັງເປັນການສ້າງຄວາມເຊື້ອໝັ້ນໃຫ້ແກ່ ບັນດານັກທ່ອງທ່ຽວທີ່ຈະເຂົ້າມາທ່ອງທ່ຽວພາຍໃນປະເທດ ກໍຄື ແຂວງສະ ຫວັນນະເຂດ.

ສຳລັບແຜນການໂຄສະນາໃນຕໍ່ໜ້າ, ຄະນະສະເພາະກິດຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ກໍໄດ້ປຶກສາຫາລືກັນ ເພື່ອສືບຕໍ່ໂຄສະນາໃຫ້ຄວາມຮູ້ ເຖິງຜົນຮ້າຍຂອງພະຍາດ ເຖິງວ່າພະຍາດໂຄວິດ-19 ຈະເບົາບາງລົງກໍຕາມ ແຕ່ການໂຄສະນາກໍຍັງມີຄວາມຈຳເປັນ. ພ້ອມນີ້, ຈະຕ້ອງໄດ້ແນະນໍາໃຫ້ປະຊາຊົນ ຜູ້ທີ່ບໍ່ທັນສັກວັກຊິນຄົບໂດສ ຕ້ອງມາສັກໃຫ້ຄົບ, ທຸກຄົນໃນສັງຄົມບໍ່ຄວນຄືເບົາ ເວລາໄປສະຖານທີ່ຊຸມຊົນ ຫລື ສະຖານທີ່ແອອັດ ເຮົາຕ້ອງປະຕິບັດມາດຕະການປ້ອງກັນໂຄວິດ ຕາມທີ່ຄະນະສະເພາະກິດແນະນຳ ຢ່າງເຄັ່ງຄັດ.

ຂ່າວ: ຈັນທະລອນ, ພາບ: ສຸກທະວີ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version