ຕາມການລາຍງານຂອງ ທ່ານ ສະເຫລີມໄຊ ແສງສຸລິຍະວົງ ຫົວໜ້າຫ້ອງການການເງິນເມືອງໂຂງ ແຂວງຈຳປາສັກ ໃຫ້ຮູ້ໃນກອງປະຊຸມອົງຄະນະພັກເມືອງ ເມື່ອບໍ່ນີ້ວ່າ: ໄລຍະ 6 ເດືອນຕົ້ນປີ 2022 ເມືອງໂຂງ ສາມາດສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 3,3 ຕື້ກວ່າກີບ, ເທົ່າກັບ 56% ຂອງແຜນການປີ 5,9 ກວ່າກີບ. ໃນນັ້ນ ຮັບຈາກສ່ວຍສາອາກອນເມືອງຮັບຜິດຊອບແຜນປະຕິບັດໄດ້ 1,8 ຕື້ ກວ່າກີບ ເທົ່າກັບ 61%, ຫ້ອງການ-ກົມກອງອ້ອມຂ້າງເມືອງທີ່ມີລາຍຮັບວິຊາການຮັບຜິດຊອບແຜນປະຕິບັດໄດ້ 197 ລ້ານກວ່າກີບ ເທົ່າກັບ 18%, ກຸ່ມບ້ານ ແລະ ບ້ານຮັບຜິດຊອບແຜນປະຕິບັດໄດ້ 1 ຕື້ກວ່າກີບ ເທົ່າກັບ 70%; ຮັບຈາກລາຍຮັບຄຸ້ມຄອງຊັບສິນແຫ່ງລັດ 271 ລ້ານກວ່າກີບ ເທົ່າກັບ 79% ຂອງແຜນການປີ 354 ລ້ານກວ່າກີບ.

ສຳລັບທິດທານແຜນການ 6 ເດືອນທ້າຍປີ 2022 ຕົວເລກຄາດຄະເນຈະຕ້ອງໄດ້ສູ້ຊົນ ແລະ ຊອກຫາແຫລ່ງລາຍຮັບເຂົ້າງົບປະມານໄດ້ 100% ທັງໝົດແມ່ນ 11 ຕື້ກວ່າກີບ, ໃນນັ້ນ ສວຍສາອາກອນ 2,5 ຕື້ກວ່າກີບ, ຫ້ອງການ-ກົມກ້ອງອ້ອມຂ້າງ 931 ລ້ານກວ່າກີບ, ກຸ່ມບ້ານ ແລະ ບ້ານ 436 ລ້ານກວ່າກີບ ແລະ ລາຍຮັບຈາກຄຸ້ມຄອງຊັບສິນແຫ່ງລັດ 82 ລ້ານກວ່າກີບ.

ທ່ານຫົວໜ້າຫ້ອງການ ການເງິນເມືອງໂຂງ ຍັງໃຫ້ຮູ້ອີກວ່າ: ຖ້າຢາກປະຕິບັດແຜນຈັດເກັບລາຍຮັບ ໄດ້ຕາມເປົ້າໝາຍນັ້ນ, ຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ແລະ ວາລະຂອງເມືອງໃນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດການເງິນ ເຊິ່ງປີ 2022 ເມືອງໂຂງ ໄດ້ກາຍເປັນເມືອງກຸ້ມຕົນເອງທາງດ້ານລາຍຮັບ-ລາຍຈ່າຍງົບປະມານ, ພາກສ່ວນກ່ຽວຂ້ອງຕ້ອງເຄື່ອນໄຫວລົງສູ່ກຸ່ມບ້ານ ແລະ ບ້ານ ໃນການໂຄສະນາເຜີຍແຜ່ລະບຽບກົດໝາຍ ໃນຂົງເຂດວຽກງານການເງິນ ແລະ ສ້າງຄວາມເຂັ້ມແຂງໃຫ້ການເງິນບ້ານ ຕາມທິດ 3 ສ້າງຂອງວຽກງານການເງິນ.

ຂ່າວ: ພຸດທະສິນ

LEAVE A REPLY

Please enter your comment!
Please enter your name here