ໃນວັນທີ 6 ກໍລະກົດ ຜ່ານມາ, ທົ່ວຂະແໜງສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຈັດພິທີສອບເສັງຈົບຊັ້ນ (ມ.4) ສົກຮຽນ 2021-2022, ໂດຍການເຂົ້າຮ່ວມໃຫ້ກຽດຕັດຫົວບົດສອບເສັງຂອງທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍແຂກຖືກເຊີນ, ຄູ-ອາຈານ, ນັກສອບເສັງທົ່ວແຂວງ ຈໍານວນ 9.138 ຄົນເຂົ້າຮ່ວມ.

ສໍາລັບການສອບເສັງຈົບຊັ້ນ ມ.4 ສົກຮຽນ 2021-2022 ໃນທົ່ວແຂວງມີ 44 ສູນ, 456 ຫ້ອງ, ສອບ ເສັງ 6 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ສຶກສາພົນລະເມືອງ, ຄະນິດສາດ, ວິຊາພາສາອັງກິດ, ວິທະຍາ ສາດສັງຄົມ ແລະ ວິທະຍາສາດທໍາມະຊາດ, ການສອບເສັງດໍາເດີນເປັນເວລາ 4 ວັນ ນັບແຕ່ວັນທີ 6-8 ກໍລະກົດ 2022 ຈຶ່ງສໍາເລັດ.

ໂອກາດດັ່ງກ່າວ ທ່ານນາງ ຫຼິງທອງ ແສງຕາວັນ ກ່າວວ່າ: ລູກຫຼານທຸກຄົນທີ່ມີໜ້າມາສອບເສັງຈົບຊັ້ນ ມ.4 ໃນສົກນີ້ທຸກຄົນບໍ່ຄວນກົດດັນຕົນເອງ, ບໍ່ໃຫ້ກະຕືລືລົ້ນຫຼາຍຈົນເກີນໄປຕ້ອງຕັ້ງໃຈສອບເສັງໃຫ້ມັນໄດ້ ເຊື່ອໝັ້ນຕົນເອງ, ເຊື້ອໝັ້ນບົດຮຽນທີ່ໄດ້ຄົ້ນຄວ້າມາ. ພ້ອມເນັ້ນໃຫ້ຄະນະກໍາມະການຍາມຫ້ອງສອບເສັງທຸກຄົນຕ້ອງຮັກສາລະບຽບຂອງການສອບເສັງທີ່ວາງອອກຢ່າງເຄັ່ງຄັດ.

ຂ່າວ-ພາບ: ຄໍາແພງເພັດ ຂັນຕິວົງ

LEAVE A REPLY

Please enter your comment!
Please enter your name here