ຕາມ​ຂ່າວ​ຈາກ VOVWORLD,ຕາມການສະຖິຕິ ຫລ້າສຸດ ຂອງອົງການ ​ອະນາ​ໄມ​ໂລກ (WHO) ແລ້ວ, ນັບແຕ່ ຕົ້ນປີມານີ້, ບັນດາ ປະເທດ ອາຟຣິກາກາງ ຢັ້ງຢືນ ມີຜູ້ຕິດເຊື້ອ ຕື່ມອີກ 3.200 ຄົນ​ ແລະ ຜູ້ຖືກສົງໄສວ່າ ຕິດເຊືື້ອເກືອບ 1.500 ຄົນ ​ໃນນັ້ນ ມີປະມານ 70 ຄົນ ເສຍຊີວິດ ຍ້ອນພະຍາດ ດັ່ງກ່າວ. ໃນກອງປະຊຸມ ຄະນະກຳມະການ ສຸກເສີນ (IHR) ຂອງອົງການ ອະນາໄມໂລກ (WHO) ​ຈັດ​ຂຶ້ນ​ ເມື່ອ​ບໍ່​ດົນ​ມາ​ນີ້​ ​ແບບ​ທາງ​ໄກ ຈາກ​ນັ້ນ ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ ອົງການ WHO ໄດ້ເນັ້ນໜັກວ່າ: ທຸກປະເທດ ໃນໂລກ ຕ້ອງເພີ່ມທະວີ ກຳລັງ ຄວາມສາມາດ ເພື່ອແນໃສ່ ສະກັດກັ້ນການ ແຜ່ລະບາດ ຂອງພະຍາດ ໝາກສຸກລີງ, ຍູ້ແຮງ ການຕິດຕາມ ກວດກາ, ຄົ້ນຫາ ທາມລາຍ ແລະ ການແຍກປ່ຽວ ສຳລັບ ຜູ້ຕິດເຊື້ອ ພະຍາດ ດັ່ງກ່າວ./. (ພາກ​ຂ່າວ: ຕ່າງປະ​ເທດ)

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

LEAVE A REPLY

Please enter your comment!
Please enter your name here