Home ຂ່າວການເມືອງ ສະພາແຫ່ງຊາດ ສຳເລັດການຮຽບຮຽງ ແລະ ປັບປຸງກົດໝາຍ ໄດ້ 11 ສະບັບ

ສະພາແຫ່ງຊາດ ສຳເລັດການຮຽບຮຽງ ແລະ ປັບປຸງກົດໝາຍ ໄດ້ 11 ສະບັບ

0

ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ລາຍງານກ່ຽວກັບການເຄື່ອນໄຫວວຽກງານໃນໄລຍະແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຫາ ກອງປະຊຸມສະໄໝສາມັນທື່ອທີ 3 ແລະ ແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 4, ຜົນການຕິດຕາມກວດກາການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນໄລຍະຜ່ານມາ ແລະ ແຜນການຕິດຕາມກວດກາຂອງສະພາແຫ່ງຊາດກ່ຽວກັບການປະຕິບັດວາລະແຫ່ງຊາດໃນຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 24 ມິຖຸນາ ນີ້ ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ນາງ ສູນທອນ ໄຊຍະຈັກ ກ່າວວ່າ: ນັບແຕ່ກອງປະຊຸມສະໄໝສາມັນເທື່ອທີ 2 ຫາ ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຜົນສຳເລັດຫຼາຍດ້ານ ໂດຍສະເພາະດ້ານນິຕິບັນຍັດໄດ້ເປັນເຈົ້າການສົມທົບກັບກະຊວງ, ອົງການກ່ຽວຂ້ອງປະຕິບັດພາລະບົດບາດນິຕິບັນຍັດສຳເລັດການຮຽບຮຽງ ປັບປຸງກົດໝາຍທີ່ໄດ້ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ຈຳນວນ 11 ສະບັບ, ເອົາໃຈໃສ່ປະສານສົມທົບກັບລັດຖະບານໃນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍປະຈຳປີ 2022, ໄດ້ສົ່ງຮ່າງກົດໝາຍທີ່ກ່ຽວຂ້ອງໃຫ້ສະພາປະຊາຊົນຂັ້ນແຂວງ ທາບທາມຢູ່ຂະແໜງການຕ່າງໆ ກໍຄືທ້ອງຖິ່ນຕ່າງໆໃນຂອບເຂດທົ່ວປະເທດຈັດຕັ້ງລະດົມແນວຄວາມຄິດຈາກເປົ້າໝາຍຕ່າງໆທັງພາກລັດ ແລະ ເອກະຊົນໄດ້ຢ່າງກວ້າງຂວາງ ຊຶ່ງມີກົດໝາຍເອົາໄປທາບທາມ ຈຳນວນ 9 ສະບັບ ໃນນີ້ກົດໝາຍສ້າງໃໝ່ 3 ສະບັບ ແລະ ກົດໝາຍ ປັບປຸງ 6 ສະບັບ, ໄດ້ນຳພາດຳເນີນກອງປະຊຸມວິທະຍາສາດກ່ຽວກັບແນວຄິດ ໄກສອນພົມວິຫານ ກ່ຽວກັບການສ້າງ ແລະ ປະຕິບັດລັດຖະທຳມະນູນ ສປປ ລາວ ເພື່ອເປັນທິດທາງໃນການປັບປຸງວຽກງານດ້ານນິຕິບັນຍັດໃຫ້ມີຄຸນະພາບ ແລະ ປະສິດທິຜົນນັບມື້ສູງຂຶ້ນ, ໄດ້ແຕ່ງຕັ້ງຄະນະຮັບຜິດຊອບປະເມີນການ ຈັດຕັ້ງປະຕິບັດກົດໝາຍ 4 ກົດໝາຍ ທີ່ຕິດພັນກັບວະລະແຫ່ງຊາດ ຄື: ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ, ສຳເລັດການລົງເຜີຍແຜ່ຜົນສໍາເລັດກອງປະຊຸມະພາໃນຂອບເຂດທົ່ວປະເທດ ໄດ້ 1.239 ຈຸດ, ມີຜູ້ເຂົ້າຮ່ວມ 114.204 ເທື່ອຄົນ ຍິງ 47.260 ຄົນ, ລະດົມທຶນຊ່ວວຍເຫຼືອປະຊາຊົນລວມມູນຄ່າທັງໝົດ 1.374.240.756 ກີບ.

ສຳລັບການຕິດຕາມກວດກາການຈັດຕັ້ງປະຕິບັດວາລະແຫ່ງຊາດທີ່ພົ້ນເດັ່ນ ໂດຍສະເພາະການແກ້ໄຂບັນຫາຢາເສບຕິິດ ຢູ່ບັນດາກະຊວງ, ອົງການ ແລະ ບັນດາແຂວງ, ນະຄອນຫຼວງວຽງຈັນ ໄດ້ມີການໂຄສະນາເຜີຍແຜ່ນິນິກຳຂອງພັກ-ລັດ ໂດຍຜ່ານສື່ມວນຊົນປະເພດຕ່າງໆ ໃຫ້ພະນັກງານ, ທະຫານ, ຕຳຫຼວດ ກໍຄືປະຊາຊົນບັນດາເຜົ່າໄດ້ເຊື່ອມຊຶມ, ເຂົ້າໃຈຜົນຮ້າຍຂອງຢາເສບຕິດ, ຄົ້ນຄວ້າການປັບປຸງກົດໝາຍວ່າດ້ວຍຢາເສບຕິດ ແລະ ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງ ຈຳນວນ 11 ສະບັບ, ສາມາດມ້າງຄະດີກ່ຽວກັບຢາເສບຕິດໃນຂອບເຂດທົ່ວປະເທດໄດ້ 4.094 ເລື່ອງ, ຈັບຜູ້ຕ້ອງຫາໄດ້ 5,818 ຄົນ, ຢຶດຂອງກາງໄດ້ຈຳນວນຫຼວງຫຼາຍ, ຂຶ້ນບັນຊີເປົ້າໝາຍຄ້າຂາຍຢາເສບຕິດທົ່ວປະເທດມີຈຳນວນ 1.969 ຄົນ.

ສຳລັບໃນຕໍ່ໜ້າ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແມ່ນຕິດຕາມກວດກາ ໂຄງການເຊົ່າຊັບສິນ, ທີ່ດິນລັດ, ສຳປະທານທີ່ດິນ, ການກໍ່ສ້າງເຂື່ອນໄຟຟ້າ, ໂຄງການທົດລອງຂຸດຄົ້ນ ແລະ ສົ່ງອອກແຮ່ທາດ, ໂຄງການສົ່ງເສີມຜະລິດກະສິກຳທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ, ການຄຸ້ມຄອງເຂດເສດຖະກິດພິເສດຢູ່ບັນດາແຂວງ, ໂຄງການເຊື່ອມໂຍງ-ເຊື່ອມຈອດເປັນຕົ້ນ ໂລຈິສຕິກ ແລະ ນຳໃຊ້ທ່າແຮງລົດໄຟລາວ-ຈີນ.

ຕໍ່ກັບການແກ້ໄຂບັນຫາຢາເສບຕິດ ແມ່ນຕິດຕາມກວດກາການເຄື່ອນໄຫວແກ້ໄຂຄະດີຢາເສບຕິດຂອງເຈົ້າໜ້າທີ່ທີ່ປະຕິບັດກົດໝາຍ ໂດຍສະເພາະການສັ່ງຈັບຕົວ, ການກັກຂັງພາງ, ການສືບສວນ-ສອບສວນ, ການສັ່ງຟ້ອງຂອງໄອຍະການ ແລະ ການຕັດສິນຂອງສານຕິດຕາມກວດກາບັນດາສູນບຳບັດ ແລະ ສະຖານ ທີ່ປິ່ນປົວຜູ້ຕິດຢາເສບຕິດ ແລະ ຕິດຕາມກວດກາປະເມີນການຈັດຕັ້ງປະຕິບັດກົດໝາຍຈຳນວນໜຶ່ງໃນຂົງເຂດຍຸຕິທຳທີ່ຕິດພັນກັບການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

ຂ່າວ-ພາບ: ສຳນານ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version