Home ຂ່າວພາຍໃນ ເຈົ້າໜ້າທີ່ສາມາດມ້າງ ຄະດີຢາເສບຕິດລາຍໃຫຍ່ 10 ຄະດີ ໃນປີ 2022

ເຈົ້າໜ້າທີ່ສາມາດມ້າງ ຄະດີຢາເສບຕິດລາຍໃຫຍ່ 10 ຄະດີ ໃນປີ 2022

0

ໃນປີ 2022 ນີ້, ເຈົ້າໜ້າທີ່ກໍາລັງວິຊາສະເພາະໃນຂອບເຂດທົ່ວປະເທດ ໄດ້ສຸມໃສ່ໃນການຕິດຕາມ, ກວດກາ ແລະ ສະກັດກັ້ນ ບັນດາກຸ່ມເປົ້າໝາຍທີ່ເຄື່ອນໄຫວລັກລອບຄ້າຂາຍ, ຂົນສົ່ງຢາເສບຕິດຢູ່ຂອບເຂດລຽບຕາມຊາຍແດນ ແລະ ຈຸດຫລໍ່ແຫລມຕ່າງໆ. ໃນນັ້ນ, ເຈົ້າໜ້າທີ່ສາມາດຈັບ-ມ້າງ ໄດ້ຄະດີລາຍໃຫຍ່-ຍ່ອຍ ພ້ອມທັງຢຶດຂອງກາງໄດ້ເປັນຈໍານວນຫລາຍ, ເຊິ່ງໜັງສືພິມຄວາມສະຫງົບ ໄດ້ຄັດເອົາ 10 ຄະດີທີ່ພົ້ນ ເດັ່ນມີດັ່ງນີ້:

ໃນວັນທີ 21 ມິຖຸນາ 2022, ເວລາ 3:00 ໂມງ ເຈົ້າໜ້າ ທີ່ ປກສ ແຂວງຄໍາມ່ວນ ສົມທົບກັບກອງກໍ່ສ້າງ 917 ນໍາກໍາລັງເຂົ້າປີດລ້ອມຈັບ ທ້າວ ແອັດສົມຫວັງ ອາຍຸ 30 ປີ ບ້ານບຸງກວາງ ເມືອງປາກກະດິງ ແຂວງບໍລິຄໍາໄຊ ທີ່ກໍາລັງຂົນກັນຊາ 24 ເປົາ ນໍ້າໜັກ 939 ກິໂລກລາມ ເພື່ອສົ່ງຂ້າມຂອງໄປປະເທດເພື່ອນບ້ານໄດ້ພ້ອມລົດກະບະ 1 ຄັນ, ລົດຈັກ 1 ຄັນ ແລະ ເຮືອ 1 ລໍາ; ໃນວັນທີ 6 ກັນຍາ 2022, ເຈົ້າໜ້າທີ່ ປກສ ແຂວງບໍລິຄໍາໄຊ ກວດພົບເຫັນລົດບັນທຸກຂົນຢາເສບຕິດ ປະເພດກັນຊາອັດແທ່ງ ຈຳນວນ 90 ແກັດ ມີນ້ຳໜັກ 1.600 ກິໂລກຣາມ ທີ່ປະປົນມານໍາທູບຫອມ. ໃນນັ້ນ, ສາມາດກັກຕົວຜູ້ຖືກຫາໄດ້ 4 ຄົນຊື່ ທ້າວ ຂາວ, ທ້າວ ເດ, ທ້າວ ແຂກ ແລະ ທ້າວ ນ້ອຍ ທັງໝົດຢູ່ບ້ານໂພນຈະ ເລີນ ເມືອງປາກກະດິງ ແຂວງບໍລິຄໍາໄຊ ມາດໍາເນີນຄະດີຕາມລະບຽບກົດໝາຍ; ໃນວັນທີ 21 ທັນວາ 2022, ເວລາ 21:00 ໂມງ ເຈົ້າໜ້າທີ່ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ສົມທົບກັບ ປກສ ເມືອງຄູນຄໍາ ແຂວງຄໍາມ່ວນ ສະກັດລົດຂົນກັນຊາທີ່ຂັບຜ່ານດ່ານກວດ ແຕ່ຜູ້ຂັບຂີ່ເອົາຕົວຫລົບໜີໄດ້. ຜ່ານການກວດກາລົດບັນ ທຸກພົບເຫັນກັນຊາອັດ ແທ່ງຈໍານວນ 44 ເປົາ ນໍ້າໜັກ 1.669 ກິໂລກຣາມ; ເວລາ 11:10 ໂມງ ຂອງ ວັນທີ 8 ມິຖຸນາ 2022, ເຈົ້າໜ້າທີ່ ກົມຕໍາຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ມ້າງຄະດີຄ້າ-ຂາຍຢາເສບຕິດຢູ່ເຂດທາງ 450 ປີ ເມືອງໄຊທານີ ນະຄອນຫລວງວຽງຈັນ ສາມາດຈັບຕົວຜູ້ຖືກຫາ ຊື່ ທ້າວ ວັດທະນາ ຫລື ເປົາ ອາຍຸ 29 ປີ ແລະ ນາງ ເມກຂະຫລາ ຫລື ນ້ອຍ ອາຍຸ 30 ປີ ທັງສອງຢູ່ບ້ານໂຊກໃຫຍ່ ເມືອງໄຊເສດຖາ. ໃນນັ້ນ, ຢຶດຂອງກາງຢາບ້າໄດ້ຈຳນວນ 50 ມັດ ເທົ່າກັບ 100.000 ເມັດ ນ້ຳໜັກ 10,8 ກິໂລກຣາມ, ໂທລະສັບ 1 ເຄື່ອງ, ປືນດັດແປງ 3 ກະບອກ ແລະ ລູກປືນ 21 ລູກ; ວັນທີ 26 ກັນຍາ 2022, ເວລາ 7:40 ໂມງ ລົດວິໂກ້ແລ່ນຈາກ ນະຄອນຫລວງວຽງຈັນ ດ້ວຍຄວາມໄວສູງ. ຈາກນັ້ນ, ຕໍາກັບລົດຈັກ. ແຕ່ຜູ້ຂັບຂີ່ຈະເອົາຕົວຫລົບໜີກໍຖືກເຈົ້າໜ້າທີ່ຈັບຕົວໄດ້ ຊື່ທ້າວ ບົວພາ ອາຍຸ 26 ປີ ຢູ່ບ້ານວຽງຄໍາ ເມືອງປາກກະດິງ ແລະ ທ້າວ ສຸດໃຈ ອາຍຸ 18 ປີ ຢູ່ບ້ານຫ້ວຍຫອຍ ເມືອງວຽງທອງ. ຜ່ານການກວດຄົ້ນລົດຄັນດັ່ງກ່າວ ພົບເຫັນກະເຟຊອງປະສົມສານເສບຕິດ ຈໍານວນ 779 ຊອງ ແລະ ກາເຟປ໋ອງປະສົມສານເສບຕິດ ຈໍານວນ 87 ປ໋ອງ, ເຄື່ອງສໍາອາງປະເພດເຊລໍ່າ 280 ກ່ອງ, ສະບູ 131 ກ້ອນ, ຄີມກັນແດດ 187 ກ່ອງ ທີ່ນໍາໃຊ້ເພື່ອອໍາພາງໃນເວລາເຄື່ອນຍ້າຍ ຂົນສົ່ງກະເຟທີ່ປະສົມສານເສບຕິດ.

ເວລາປະມານ 3:30 ໂມງ ຂອງວັນທີ 30 ມັງກອນ 2022, ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ຈັບທ້າວ ຈືຍີວ້າ ຢູ່ບ້ານກິ່ວເຮ້ຍ ເມືອງໄຊ ແຂວງອຸດົມໄຊ ພ້ອມຢາ ບ້າ 72 ມັດ ມີ 144.000 ເມັດ. ຈາກນັ້ນ, ຂະຫຍາຍຜົນກວດຄົ້ນ 3 ຈຸດ ພ້ອມທັງຈັບ ນາງ ເຈັງວ້າ ອາຍຸ 30 ປີ ຢູ່ບ້ານພູສະຫວັນ ເມືອງໄຊ ມີຢາບ້າຈໍານວນ 97.000 ເມັດ, ແປ້ງ ຝຸ່ນປະສົມຢາບ້າຈໍາ ນວນ 1 ຖົງ ລວມຢາບ້າທັງໝົດ 241.464 ເມັດ ພ້ອມອຸປະກອນທີ່ພົວພັນກັບຄະດີອີກຈໍານວນໜຶ່ງ; ໃນວັນທີ 15 ຕຸລາ 2022, ເຈົ້າໜ້າທີ່ ປກສ ກຸ່ມບ້ານສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ລາດຕະເວນພົບເຫັນລົດວີໂກ້ ຈອດຢູ່ແຄມທາງກວດກາພົບເຫັນ ເຄື່ອງຂອງກາງທີ່ຊຸກເຊື່ອງຢູ່ໃນ ຫ້ອງຂັບ ແລະ ກະບະລົດ ມີຢາບ້າ ຈຳນວນ 14 ເປົາ ມີ 350 ແພັກ ຫລື 1.750 ມັດ ເທົ່າກັບ 3.500. 000 ເມັດ ນ້ຳໜັກ 385 ກິໂລກຣາມ ແລະ ຄ້າຍຄືຢາເຄຕາມິນ ຈຳ ນວນ 2 ເປົາ ມີຈຳນວນ 66 ຫໍ່, ສ່ວນຜູ້ກະທຳຜິດແມ່ນເອົາຕົວຫລົບໜີ; ວັນທີ 6 ສິງຫາ 2022, ເວລາປະມານ 12:00 ໂມງ, ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ຈັບ ທ້າວ ພອນ ອາຍຸ 45 ປີ ແລະ ນາງ ມອນ ອາຍຸ 43 ປີ ຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ (ຜົວ-ເມຍ) ທີ່ເຄື່ອນໄຫວຄ້າຢາເສບຕິດ. ໃນນັ້ນ, ຜ່ານກວດຄົ້ນເຮືອນ ພົບເຫັນຢາບ້າ ຈຳນວນ 3.304 ມັດ ເທົ່າກັບ 6.608.000 ເມັດ ນ້ຳໜັກລວມ 733 ກິໂລກລາມ ແລະ ໄອສ໌ 1 ກິໂລ ກລາມ, ລົດໃຫຍ່ 3 ຄັນ. ນອກນີ້, ຍັງພົບເຫັນເງິນ 80.000.000 ກີບ, ເງິນບາດ 4.109.000 ບາດ ແລະ ເງິນຢວນ 10.000 ຢວນ; ວັນທີ 4 ມິຖຸນາ 2022, ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ສາມາດມ້າງຄະດີຢາເສບຕິດລາຍໃຫຍ່ໄດ້ ຈັບຜູ້ຖືກຫາຊື່ ທ້າວ ຕູ່ມົງ ຢ່າງ ອາຍຸ 30 ປີ ຢູ່ບ້ານໄຊອຸດົມ ເມືອງຜາອຸດົມ ແລະ ທ້າວ ພົມມາ ອາຍຸ 29 ປີ ຢູ່ບ້ານນາເຕີຍ ເມືອງ ແລະ ແຂວງຫລວງນ້ຳທາ ໄປດໍາເນີນຄະດີ; ພ້ອມຂອງກາງຢາບ້າ ຈໍານວນ 6.000 ມັດ ເທົ່າກັບ 12.000.000 ກວ່າເມັດ, ພ້ອມລົດບັນທຸກ 1 ຄົນ ລົດກະບະຣີໂວ້ 1 ຄັນ, ປືນສັ້ນ 1 ກະບອກ, ພ້ອມລູກປືນ.

ວັນທີ 23 ກັນຍາ 2022, ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ມ້າງຄະດີຢາເສບຕິດລາຍໃຫຍ່ໄດ້ ແລະ ສາມາດຈັບທ້າວ ສົມຫວັງວາ ອາຍຸ 34 ປີ, ນາງ ເຢັງຢາງ ອາຍຸ 18 ປີ (ຜົວ-ເມຍ) ທັງສອງຢູ່ບ້ານ ຮົ່ມເຢັນ ເມືອງຕົ້ນເຜິ້ງ, ທ້າວ ດວງ ແກ້ວ ແລະ ທ້າວ ອາລຸນ ທັງສອງ ຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ ຢາບ້າ 33.500.000 ເມັດ, ຢາໄອສ໌ 500 ກິໂລກຣາມ, ເຄຕາມິນ 1 ກິໂລກຣາມ ແລະ ເຄື່ອງຂອງກາງ ອີກຈຳນວນໜຶ່ງ.

ຂ່າວ-ພາບ: ໜັງສືພິມ ປກສ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version