Home ຂ່າວກິລາ ທັບນັກກິລາ ປກສ ຍາດໄດ້ 69 ຫຼຽນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຖືກຕ້ອນຮັບຢ່າງສົມກຽດ

ທັບນັກກິລາ ປກສ ຍາດໄດ້ 69 ຫຼຽນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຖືກຕ້ອນຮັບຢ່າງສົມກຽດ

0

ທ່ານ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ກະຊວງ ປກສ ພ້ອມດ້ວຍຫົວໜ້າກົມໃຫຍ່ການເມືອງ ປກສ ແລະ ຫົວໜ້າຄະນະຮັບຜິດຊອບກິລາ ປກສ ໄດ້ຕ້ອນຮັບທັບນັກກິລາກຳລັງ ປກສ ທີ່ເດີ່ນທາງກັບຈາກການໄປຮ່ວມແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວງ ໃນລະຫວ່າງວັນທີ 23 ພະຈິກ ຫາ 22 ທັນວາ 2022 ສາມາດຍາດໄດ້ 69 ຫຼຽນ, ໃນນີ້ໄດ້ 23 ຫຼຽນຄຳ, 17 ຫຼຽນເງິນ, 29 ຫຼຽນທອງ ຊຶ່ງເກີນຄາດໝາຍທີ່ກະຊວງ ປກສ ກຳນົດໄວ້.

ທ່ານ ພັອ ສອນພະຈັນ ທຳມະວົງ ຫົວໜ້າກົມໂຄສະນາອົບຮົມ, ຄະນະຮັບຜິດຊອບກິລາ ປກສ ກ່າວວ່າ: ຜ່ານການເຂົ້າຮ່ວມການແຂ່ງຂັນຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ, ກະຊວງ ປກສ ໄດ້ສົ່ງນັກກິລາເຂົ້າຮ່ວມ 11 ປະເພດກິລາ, ມີນັກກິລາເຂົ້າຮ່ວມ 65 ສະຫາຍ, ຄູຝຶກ 15 ສະຫາຍ ແລະ ອານຸກຳມະການຮັບໃຊ້ຕ່າງໆລວມທັງໝົດ 119 ກວ່າສະຫາຍ. ຜ່ານການແຂ່ງຂັນກິລາ 11 ປະເພດກິລາຄື: ກິລາຍິງປືນ ມີ 18 ນັກກິລາ ໄດ້ຮັບ 11 ຫຼຽນຄຳ, 11 ຫຼຽນເງິນ, 14 ຫຼຽນທອງ ລວມ 36 ຫຼຽນ, ກິລາແລ່ນ-ລານ ມີ 9 ນັກກິລາ ໄດ້ຮັບ 1 ຫຼຽນຄຳ, 2 ຫຼຽນເງິນ, 1 ຫຼຽນທອງ ລວມ 4 ຫຼຽນ, ກິລາມວຍປໍ້າ ມີ 2 ນັກກິລາ ໄດ້ຮັບ 1 ຫຼຽນຄຳ, 2 ຫຼຽນທອງ ລວມ 3 ຫຼຽນ, ກິລາຍິງທະນູ ມີ 3 ນັກກິລາ ໄດ້ຮັບ 1 ຫຼຽນຄຳ, 2 ຫຼຽນທອງ ລວມ 2 ຫຼຽນ, ກິລາເທຄວັນໂດ ມີ 2 ນັກກິລາ ໄດ້ຮັບ 2 ຫຼຽນທອງ ລວມ 2 ຫຼຽນ, ກິລາປັນຈັກສິລັດ ມີ 4 ນັກກິລາ ໄດ້ຮັບ 2 ຫຼຽນຄຳ, 2 ຫຼຽນເງິນ, 2 ຫຼຽນທອງ ລວມ 6 ຫຼຽນ.

ກິລາເປຕັງ ມີ 8 ນັກກິລາ ໄດ້ຮັບ 1 ຫຼຽນຄຳ, 2 ຫຼຽນເງິນ, 2 ຫຼຽນທອງ ລວມ 5 ຫຼຽນ, ກິລາກະຕໍ້ ມີ 9 ນັກກິລາ ໄດ້ຮັບ 3 ຫຼຽນຄຳ ລວມ 3 ຫຼຽນ, ກິລາມວຍລາວ ມີ 3 ນັກກິລາ ໄດ້ຮັບ 1 ຫຼຽນຄຳ, 2 ຫຼຽນທອງ ລວມ 3 ຫຼຽນ, ກິລາມວຍສາກົນ ມີ 2 ນັກກິລາ ໄດ້ຮັບ 1 ຫຼຽນຄໍາ, 1 ຫຼຽນທອງ ລວມ 2 ຫຼຽນ ແລະ ກິລາກ໊ອບ ມີ 5 ນັກກິລາ ໄດ້ຮັບ 1 ຫຼຽນຄໍາ, 1 ຫຼຽນທອງ ລວມ 2 ຫຼຽນ.

ໃນໂອກາດນີ້, ທ່ານ ພົຕ ວັນທອງ ກອງມະນີ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາທັບນັກກິລາ ປກສ ທີ່ແຂ່ງຂັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວງ, ຜ່ານການຕິດຕາມຜົນງານ ແລະ ຮັບຟັງການລາຍງານຈາກບັນດາສະຫາຍຄະນະຮັບຜິດຊອບນັກກິລາ ປກສ, ອານຸກຳມະການ, ຄູຝຶກ ແລະ ນັກກິລາແຕ່ລະສະຫາຍ ມີຄວາມສາມັກຄີເປັນເອກະພາບ, ມີຄວາມຮັບຜິດຊອບສູງ ໃນການນຳພາຊີ້ນຳບໍລິຫານຮັບໃຊ້, ຝຶກຊ້ອມ ແລະ ເຂົ້າຮ່ວມການແຂ່ງຂັນກິລາແຕ່ລະປະເພດ, ສາມາດປະຕິບັດຢ່າງຖືກຕ້ອງຕາມລະບຽບກົດໝາຍຂອງກຳລັງ ແລະ ລະບຽບກະຕິກາ ເວລາຂອງຄະນະກຳມະການຈັດການແຂ່ງຂັນໃນຄັ້ງນີ້ວາງອອກໄດ້ຢ່າງເຂັ້ມງວດ ແລະ ໄດ້ພ້ອມກັນ ທຸ້ມເທທາງດ້ານສະຕິປັນຍາ ແລະ ກຳລັງແຮງກາຍຢ່າງອົດທົນສູ້ຈົນໝົດຄວາມສາມາດໃນການຝຶກຊ້ອມ ແລະ ແຂ່ງຂັນນັບທັງຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ, ຕະຫຼອດໄລຍະ 4 ເດືອນຜ່ານມາ ກິລາກະຊວງປ້ອງກັນຄວາມສະຫງົບ ຈຳນວນ 65 ສະຫາຍ ສາມາດຍາດໄດ້ 69 ຫຼຽນ ຄື: 23 ຫຼຽນຄຳ, 17 ຫຼຽນເງິນ, 29 ຫຼຽນທອງ ກະຊວງເຮົາຈັດຢູ່ໃນອັນດັບທີ 6 ຂອງບັນດາ 22 ພາກສ່ວນເຂົ້າຮ່ວມການແຂ່ງຂັນຊິງໄຊໃນຊຽງຂວາງເກມ ຄັ້ງທີ XI ເຊິງໄດ້ນໍາເອົາຜົນງານອັນຍິ່ງໃຫຍ່ກຽດຊື່ສຽງມາສູ່ກະຊວງ ປກສ ພວກເຮົາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version