Saturday, September 21, 2024
Homeຂ່າວພາຍໃນແຂວງໄຊສົມບູນ ຈັດພິທີບວງສວງຮູບປັ້ນເຈົ້າອະນຸວົງ ແລະ ເປີດສວນສາທາລະນະຖໍ້າເຈົ້າອະນຸວົງ ເປັນສະຖານທີ່ທ່ອງທ່ຽວ ຢ່າງເປັນທາງການ

ແຂວງໄຊສົມບູນ ຈັດພິທີບວງສວງຮູບປັ້ນເຈົ້າອະນຸວົງ ແລະ ເປີດສວນສາທາລະນະຖໍ້າເຈົ້າອະນຸວົງ ເປັນສະຖານທີ່ທ່ອງທ່ຽວ ຢ່າງເປັນທາງການ

ໃນຕອນເຊົ້າຂອງວັນທີ 4 ທັນວາ 2022 ນີ້ ແຂວງໄຊສົມບູນ ໄດ້ຈັດພິທີບວງສວງຮູບປັ້ນເຈົ້າອະນຸວົງ ແລະ ເປີດສວນສາທາລະນະຖໍ້າເຈົ້າອະນຸວົງ ເປັນສະຖານທີ່ທ່ອງທ່ຽວ ຢ່າງເປັນທາງການ ຂຶ້ນຢູ່ຕໍ່ໜ້າອະນຸສາວະລີ ຮູບປັ້ນເຈົ້າອະນຸວົງ ສວນສາທາລະນະຖໍ້າເຈົ້າອະນຸວົງ ໂດຍມີທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ, ທ່ານ ປ້າ ນາລີ ສີສຸລິດ ພັນລະຍາຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພຣະອາຈານໃຫຍ່ ມາຫາບຸນມາ ສິມມາພົມ ປະທານສູນກາງ ອົງການພຸດທະສາສະໜາ ສັມພັນ ແຫ່ງ ສປປ ລາວ ພ້ອມດ້ວຍພຣະເຖລາ-ນຸເຖລະ, ການນໍາພັກ-ລັດ, ຄອບຄົວການນໍາຂັ້ນສູງ, ຕະຫຼອດຮອດພຸດທະບໍລິສັດ, ອອກຕົນຍາດໂຍມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກ່ອນເຂົ້າສູ່ພິທີທາງສາສະໜາ ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ກ່າວໃຫ້ຮູ້ວ່າ ຈຸດປະສົງຂອງການກໍ່ສ້າງສວນສາທາລະນະຖໍ້າເຈົ້າອະນຸວົງ (ຮູບປັ້ນເຈົ້າອະນຸວົງ) ແຫ່ງນີ້ ກໍຍ້ອນວ່າສະຖານທີ່ດັ່ງກ່າວ ແມ່ນມີຄວາມສວຍງາມທາງດ້ານທິວທັດທໍາມະຊາດ ແລະ ມີຄວາມໝາຍທາງປະຫວັດຢູ່ແລ້ວ ສະນັ້ນ ການນໍາແຂວງໄຊສົມບູນ ຈຶ່ງໄດ້ຕັດສິນໃຈກໍ່ສ້າງສະຖານແຫ່ງນີ້ ໃຫ້ເປັນສະຖານທີ່ທ່ອງທ່ຽວ ທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ຽວຊົມ ແຂວງໄຊສົມບູນ ມີຄວາມປະທັບໃຈ ແລະ ຢາກເຂົ້າມາທ່ຽວຊົມ ແຂວງໄຊສົມບູນ ນັບມື້ນັບຫຼາຍຂຶ້ນ ແລະ ທີ່ສໍາຄັນທີ່ສຸດ ແມ່ນເພື່ອໃຫ້ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນຄົນຮຸ່ນຫຼັງ ໄດ້ຈາລຶກເຖິງບຸນຄຸນ, ຄຸນງາມຄວາມດີ ຂອງເຈົ້າອະນຸວົງ ແລະ ເຫຼົ່າທະຫານ, ເສນາອາມາດ ທີ່ໄດ້ເສຍສະຫຼະເລືອດເນື້ອ ເພື່ອປະເທດຊາດ ເວົ້າລວມ ເວົ້າສະເພາະກໍຄື ແຂວງໄຊສົມບູນ ຂອງພວກເຮົາ ໃນໄລຍະຜ່ານມາ. ໂອກາດດຽວກັນນີ້ ທ່ານ ປ້າ ນາລີ ສີສຸລິດ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ພິທີໃນຄັ້ງນີ້ ຊຶ່ງໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີ ທີ່ທຸກພາກສ່ວນ ກໍຄືການນໍາພັກ-ລັດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຊາວແຂວງໄຊສົມບູນ ໄດ້ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດ ຊຶ່ງເປັນຜົນສໍາເລັດ (ໄຊຊະນະ) ອັນຍິ່ງໃຫຍ່ ທີ່ທາງແຂວງສາມາດຍາດມາໄດ້ ໂດຍສະຖານທີ່ດັ່ງກ່າວ ຍັງໄດ້ສ່ອງແສງເຖິງມູນເຊື້ອວັດທະນະທໍາ, ຄຸນງາມຄວາມດີ ທີ່ບັນພະບູລຸດຂອງພວກເຮົາ ໄດ້ຮ່ວມກັນສ້າງຂຶ້ນມາ ເພື່ອໃຫ້ລູກຫຼານໄດ້ຈາລຶກ ແລະ ສັກກາລະບູຊາ. ຈາກນັ້ນ ໄດ້ມີພິທີຕັດຣິບບິ້ນ ເພື່ອເປີດສວນສາທາລະນະຖໍ້າເຈົ້າອະນຸວົງ ຢ່າງເປັນທາງການ ພ້ອມທັງດຳເນີນພິທີທາງສາສະໜາ ເພື່ອສັກກາລະບູຊາ (ບວງສວງ) ເພື່ອໃຫ້ດວງວິນຍານຂອງເຈົ້າອະນຸວົງ, ເຫຼົ່າທະຫານ, ເສນາອາມາດ ແລະ ບັນພະບຸລຸດ ໄດ້ຮັບຮູ້ ແລະ ລົງມາຕ້ອນຮັບຈັບໂຈມເອົາຂອງໄຫວ້ ເພື່ອຊ່ວຍປົກປັກຮັກສາ, ຄຸ້ມຄອງ ຊາວແຂວງໄຊສົມບູນ ໃຫ້ມີແຕ່ຄວາມຜາສຸກ, ສິວິໄລ ແລະ ຈະເລີນກ້າວໜ້າຂຶ້ນ ເລື້ອຍໆ. ນອກນີ້ ໃນຕອນແລງຂອງມື້ດຽວກັນ ຍັງມີພິທີໄຫວ້ພຣະຮັບສິນ, ສູດປະລິຕະມຸງຄຸນ ຟັງທັມມະເທສະໜາ, ຖວາຍປັດໄຈໃຫ້ແກ່ພຣະສົງ ແລະ ຮັບພອນຢາດນໍ້າ ນໍາອີກ.

___________________________________

#Media Laos

#xaysomboun

ບ.ກ: ຄໍາສາວ ເລືອງຄໍາທິບ ພາບ-ຂ່າວ: ພາພອນ ນະວົງໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments