Home ທຸລະກິດ ປີ 2022 ເມືອງທຸລະຄົມ ມີຜົນງານຫຼາຍດ້ນທີ່ພົ້ນເດັ່ນ

ປີ 2022 ເມືອງທຸລະຄົມ ມີຜົນງານຫຼາຍດ້ນທີ່ພົ້ນເດັ່ນ

0

ໃນປີ 2022, ເຖິງວ່າເມືອງທຸລະຄົມ ແຂວງວຽງຈັນ ຈະພົບກັບຄວາມຫຍຸ້ງຍາກຫຼາຍປະການ ໂດຍສະເພາະຜົນກະທົບເກີດຈາກການແຜ່ລະບາດຂອງພະຍາດໂຄວິດ-19, ສະພາບດ້ານເສດຖະກິດ-ການເງິນ, ນໍ້າມັນຂຶ້ນລາຄາ, ຄ່າຄອງຊີບສູງຂຶ້ນ, ແຕ່ດ້ວຍຄວາມຕັດສິນໃຈ ແລະ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ. ອົງຄະນະພັກເມືອງ ໄດ້ພ້ອມພຽງຮຽງໜ້າກັນຊີ້ນໍາ-ນໍາພາພະນັກງານ, ທະຫານ-ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນເມືອງ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກແຂວງວຽງຈັນ,ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງ ຈຶ່ງເຮັດໃຫ້ເມືອງທຸລະຄົມມີຜົນງານຫຼາຍດ້ານເຊັ່ນ: ດ້ານວຽກງານການເມືອງແນວຄິດ, ວຽກງານປັບປຸງການຈັດຕັ້ງ ແລະ ວຽກງານກໍ່ສ້າງຮາກຖານ ຕິດພັນກັບວຽກງານສາມສ້າງໄດ້ເອົາໃຈໃສ່ປຸກລະດົມປະຊາຊົນບັນດາເຜົ່າໄປຕາມການຊີ້ນໍາ-ນໍາພາຂອງພັກ, ເຊື່ອໝັ້ນຕໍ່ບົດບາດການກໍາອໍານາດຂອງພັກ, ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເສີມຂະຫຍາຍສິດເປັນເຈົ້າໃນລະບອບປະຊາທິປະ ໄຕປະຊາຊົນ, ເຊີດຊູນໍ້າໃຈສາມັກຄີ, ນໍ້າໃຈຮັກເຊື້ອແພງຊາດຮັກບ້ານເກີດເມືອງນອນ; ນໍາເອົາມະຕິ, ຄໍາສັ່ງ ແລະ ນິຕິກໍາຂອງຂັ້ນເທິງວາງອອກຈັດຕັ້ງເຊື່ອມຊຶມແຕ່ຂັ້ນເມືອງຮອດຂັ້ນພື້ນຖານ, ປຸກລະດົມທົ່ວສັງຄົມໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ, ເປັນເຈົ້າການຊ່ວຍເຈົ້າໜ້າທີ່ໃນການຕິດຕາມ, ລາຍງານການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ເປັນເຈົ້າການຕ້ານ, ​ສະກັດກັ້ນ ແລະ ແກ້ໄຂ ການເຄື່ອນໄຫວຂອງກຸ່ມຄົນບໍ່ດີໃນທຸກຮູບການ; ປະຊາຊົນບັນດາເຜົ່າທຸກຊັ້ນຄົນ ແລະ ສາຂາອາຊີບຕ່າງໆ ເຂົ້າຮ່ວມວຽກງານຂະບວນການ, ສູ້ຊົນບຸກບືນປະຕິບັດໜ້າທີ່ຂອງຕົນ, ເອົາໃຈໃສ່ສ້າງເສດຖະກິດຄອບຄົວປັບປຸງຊີວິດການເປັນຢູ່ໃຫ້ນັບວັນດີຂຶ້ນ; ຄະນະພັກ-ອົງການປົກຄອງເມືອງ ມີຄວາມເອກະພາບລວມສູນ ຕັ້ງໜ້າປະຕິບັດໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບຂອງຕົນ, ເຊີດຊູຄວາມເປັນແບບເປັນຢ່າງໃຫ້ມະຫາຊົນ ແລະ ປະຊາຊົນບັນດາເຜົ່າ, ຕ້ານ, ສະກັດກັ້ນ ແລະ ແກ້ໄຂແນວຄິດຄອງເດີມ, ຂາດຫົວຄິດປະດິດສ້າງ, ແນວຄິດຄັບແຄບ, ຮັບຟັງຄວາມມຸ່ງມາດປາຖະໜາ, ຄວາມຂັດຂ້ອງໝອງໃຈຂອງປະຊາຊົນ, ເພີ່ມທະວີຄວາມສັກສິດຂອງອໍານາດລັດ, ວຽກງານຍຸຕິທໍາຮາກຖານ, ຄວາມຍຸຕິທໍາ ແລະ ເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ອໍານວຍຄວາມສະດວກໃຫ້ແກ່ການສ້າງບ້ານນາມມະຍົດແຕ່ລະດ້ານໃຫ້ຮັບປະກັນຄຸນນະພາບ ແລະ ປະລິມານ; ສໍາລັບວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງສໍາເລັດໃນທົ່ວເມືອງ, ການປັບປຸງສັບຊ້ອນ, ແຕ່ງຕັ້ງ ແລະ ຈັດວາງບຸກຄະລາກອນ ແມ່ນສໍາເລັດແຕ່ຂັ້ນເມືອງຮອດຂັ້ນບ້ານ, ທົ່ວເມືອງມີ 6 ຄະນະພັກຮາກຖານ, ມີ 118 ໜ່ວຍພັກສາມາດປະກາດຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຈໍານວນ 81 ໜ່ວຍ, ສ້າງແຜນຮັບຮອງໃນການປະກາດຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕື່ມອີກ ຈໍານວນ 31 ໜ່ວຍໃນປີ 2023;ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານ ຕິດພັນກັບການປະຕິບັດວຽກງານ 3 ສ້າງ ເພື່ອໃຫ້ພະນັກງານໄດ້ຕິດພັນກັບປະຊາຊົນ, ຮັບຮູສະພາບການຢູ່ຂັ້ນບ້ານ ພ້ອມທັງເປັນຜູ້ນໍາພາການຈັດຕັ້ງບ້ານ ແລະ ປະຊາຊົນ, ນໍາເອົາຄວາມຮູ້, ທິດສະດີ ໄປປະຕິບັດໃຫ້ເຫັນໄດ້ພຶດຕິກໍາຕົວຈິງດ້ານດີ ແລະ ດ້ານອ່ອນ ເພື່ອປັບປຸງແກ້ໄຂໃຫ້ຄ່ອງແຄ້ວ, ປັດຈຸບັນໃນ 5 ກຸ່ມບ້ານ ມີພະນັກງານລົງກໍ່ສ້າງຮາກຖານການເມືອງທັງໝົດ 20 ສະຫາຍ ຍິງ 5 ສະຫາຍ, ພະນັກງານ 3 ສ້າງ 15 ສະຫາຍ ຍິງ 6 ສະຫາຍ.

ວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ: ຄະນະກໍາມະການປ້ອງກັນຊາດ ແລະ ປ້ອງກນຄວາມສະຫງົບເມືອງ ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຕາມຂອບເຂດສິດໜ້າທີ່ພາລະບົດບາດຂອງຕົນ ເພື່ອປົກປັກຮັກສາເຂດນໍ້າແດນດິນ-ນ່ານຟ້າຂອງເມືອງ, ຈໍາກັດ ແລະ ແກ້ໄຂທຸກການເຄື່ອນໄຫວຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີທີ່ເຄື່ອນໄຫວຢູ່ພາຍໃນເມືອງ, ຊຸກຍູ້ໃຫ້ 2​ ກໍາລັງປະກອບອາວຸດຂອງເມືອງ ເຄື່ອນໄຫວປະສານສົມທົບກັບບັນດາກໍາລັງວິຊາສະເພາະ, ກໍາລັງຂອງກະຊວງປ້ອງກັນປະເທດທີ່ປະຈໍາການຢູ່ເມືອງທຸລະຄົມ ໄດ້ປະຕິບັດໜ້າທີ່ຢ່າງເຕັມສ່ວນ; ສາມາດປະກາດຮັບຮອງບ້ານປ້ອງກັນຊາດເຂັ້ມແຂງ ໄດ້ແລ້ວ 6 ບ້ານ, ບ້ານປ້ອງກັນຄວາມສະຫງົບດີ ໄດ້ 25 ບ້ານ, ການປະຕິບັດວາລະແຫ່ງຊາດາດກ້າວທີ 2 ສໍາເລັດແລ້ວ 39 ບ້ານ, ບັນດາພະນັກງານເຫຼົ່າຮົບວິຊາສະເພາະໄດ້ຮັບການຝຶກອົບຮົມ ແລະ ຫັດແອບ, ກໍາລັງ ປກຊ-ປກສ ຂັ້ນບ້ານໄດ້ສໍາເລັດການຝຶກອົບຮົມໄລຍະສັ້ນ.

ສໍາລັບການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ: ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງເມືອງເປັນຕົ້ນມີຄວາມສະດວກດ້ານລະບົບຊົນລະປະທານຈາກການສະໜອງນໍ້າຂອງສາຍນໍ້າງື່ມ, ເຂື່ອນນໍ້າມັງ 3 ແລະ ອ່າງນໍ້າປອດ-ນໍ້າຫາງ, ເປັນເມືອງທີ່ມີເນື້ອທີ່ດິນອຸດົມສົມບູນ ແລະ ກວ້າງຂວາງ ບວກກັບມູນເຊື້ອຂອງຊາວເມືອງທີ່ມີຄວາມດຸໝັ່ນຂະຫຍັ່ນພຽນ ຈຶ່ງມີເງື່ອນໄຂເອື້ອອໍານວຍທາງດ້ານວຽກງານການຜະລິດກະສິກໍາ, ບັນດາອົງການຈັດຕັ້ງຕ່າງໆ ແລະ ນິຕິບຸກຄົນໄດ້ຫັນມາລົງທຶນຢູ່ເມືອງຫຼາຍຂຶ້ນ, ເປັນຕົ້ນໂຄງການສົ່ງເສີມການຜະລິດເປັນສິນຄ້າຄໍ້າສະບຽງອາຫານຂອງທະນາຄານໂລກ ແລະ ໂຄງການອື່ນໆ ນອກຈາກນັ້ນບັນດາຊາວກະສິກອນ-ຊາວສວນໃນຫຼາຍບ້ານກໍໄດ້ຮັບການຝຶກອົບຮົມກ່ຽວກັບການຜະລິດເຄື່ອງຮັບໃຊ້ໃນຮູບແບບຫັດຖະກໍາອຸດສາຫະກໍາຄອບຄົວ ແລະ ຕົວແບບດ້ານການປູກຝັງລ້ຽງສັດ ຈົນສາມາດສ້າງເປັນຕົວແບບໃນຫຼາຍດ້ານເຊັ່ນ: ກຸ່ມປູກຜັກສະອາດເປັນສິນຄ້າ 10 ກຸ່ມ, ກຸ່ມຜະລິດແນວພັນເຂົ້າຈໍານວນ 8 ກຸ່ມ, ກຸ່ມຜະລິດພືດຜັກ 18 ກຸ່ມ, ກຸ່ມລ້ຽສັດໃຫຍ່ 1 ກຸ່ມ, ກຸ່ມລ້ຽງປາ 3 ກຸ່ມ, ກຸ່ມລ້ຽງໄກ່ລາດ 1 ກຸ່ມ, ຄອບຄົວຕົວແບບການປູກໝາກແຕງເມລອນ, ຫັດຖະກໍາຖັກຟອຍກວດ, ການຜະລິດເຕົາໂລ້, ການຜະລິດກະຕ່າຂອງຂວັນ, ການແປຮູບປາແດດດຽວ, ການແປຮູບຂີ້ໝິ້ນ ແລະ ການແປຮູບໝາກຖົ່ວດິນ ທີ່ມີລັກສະນະອຸດສາຫະກໍາແບບຄອບຄົວທີ່ຍືນຍົງ, ອັນພົ້ນເດັ່ນແມ່ນການປູກໝາກແຕງຫວານຂອງ ທ້າວ ວິໄລພອນ ອິນທະວົງ ບ້ານໄຮຢ່ອນ ແລະ ສວນປູກໝາກຖົ່ວລຽນພູຄໍ້າຄໍາ ບ້ານນາເພີຍຂອງ ທ່ານ ປັນຈາ ລາດຊະວົງ ຊຶ່ງກໍາລັງມີຊື່ສຽງຂອງເມືອງ, ຈາກບັນດາປັດໄຈດ້ານຕ່າງໆທີ່ກ່າວມາ ເຮັດໃຫ້ເມືອງທຸລະຄົມມີເສດຖະກິດຂະຫຍາຍຕົວທີ່ໝັ້ນທ່ຽງຖືກທິດໃນນັ້ນເສດຖະກິດຂະຫຍາຍຕົວອັດຕາສະເລ່ຍ 7,6% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນເມືອງ (GDP) ມີມູນຄ່າ 1.090,84 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 18,9 ລ້ານກີບ, ໃນຂະແໜງການບໍລິການຕິດພັນກັບຂະແໜງທ່ອງທ່ຽວຍັງມີແດນສະຫວັນນໍ້າງື່ມຣີສອດ, ມີໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານໃນຫຼາຍລະດັບໄວ້ຄອຍບໍລິການ, ມີແຫຼ່ງທ່ອງທ່ຽວສວນເສືອປ່າ, ຕາດຊ້າງເທວະດາ, ຕາດປາຝາ, ຕາດນໍ້າດັ້ນ ແລະ ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາອີກຫຼາຍແຫ່ງເຊັ່ນ: ວັດພະບາດພູເຂົາຄວາຍບ້ານາຍາງ, ວັດທາດມາຫຼ້າ, ວັດພະທອງສາມສີ, ວັດພະບາດດານເພີຍ ທີ່ມີໜໍ່ແໜ່ງຈະຖືກຮັບຮອງເປັນແຫຼ່ງທ່ອງທ່ຽວຂອງເມືອງຢ່າງເປັນທາງການໃນອະນາຄົດ, ຢູ່ໃນຄາດໝາຍສູ້ຊົນແຜນພັດທະນາເສດຖະກິດສັງຄົມ 5 ປີຕໍ່ໜ້າ ເມືອງທຸລະຄົມຈະສຸມໃສ່ສ້າງໃຫ້ເປັນເມືອງຕົວແບບດ້ານການຜະລິດກະສິກໍາສະອາດ, ຜັກປອດສານເຄມີ, ສົ່ງເສີມການປູກເຂົ້າເປັນສິນຄ້າ, ຜະລິດແນວພັນເຂົ້າເປັນສິນຄ້າ ແລະ ອື່ນໆ ເພື່ອຄໍ້າສະບຽງອາຫານໃຫ້ກັບສັງຄົມ ຕິດພັນກັບການແປຮູບໃນຂະແໜງອຸດສາຫະກໍາທີ່ເປັນມິດຕໍ່ສິ່ງແວດລ້ອມແລະ ຍືນຍົງ, ຍູ້ແຮງການຜະລິດໃຫ້ເປັນສິນຄ້າໃຫ້ຫຼາຍຂຶ້ນ, ຕາມທິດສ້າງໃຫ້ເປັນເມືອງຊົນລະກະເສດທັນສະໄໝເທື່ອລະກ້າວ; ປັດຈຸບັນການເກັບກ່ຽວເຂົ້ານາປີ ແລະ ເກັບກ່ຽວຜົນຜະລິດກະສິກໍາລະດູຝົນແມ່ນສໍາເລັດແລ້ວ 85%.

ໃນຕໍ່ໜ້ານີ້, ເມືອງທຸລະຄົມ ພວມກະກຽມສຸມໃສ່ການຜະລິດເຂົ້ານາແຊງ, ການປູກພືດລະດູແລ້ງ, ສົ່ງເສີມຕົວແບບການຜະລິດໃຫ້ມີຫຼາຍກິດຈະການ, ການສົ່ງເສີມການທ່ອງທ່ຽວກະຕຸ້ນເສດຖະກິດ, ການຈັດເກັບລາຍຮັບຖອກເຂົ້າງົບປະມານ,​ ລົງຊຸກຍູ້ວຽກງານກໍ່ສ້າງຮາກຖານ ແລະ ວຽກງານສາມສ້າງ, ສືບຕໍ່ນໍາພາຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ກະກຽມດໍາເນີນກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 9 ສະໄໝທີ VII ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ໃນຕໍ່ໜ້າ. ໄປພ້ອມກັບການສ້າງຂະບວນການໃນດ້ານຕ່າງໆຢ່າງຟົດຟື້ນ ຕ້ອນຮັບວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ ເພື່ອເຮັດໃຫ້ເມືອງມີຄວາມສະຫງົບ, ປອດໄພ, ເສດຖະກິດ -ສັງຄົມ ຂະຫຍາຍຕົວດີຂຶ້ນ, ເຮັດໃຫ້ປະຊາຊົນມີຄວາມອີ່ມໝໍ່າສໍາລານ.

ໂດຍ: ບ່າວທົງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version