Home ຂ່າວຕ່າງປະເທດ ຄະນະຜູ້ແທນ ສປປ ລາວ ຮ່ວມກອງປະຊຸມລັດຖະມົນຕີຟຣັງໂກໂຟນີ ແລະ ກອງປະຊຸມສຸດຍອດ ຂອງອົງການ ຟຣັງໂກໂຟນີ

ຄະນະຜູ້ແທນ ສປປ ລາວ ຮ່ວມກອງປະຊຸມລັດຖະມົນຕີຟຣັງໂກໂຟນີ ແລະ ກອງປະຊຸມສຸດຍອດ ຂອງອົງການ ຟຣັງໂກໂຟນີ

0

ໃນວັນທີ 18-20 ພະຈິກ 2022, ທ່ານ ອະໂສກະ ຣາຊະພົນ ອັກຄະລັດຖະທູດທີ່ປຶກສາ ປະຈໍາສະ ຖານທູດລາວ ທີ່ປາຣີ, ໄດ້ຕາງໜ້າໃຫ້ຄະນະຜູ້ແທນລາວ ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີຟຣັງໂກໂຟນີ ຄັ້ງທີ 43 ແລະ ກອງປະຊຸມສຸດຍອດ ຟຣັງໂກໂຟນີ ຄັ້ງທີ 18 ທີ່ເກາະ ແຊກບາ, ປະເທດ ຕຸຍນີຊີ, ໃນກອງປະຊຸມ ຄັ້ງນີ້ ມີຜູ້ເຂົ້າຮ່ວມທີ່ມາຈາກບັນດາປະເທດທີ່ເປັນສະມາຊິກ ຂອງອົງການ ຟຣັງໂກໂຟນີສາກົນ, ຊຶ່ງລວມມີປະເທດທີ່ເປັນສະມາ ຊິກສົມບູນ 54 ປະເທດ, ປະເທດສັງເກດການ 27 ປະເທດ ແລະ ປະເທດສົມທົບ 7 ປະເທດ ຊຶ່ງ ສປປ ລາວ ໄດ້ເຂົ້າເປັນ ສະມາຊິກ ສົມບູນ ມາແຕ່ ປີ 1991.

ກອງປະຊຸມລັດຖະມົນຕີຟຣັງໂກໂຟນີ (CMF) ຈັດຂຶ້ນໃນວັນທີ 18 ພະຈິກ 2022 ໂດຍການເປັນປະທານ ຂອງລັດຖະມົນຕີການຕ່າງປະເທດ ຕຸຍນີຊີ ແລະ ໄດ້ແຕ່ງຕັ້ງ ປະເທດ Andorre ເປັນຮອງປະທານ CMF ຊຶ່ງມີ ໜ້າທີ່ຮັບຜິດຊອບຈົນຮອດກອງປະຊຸມສະໄໝສາມັນຂອງ CMF ຄັ້ງຕໍ່ໄປ. ພ້ອມນີ້, ກອງປະຊຸມໄດ້ຮັບຮອງເອົາບັນດາ ເອກະສານສໍາຄັນຫລາຍສະບັບ ເປັນຕົ້ນ ບົດລາຍງານກອງປະຊຸມລັດຖະມົນຕີ ຟຣັງໂກໂຟນີ ຄັ້ງທີ 39, 40, 41 ແລະ 42; ຮັບຟັງບົດລາຍງານຂອງເລຂາທິການໃຫຍ່. ກອງປະຊຸມສະແດງຄວາມເປັນຫ່ວງຕໍ່ຫລາຍວິກິດການ ທີ່ເກີດຂື້ນໃນຂອບ ເຂດທົ່ວໂລກ ເປັນຕົ້ນແມ່ນ ສົງຄາມ, ການຍາດແຍ່ງອຳນາດ, ການສົ່ງເສີມປະຊາທິປະໄຕ, ສະຖຽນລະພາບ ແລະ ຄວາມ ໝັ້ນຄົງ, ເສດຖະກິດ, ສັງຄົມ, ສິດທິມະນຸດ, ອາຫານ, ສາທາລະນະສຸກ ແລະ ສະພາບແວດລ້ອມ.

ສ່ວນກອງປະຊຸມສຸດຍອດ ຟຣັງໂກໂຟນີ ຄັ້ງທີ 18 ຈັດຂຶ້ນໃນວັນທີ 19-20 ພະຈິກ 2022, ໂດຍການເປັນປະ ທານຂອງ ທ່ານ S.E. M. Kaïs Saïed, ປະທານປະເທດ ຕຸຍນິຊີ ດໍາເນີນພາຍໃຕ້ຫົວຂໍ້: ‘’ການເຊື່ອມຕໍ່ໃນຄວາມ ຫລາກຫລາຍ: ດິຈີຕອນ ເປັນຕົວຂັບເຄື່ອນຂອງການພັດທະນາ ແລະ ຄວາມສາມັກຄີໃນຂົງເຂດທີ່ນໍາໃຊ້ພາສາຝຣັ່ງ’’. ກອງປະຊຸມໄດ້ຮັບຟັງບົດລາຍງານກ່ຽວກັບ ຜົນກອງປະຊຸມລັດຖະມົນຕີ ຄັ້ງທີ 43, ໄດ້ສົນທະນາໃນ ຫົວຂໍ້: ອົງການ ຟຣັງໂກໂຟນີ ໃນອະນາຄົດ ແລະ ເປັນເອກະສັນໄດ້ເລືອກຕັ້ງເອົາ ທ່ານ ນາງ Louise Mushikiwabo ເພື່ອສືບຕໍ່ເປັນ ເລຂາທິການໃຫຍ່ ອົງການຟຣັງໂກໂຟນີສາກົນ ສະໄໝທີ 2. ຝຣັ່ງ ຮັບສະໝັກເປັນເຈົ້າພາບຈັດກອງປະຊຸມສຸດຍອດ ຟຮັງໂກໂຟນີ ຄັ້ງທີ 19 ໃນປີ 2024, ພ້ອມກັນນັ້ນ ກອງປະຊຸມກໍໄດ້ຮັບຮອງເອົາເອກະສານ ສໍາຄັນຄື: ຖະແຫລງການ ຂອງກອງປະຊຸມສຸດຍອດ Djerba; ຍັດຕິກ່ຽວກັບວິກິດການ ແລະ ການສ້າງສັນຕິພາບໃນຂົງເຂດທີ່ນໍາໃຊ້ພາສາຝຣັ່ງ; ຖະແຫລງການກ່ຽວກັບການນໍາໃຊ້ພາສາຝຣັ່ງ ໃນຄວາມຫລາກຫລາຍທາງດ້ານພາສາ ຂອງອົງການຟຣັງໂກໂຟນີ; ຍຸດທະ ສາດຂອງ ອົງການຟຣັງໂກໂຟນີ ປີ 2023-2030 ແລະ ລະບຽບຂັ້ນຕອນການຮັບເອົາ ຫລື ປ່ຽນແປງສະຖານະຂອງລັດ ຫລື ລັດຖະບານ ຂອງອົງການ ຟຮັງໂກໂຟນີ.

ອົງການ ຟຣັງໂກໂຟນີ ສ້າງຕັ້ງຂຶ້ນ ໃນປີ 1970 ທີ່ ນິອາເມ ປະເທດນິແຊຣ ອົງການ ຟຣັງໂກໂຟນີ ມີເປົ້າໝາຍຫລັກ ແມ່ນສົ່ງເສີມການຮຽນ-ການສອນ ແລະ ການນຳໃຊ້ ພາສາຝຣັ່ງ ໃນຂອບເຂດທົ່ວໂລກ ເຊິ່ງມາເຖິງປັດຈຸບັນ ມີປະມານ 321 ລ້ານຄົນ ທີ່ໃຊ້ພາສາຝຣັ່ງໃນໂລກ. ຕໍ່ມາ ຟຣັງໂກໂຟນີ ໄດ້ຖືບົດບາດ ເປັນອົງການທາງດ້ານການເມືອງ ເພື່ອສົ່ງ ເສີມສັນຕິພາບ, ຄວາມເປັນລະບຽບຮຽບຮ້ອນທາງດ້ານສັງຄົມ, ສິດທິມະນຸດ ແລະ ຄວາມສະເໝີພາບຍິງ-ຊາຍ, ການຮ່ວມມືເສດຖະກິດ ດິຈີຕອນ, ການພັດທະນາທີ່ຍືນຍົງ ແລະ ຍົກສູງບົດບາດຂອງຊາວໜຸ່ມໃນສັງຄົມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version