Home ຂ່າວຕ່າງປະເທດ ອິນເດຍທົດລອງຍິງລູກສອນໄຟນຳວິຖີໄລຍະກາງ “ອານີ-3” ລູກໜຶ່ງຢ່າງສຳເລັດຜົນ

ອິນເດຍທົດລອງຍິງລູກສອນໄຟນຳວິຖີໄລຍະກາງ “ອານີ-3” ລູກໜຶ່ງຢ່າງສຳເລັດຜົນ

0

ຕາມຂ່າວCRI: ວັນທີ 23 ພະຈິກນີ້, ກະຊວງປ້ອງກັນປະເທດອິນເດຍໄດ້ອອກຖະແຫຼງການວ່າ, ອິນເດຍໄດ້ທົດລອງຍິງລູກສອນໄຟນຳວິຖີໄລຍະກາງ “ອານີ-3” ລູກໜຶ່ງຢ່າງສຳເລັດຜົນຢູ່ເກາະ ດຣ. ອັບດູນ ຄາລາມຂອງລັດໂອດີຊາທາງພາກຕາເວັນອອກຂອງອິນເດຍ.

ຖະແຫຼງການລະບຸວ່າ: ການທົດລອງຍິງຄັ້ງນີ້ແມ່ນດຳເນີນໄປໂດຍກອງບັນຊາການຂອງກອງທັບຍຸດທະສາດ.

ອີງຕາມຂໍ້ມູນສະແດງໃຫ້ເຫັນວ່າ, ລູກສອນໄຟນຳວິຖີໄລຍະກາງ “ອານີ-3” ແມ່ນໜຶ່ງໃນຈຳນວນລູກສອນໄຟນຳວິຖີຕ່າງໆທີ່ໄດ້ຄົ້ນຄວ້າແລະພັດທະນາດ້ວຍຕົນເອງໂດຍອົງການຄົ້ນຄວ້າແລະພັດທະນາດ້ານການປ້ອງກັນປະເທດຂອງອິນເດຍ, ເຊິ່ງມີໄລຍະທາງການຍິງ 3000 ຫາ 5000 ກິໂລແມັດ, ຖືກນຳໃຊ້ໃນກອງທະຫານໃນປີ 2011.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version