Home ຂ່າວໜ້າໜຶ່ງ ເຄື່ອນຍ້າຍອັດຖິ ອະດີດຮອງປະທານສະພາ ປະຊາຊົນສູງສຸດ ຊຸດທີ I ໄປສະຖິດຢູ່ ຫລັກ 24

ເຄື່ອນຍ້າຍອັດຖິ ອະດີດຮອງປະທານສະພາ ປະຊາຊົນສູງສຸດ ຊຸດທີ I ໄປສະຖິດຢູ່ ຫລັກ 24

0

ພິທີເຄື່ອນຍ້າຍອັດຖິຂອງ ທ່ານ ສີທົນ ກົມມະດໍາ ອະດີດຮອງປະທານສະພາປະຊາຊົນສູງສຸດ ຊຸດທີ I ໄປສະຖິດໄວ້ທີ່ສຸສານນັກຮົບປະຕິວັດແຫ່ງຊາດ ຫລັກ 24 ນະຄອນຫລວງວຽງຈັນ ໃນວັນທີ 20 ພະຈິກ 2022 ຜ່ານມາ, ໂດຍມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິ ການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີຄະນະປະຈໍາສະພາແຫ່ງຊາດ, ພະນັກງານ-ລັດຖະກອນ ພາຍໃນສະພາແຫ່ງຊາດ ແລະ ຍາດພີ່ນ້ອງເຂົ້າຮ່ວມ.

ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວໃນພິທີວ່າ: ຕາງໜ້າໃຫ້ການນຳພັກ-ລັດ ກໍຄື ສະພາແຫ່ງຊາດ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ຂໍຈົດຈຳຄຸນງາມຄວາມດີ ແລະ ຜົນງານຂອງ ທ່ານ ສີທົນ ກົມມະດໍາ ໄວ້ຢ່າງບໍ່ມີວັນຫລົງລືມ, ຄຸນງາມຄວາມດີຂອງທ່ານ ຍັງຝັງເລິກຢູ່ໃນດວງໃຈຂອງປະຊາຊົນລາວບັນດາເຜົ່າສະເໝີ, ວິຖີຊີວິດ, ຄວາມຕັ້ງໃຈເດັດ ດ່ຽວ, ຄວາມເສຍສະລະທີ່ຍິ່ງໃຫຍ່ຂອງທ່ານ ຈະເປັນບົດຮຽນທີ່ດີ ໃຫ້ແກ່ຄົນຮຸ່ນຫລັງ ໄດ້ເອົາເປັນແບບຢ່າງໃນການດຳເນີນວຽກງານສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ.

ຈາກຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະຜ່ານມາ. ສະນັ້ນ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫ້ອງວ່າການສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານ ຈຶ່ງຕົກລົງນຳເອົາອັດຖິຂອງທ່ານ ມາສະຖິດໄວ້ຢູ່ສຸສານນັກຮົບປະຕິວັດຫລັກ 24 ຢ່າງສົມກຽດ.

ທ່ານ ສີທົນ ກົມມະດຳ ເກີດເມື່ອວັນທີ 13 ສິງຫາ 1910 ທີ່ບ້ານທົ່ງຫວາຍ, ຕາແສງທົ່ງຫວາຍ ເມືອງປາກຊ່ອງ ແຂວງຈຳປາສັກ ເປັນບຸດຂອງເຈົ້າພະຍາຂອມ ກົມມະດໍາ (ອົງກົມມະດໍາ) ແລະ ນາງ ແພງສີ ກົມມະດໍາ ເຊິ່ງເປັນຄອບຄົວເຈົ້າກົກເຈົ້າເຫລົ່າ ໃນຊົນເຜົ່າລະເວນ (ຢຣຸ) ທີ່ມີຄວາມຮັກຊາດ. ເນື່ອງຈາກພໍ່ຂອງທ່ານ ເປັນເຈົ້າກົກເຈົ້າເຫລົ່າ ຂອງຊົນເຜົ່າລະເວນ ທີ່ມີນໍ້າໃຈຮັກຊາດອັນສູງສົ່ງ, ສະ ນັ້ນ, ຕອນຍັງນ້ອຍ ເມື່ອອາຍຸ 7 ປີ ທ່ານໄດ້ຮຽນໜັງສືຂອມ ເປັນພາສາລາວເທິງ ເຊິ່ງແມ່ນພໍ່ຂອງທ່ານເປັນຜູ້ຄົ້ນຄິດປະດິດສ້າງຂຶ້ນມາດ້ວຍຕົນເອງ. ເມື່ອອາຍຸໄດ້ 13 ປີ ທ່ານກໍໄດ້ເປັນສະໝຽນຂອງພໍ່ ແລະ ໄດ້ຝຶກແອບວິຊາປ້ອງກັນຕົວ, ທ່ານໄດ້ຮັບການສຶກສາອົບຮົມຈາກພໍ່ແມ່ ໃຫ້ມີນ້ຳໃຈຮັກເຊື້ອແພງຊາດ, ຮັກຄວາມເປັນທຳ, ມີຈິດໃຈເດັດດ່ຽວອົງອາດກ້າຫານ, ເມື່ອອາຍຸ 18 ປີ ທ່ານກໍໄດ້ເປັນທະຫານຄຽງບ່າຄຽງໄຫລ່ກັບພໍ່.

ຂ່າວ-ພາບ: ກົງໃຈ ແສງອໍາພັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version