Home ຂ່າວການເມືອງ ບົດບາດສຳຄັນຂອງ ສະຖາບັນກູບາ ເພື່ອມິດຕະພາບກັບນາໆຊາດ

ບົດບາດສຳຄັນຂອງ ສະຖາບັນກູບາ ເພື່ອມິດຕະພາບກັບນາໆຊາດ

0

ທ່ານ ແຟັກ ນັງໂດ ກອງຊາເລສ ໂຢ ວິລະຊົນແຫ່ງຊາດ ສ ກູບາ, ປະທານສະຖາບັນກູບາ ເພື່ອມິດຕະພາບ ກັບນາໆຊາດ ໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນອາທິດຜ່ານມາ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງບົດບາດ ແລະ ຄວາມສຳຄັນຂອງສະຖາບັນກູບາ ເພື່ອມິດຕະ ພາບກັບນາໆຊາດ.

ທ່ານ ແຟັກ ນັງໂດ ກອງຊາເລສ ໂຢ ໄດ້ກ່າວວ່າ: ສະຖາບັນກູບາ ເພື່ອມິດຕະພາບກັບນາໆຊາດ ສ້າງຕັ້ງຂຶ້ນປີ 1960 ເພື່ອສ້າງສາຍສຳພັນ ແລະ ຜູກມິດ ກັບບັນດາປະຊາຄົມໂລກ ຫລື ປະເທດຕ່າງໆຢູ່ໃນໂລກ ເຊິ່ງສະຖາບັນໄດ້ເສີມຂະຫຍາຍ ພາລະບົດບາດຂອງຕົນ ພົວພັນກັບອົງການຈັດຕັ້ງຕ່າງໆ ໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນ ສະມາຄົມມິດຕະພາບ ລາວ-ກູບາ ເປົ້າໜາຍເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງ ສອງປະເທດ, ຜ່ານມາສະຖາບັນກູບາເພື່ອມິດຕະ ພາບກັບນາໆຊາດ ຍາມໃດກໍໃຫ້ການສະໜັບສະໜູນສະມາຄົມມິດຕະພາບກູບາ ໃນເວທີສາກົນຕ່າງໆ.

ສະຖາບັນກູບາ ເພື່ອມິດຕະພາບກັບນາໆຊາດ ເປັນອົງການຈັດຕັ້ງໜຶ່ງທີ່ໂຄສະນາວັດທະນະທຳ, ສັງຄົມຂອງກູບາ ໄປສູ່ບັນດາປະເທດຕ່າງໃນທົ່ວໂລກເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຮີດຄອງປະເພນີອັນດີງາມຂອງກູບາ, ໃນໄລຍະການ ແພ່ລະບາດຂອງພະຍາດໂຄວິດ-19 ນັ້ນ ປະເທດກູບາ ໄດ້ສົ່ງຄະນະແພດເຖິງ 40 ຄະນະໄປປະຈຳຢູ່ປະເທດຕ່າງໃນທົ່ວໂລກ ເພື່ອຕ້ານການລະບາດຂອງພະຍາດດັ່ງກ່າວ.

ໂອກາດນີ້, ທ່ານ ແຟັກ ນັງໂດ ກອງຊາເລສ ໂຢ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບູນຄຸນມາຍັງພັກ-ລັດ ແລະ ປະຊາຊົນລາວ ທີ່ຍາມໃດ ກໍໄດ້ຢູ່ຄຽງບ່າຄຽງໄຫລ່ ແລະ ໃຫ້ການສະໜັບສະໜູນ ໃຫ້ແກ່ ສ ກູບາ ຂອງພວກເຮົາ.

ຂ່າວ: ທຸກທະວີ

ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version